|
 |
(GMT+08:00)
2006-06-09 14:42:40
|
ທ່ານອາບາສຈະຈັດການເອົາປະຊາມະຕິທົ່ວປວງຊົນກ່ຽວກັບສັນຍາໃນຄຸກ
cri
Author: sayvanny
ຕາມຂ່າວ CRI:ວັນທີ 8 ມິຖຸນາ ເຈົ້າຫນ້າທີ່ປາເລັສຕິນເວົ້າວ່າ, ທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນຈະຈັດການເອົາປະຊາມະຕິທົ່ວປວງຊົນກ່ຽວກັບສັນຍາໃນຄຸກໃນວັນທີ 31 ກໍລະກົດ.ມື້ດຽວກັນ, ທ່ານມາຊາອາ ຜູ່ນຳກົມການເມືອງຂອງຂະບວນອິສລາມປາເລັສຕິນ ຕໍ່ຕ້ານຄື ອົງການຮາມາສເວົ້າວ່າ, ອົງການນີ້ຕັດສິນໃຈຖືສັນຍາໃນຄຸກເປັນພື້ນຖານແລ້ວສືບຕໍ່ສົນທະນາຢູ່ພາຍໃນປາເລັສຕິນ.
ຂ່າວສານລອຍເຕີນຳເອົາຄຳເວົ້າຂອງເຈົ້າຫນ້າທີ່ຈຳນວນຫນຶ່ງທີ່ຢູ່ອ້ອມຂ້າງທ່ານອາບາສມາແຈ້ງວ່າ, ທ່ານອາບາສຈະປະກາດການຕົກລົງດັ່ງກ່າວໃນວັນເສົາອາທິດນີ້ຢ່າງເປັນທາງການ.
ຜົນການຢັ່ງປະຊາມະຕິຫລ້າສຸດສະແດງໃຫ້ເຫັນວ່າ, ຖ້າຈັດການເອົາປະຊາມະຕິທົ່ວປວງຊົນ, ຈະມີຊາວປາເລັສຕິນຫລາຍກວ່າ 3/4 ສະຫນັບສະຫນູນສັນຍາດັ່ງກ່າວ.
|
|
|