ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 06:44:43    
ຂົວ​ອາ​ກາດ​060608(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຂອງພຣະ​ໄຊ​ມອນ ສຸວັນນະ​ຄຳ​ປັນ ທີ່​ປະ​ເທດ​ມຽນມາ,​ໃນ​ຈົດໝາຍ​ພຣະ​ໄຊ​ມອນ​ຂຽນ​ວ່າ,ນີ້​ແມ່ນ​ຈົດໝາຍ​ສະບັບ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້ຂຽນ​ມາ​ໃນ​ລາຍການ​ຂອງ​ທ່ານ,ຂ້າພະ​ເຈົ້າ​ກໍ່​ແມ່ນ​ຜູ້​ໜຶ່ງ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ທ່ານ​ມາ​ດົນ​ແລ້ວ.ຂ້າພະ​ເຈົ້າ​ມັກ​ຟັງ​ລາຍ​ການ​ອອກ​ອາກາດ​ຂອງ​ທ່ານ​ຫຼາຍ.​ເວົ້າ​ໄດ້​ວ່າ​ໝົດ​ທຸກ​ລາຍການ​ລ້ວນ​ແຕ່​ໃຫ້​ຄວາມ​ຮູ້​ແລະ​ຄວາມ​ບັນ​ເທີ​ງຫຼາຍ​ຮູບ​ແບບ.​ໃນ​ຕອນ​ສຸດ​ທ້າຍ​ຂອງ​ຈົດ​ໝາຍ,ພຣະ​ໄຊ​ມອນ​ຍັງ​ຂຽນ​ວ່າ​​ເພິ່ນມັກ​ຟັງ​ລາຍການ"ນັບ​ພົບ​ໃນ​ວັນ​ອາທິດ"ຫຼາຍ​ແລະ​ອວຍ​ພອນ​ໃຫ້​ຜູ້​ດຳ​ເນີ​ນລາຍການ"ນັດ​ພົບ​ໃນ​ວັນ​ອາທິດ"​ເຊັ່ນ,​ໂຍມ​ດາລາ​ວັນ,ພ້ອມ​ດ້ວຍ​ໝົດ​ທີ​ມງານ ພາກ​ພາສາ​ລາວ​ຈົ່ງມີ​ແຕ່​ຄວາມສຸກ​ກາຍສະ​ບາຍ​ໃຈ,ຈະ​ເລີນ​ຮຸ່ງ​ເຮືອງຮອບ​ດ້ານ​ແລະອາຍຸ​ໝັ້ນຍືນ.

ພວກ​ເຮົາ​ຂໍຂອບ​ໃຈ​ພຣະ​ໄຊ​ມອນ​ຫຼາຍ​ທີ່​​ໄດ້​ຝາກ​ຈົດ​ໝາຍມາ​ແຕ່ມຽມມາ ​ເພື່ອສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​​ເພິ່ນ.ຖ້າ​ມີ​​ເວລາ​ຫວ່າງ,ກໍ່​ຫວັງ​ວ່າ​ພຣະອາ​ຈານຄົງ​ຈະ​ຂຽນ​ຈົດ​ໝາຍມາ​ໃຫ້​ພວກ​ເຮົາ​ເລື້ອຍໆ.ພ້ອມ​ກັນ​ນັ້ນ,ຂ້າພະ​ເຈົ້າ​ພ້ອມ​ດ້ວຍ​ນາງ​ດາລາ​ວັນ​ແລະ​ພະນັກງານ​ທຸກ​ຄົນ​ໃນພາກ​ພາສາ​ລາວ​ໄດ້​ຮັບ​ເອົາ​ຄຳ​ພອນ​ອັນ​ປະ​ເສີດຂອງ​ພຣະ​ແລ້ວ,ພວ​ກ​ເຮົາ​ຈະພະຍາຍາມ​ຈັດ​ລາຍການ​ໃຫ້​ດີກ​ວ່າ​ເກົ່າ​ເພື່ອ​​ເພື່ອນ​ມິດ​ຜູ້​ຟັງທຸກ​ຄົນ​.

ຕໍ່​ໄປ​ພວກ​ເຮົາ​ຈະ​ຈັດ​ເພງ"ນີຊື້​ວໍ​ເຕີ​ເມ​ກຸ້ຍ​ຮວ່າ",​ແປ​ວ່າ"​ເຈົ້າ​ແມ່ນ​ດອກ​ກຸ​ຫຼາບ​ຂອງ​ຂ້ອຍ",​ສູ່​ຟັງ​ຕາມ​ຄວາມ​ປະສົງ​ຂອງ​​ພຣະ​ໄຊ​ມອນ​,ກໍ​ຂໍ​ມອບ​ໃຫ້​ເພື່ອນ​​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາຢູ່​ດຽວ​ນີ້.