ຕາມຂ່າວCRI: ວັນທີ 9 ມິຖຸນາ ຢູ່ທີ່ປັກກິ່ງ, ທ່ານຈ້າວຮວາລິນ ຮອງຫົວໜ້າກົມຄວບຄຸມການເຊື່ອມພິດຂອງກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນກ່າວວ່າ, ຈີນຈະໃຊ້ມາດຕະການ, ເພີ່ມທະວີການອະນຸລັກແຫຼ່ງນ້ຳກິນ.
ທ່ານຈ້າວຮວາລິນກ່າວວ່າ, ປັດຈຸບັນ, ການເຊື່ອມພິດທີ່ມາຈາກການລະບາຍນ້ຳໂສໂຄກໃນການຜະລິດຜົນແລະຊີວິດປະຈຳວັນ, ອັນຕະລາຍດ້ານຄວາມປອດໄພທີ່ແຝງຢູ່ຍ້ອນວິສາຫະກິດອຸດສາຫະກຳເຄມີທີ່ຕັ້ງຢູ່ແຄມແມ່ນ້ຳແລະແຄມທະເລນັ້ນ, ໄດ້ເປັນສິ່ງທ້າທາຍອັນຂ້ຽວຂາດຕໍ່ການອະນຸລັກແຫຼ່ງນ້ຳກິນຂອງຈີນ.
ທ່ານຈ້າວຮວາລິນແນະນຳວ່າ, ຕໍ່ໄປພາຍໜ້າ, ຈີນຈະສ້າງແຫຼ່ງນ້ຳສຳຮອງຂອງຕົວເມືອງ, ປິດປາກຄອງລະບາຍນ້ຳໂສໂຄກໃນເຂດອະນຸລັກແຫຼ່ງນ້ຳ, ປ້ອງກັນບໍ່ໃຫ້ຂະແໜງການລ້ຽງສັດເຊື່ອມພິດແຫຼ່ງນ້ຳຢ່າງເຄັ່ງຄັດ, ໃນຂະນະດຽວກັນ, ເພີ່ມທະວີການປ້ອງກັນແລະຮັບມືຊຳລະສຸກເສີນຕໍ່ເຫດການເຊື່ອມພິດນ້ຳ, ຮັບປະກັນນ້ຳກິນທີ່ປອດໄພຂອງມະຫາຊົນ.
|