ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 15:35:18    
ແກ້​ຄວາມ​ລັບ​ຂອງ​ກິ​ລາ​ປິ່ງ​ປ່ອງ​ຈີນ​ທີ່​ຂະ​ຫຍາຍ​ຕົວ​ໂດຍ​ຕະ​ຫຼອດ

cri Author: ສທ

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ງານ​ແຂ່ງຂັນ​ປິ່ງ​ປ່ອງ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 48 ທີ່​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ຈີນ​ເມື່ອຕົ້ນ​ເດືອນ​ພຶດສະພາ​ປີ​ນີ້ ​ໄດ້​ດຶງ​ດູດ​ສາຍຕາ​ຂອງ​ບັນດາ​ຜູ່​ມັກ​ກິລາ​ປິ່ງ​ປ່ອງ​​ໃນ​ທົ່ວໂລກ, ສ່ວນ​ຊາວ​ຈີນ​ນັ້ນພັດ​ພາກັນ​ຮ້ອງ​ໂຮ​ໂປ​ປີບ​ປານ​ປ່ວງ​ເອົາ​ໂລດ. ຢູ່​ຈີນ, ປິ່ງ​ປ່ອງ​​ແມ່ນຖືກ​ຖື​ເປັນ "ບານ​ປະຈຳ​ຊາດ", ບໍ່​ພຽງ​ແຕ່ມີ​ຜູ່​ມັກ​ກິລາ​ປິ່ງ​ປ່ອງ​ໄດ້​ຫຼິ້ນ​ປິ່ງ​ປ່ອງ​ຕະ​ຫຼອດ​ປີ​​ເກີນ 10 ລ້ານ​ຄົນທໍ່​ນັ້ນ, ​​ແຕ່ໃນ 30 ກວ່າ​ປີ​ມາ​ນີ້,  ທີ​ມປິ່ງ​ປ່ອງ​ແຫ່ງ​ຊາດ​ຈີນ​ກໍ່​ຍັງ​ຮັກ​ສາ​ຖາ​ນະ​ນຳ​ໜ້າ​​ໃນ​ໂລກ​​ແລະ​ບໍ່ຫ​ວັ່ນ​ໄຫວຄອນ​ແຄນ​ຈັກ​ເທື່ອ. ​ໂດຍ​ປະ​ເຊີນ​ກັບ​ປະ​ກົດ​ການ​ດັ່ງ​ກ່າວ, ນັກ​ກິລາ​ປິ່ງ​ປ່ອງປະ​ເທດ​ອື່ນແລະ​ທ່ານ​ຜູ່​ຟັງ​ຄົງ​ຈະຢາກ​ຮູ້​ທີ່​ສຸດ​ວ່າ: ປັດ​ໄຈ​ທີ່​ເປັນ​ຂໍ​ກະ​ແຈ​ເຮັດ​ໃຫ້​ນັກ​ກິລາ​ປິ່ງປ່ອງຈີນ​ຊິງ​ໄດ້​ແຊມ​ປຽນ​ທຸກ​ເທື່ອ​ນັ້ນ​ແມ່ນ​ຫຍັງ? ຄວາມ​ລັບ​ຂອງ​ກິ​ລາ​ປິ່ງ​ປ່ອງ​ຈີນ​ຂະຫຍາຍຕົວ​ໂດຍ​ຕະຫຼອດນັ້ນ​ແມ່ນ​ຫຍັງ? ​ໃນ​ລາຍ​ການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ແ​ກ້ຄວາມລັບ​ແຫ່ງ​ກິ​ລາ​ປິ່ງ​ປ່ອງ​ຈີນ​ຂະ​ຫຍາຍ​ຕົວ​ໂດຍ​ຕະ​ຫຼອດ.

ຢູ່​ຈີນ, ກິລາ​ປິ່ງ​ປ່ອງ​ແມ່ນ​ກິລາປະ​ເພດນຶ່ງ​ທີ່​ເຜີຍ​ແຜ່​ທົ່ວເຖິງກັນ​ຫຼາຍ​ກວ່າ​ໝູ່, ກໍ່​ແມ່ນ​ກິ​ລາ​ປະ​ເພດນຶ່ງ​ຂອງຈີນທີ່​ໂປ​ໂລ​ເດັ່ນ​ຂຶ້ນ​ໄວ​ກວ່າ​ເພິ່ນ ຮັກສາ​ທ່າ​ແຮງ​ດົນ​ນານ​ກວ່າ​ເພິ່ນ ຊີງ​ໄດ້​ແຊມ​ປຽນຫຼາຍກວ່າ​ເພິ່ນ​ແລະ​ມີ​ຜົນ​ສະທ້ອນກວ້າງຂວາງ​ກວ່າ​ເພິ່ນບົນ​ເວທີ​ກິລາ​ຂອງ​ໂລກ. ​​ເລີ່ມ​ແຕ່​ທ່ານ​ຢົງ​ໂກ​ຖວນ ນັກ​ກິລາ​ຈີນ​ຊິງ​ໄດ້​ແຊມ​ປຽນ​ຕີ​ດ່ຽວ​ເພດ​ຊາຍ​ໃນ​ງານ​ກິລາ​ປິ່ງ​ປ່ອງ​ຊີງ​ຊະນະ​ເລີດ​ໂລກ​ເມື່ອ​ປີ 1959 ມາ​ຮອດ​ປະຈຸ​ບັນ, ທີ​ມປິ່ງ​ປ່ອງ​ແຫ່ງ​ຊາດ​ຈີນກໍ​ຊິງ​ໄດ້​ແຊມ​ປຽນ​ໂລກ​ລວມ 130 ກວ່າ​ປະ​ເພດ, ​ໄດ້​ອົບຮົມ​ບົ່ມ​ສ້າງນັກ​ກິລາ​ແຊມ​ປຽນ​ໂລກ​ງວດ​ໜຶ່ງ. ຕົວຢ່າງ​ຄື ທ່ານ​ຢົງ​ໂກ​ຖວນ ນາງ​ເຕິ້ງ​ຢາ​ຜິ​ງ ທ່ານ​ລິວ​ໂກຫຼຽງ​ແລະ​ອື່ນໆ, ດາລາ​ປິ່ງ​ປ່ອງ​ເຫຼົ່າ​ນີ້, ລ້ວນ​ແຕ່​ກາຍ​ເປັນ "ວິ​ລະ​ຊົນ​ປິ່ງ​ປ່ອງ" ທີ່​ຄົນ​ທັງ​ຫຼາຍ​ນິ​ຍົມ​ກັນ​ທັງ​ນັ້ນ.

​ເປັນ​ຫຍັງ​ກິລາ​ປິ່ງ​ປ່ອງ​ຈີນ​ຈຶ່ງ​ຂະຫຍາຍຕົວ​​ໄດ້ໂດຍ​ຕະຫຼອດ? ທີ່​ຈິງ​ແລ້ວ, ຄົນ​ຈີນ​ເອງ​ກໍ່​ພວມ​ຄົ້ນຄວ້າ​ຢູ່. ​ໃນ "​ງານ​ສຳ​ມະ​ນາ​ແຊມ​ປຽນ​ປິ່ງ​ປ່ອງ​ຈີນ" ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ງານ​ແຂ່ງ​ຂັນ​ກິລາ​ປິ່ງ​ປ່ອງ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງນີ້, ຜູ່​ຊ່ຽວຊານ​ຈີນ​ກໍ່​ເຫັນ​ວ່າ, ​ໃນ​ຫຼາຍ​ສິບ​ປີ​ມາ​ນີ້, ການ​ທີ່ກິລາ​ປິ່ງ​ປ່ອງ​ຈີນ​ໄດ້​ມີ​ການຂະຫຍາຍຕົວ​ໂດຍ​ຕະຫຼອດ​ນັ້ນ, ມູນ​ເຫດ​ສຳ​ຄັນ​ກວ່າ​ໝູ່​​ແມ່ນ​ຍ້ອນ​ລະບົບ​ຄັດ​ເລືອກ​ຝຶກ​ແອບ​ແບບທາດ "ປິຣາມິດ" ​ໂຄງ​ປະ​ກອບ​ແຂ່ງ​ຂັນ​ປະ​ສົມ​​​ເປັນ​ອາ​ຊີບ​ກໍ​ມີ​ລະດັບ​ສູງ ພື້ນຖານ​ປວງ​ຊົນ​ກໍ​ໜາ​ແໜ້ນ ຖັນ​ແຖວ​ຄົ້ນຄວ້າ​ວິທະ​ຍາ​ສາດ​ກໍ​ກ້າວ​ໜ້າ​ແລະ​ມີ​ບົດ​ຮຽນ​ຄຸ້ມ​ຄອງ​ທີ​ກ້າວໜ້າ​ເຊິ່ງ​ປະ​ເທດ​ອື່ນ​ຈະທຽບທັນ​ຍາກ. ທ່ານ​ຫວງ​ປ່ຽວ ຫົວ​ໜ້າ​ທີ​ມປິ່ງ​ປ່ອງ​ແຫ່ງ​ຊາດ​ຈີນ​ເວົ້າວ່າ: ​ໃນ​ສະ​ເພາະ​ໜ້າ​ນີ້, ນັກ​ກິ​ລາ​ໜຸ່ມ​ທີ່​​ໄດ້​ຮັບ​ການ​ຝຶກ​ແອບ​ແບບ​ແຜນ​ຂອງ​ຈີນ​ມີ 3 ໝື່ນ​ກວ່າ​ຄົນ, ນັກ​ກິລາ​ອາ​ຊີບ​ແລະ​ຜູ່​ສະ​ໝັກ​ຫຼິ້ນ​ທີ່​ຈົດ​ທະບຽນ​ຢູ່​ສະມາຄົມ​ປິ່ງ​ປ່ອງ​ຈີນກໍ​ມີ​ເກືອບ 2000 ຄົນ, ນັກ​ກິລາ​ທີມ​ໜຶ່ງ​​ແລະ​ທີມ​ສຳ​ຮອງ​ແຫ່ງ​ຊາດ​ທີ່​ມີ​ລະດັບ​ສູງ​ສຸດ​ມີ​ປະມານ 100 ຄົນ. ​ຍ້ອນ​ມີ​ລະ​ບົບ​ຝຶກ​​ແອບ​ນັກ​ກິ​ລາ​ແບບທາດ​ປິ​ຣາ​ມິດ​ທີ່​​ໃຫຍ່​ໂຕ​ແນວ​ນີ້, ຈຶ່ງ​ຮັບປະກັນ​ເຮັດ​ໃຫ້​ກິ​ລາ​ປິ່ງ​ປ່ອງ​ຈີນ​ເໝືອນ​ກັນ​ກັບ​ກິລາ​ບານ​ບ້ວງອາ​ເມ​ລິ​ກາ ​ກາຍ​ເປັນ​ກິລາ​ທີ່ນຳ​ໜ້າ​ໝູ່​ໃນ​ໂລກ.

​ເພື່ອ​ຄັດ​ເລືອກ​ນັກ​ກິລາ​ຜູ່​ດີ​ເດັ່ນ​ຈາກ​ນັກ​ກິລາ​ໜຸ່ມ​ທັງຫຼາຍ, ຈີນ​ໄດ້​ຈັດ​ງານ​ແຂ່ງ​ຂັນ​ປິ່ງ​ປ່ອງ​ປະສົມ​ທຸກຂັ້ນ, ​​ໄດ້​ມ້າງ​ວົງ​ຈຳກັດ​ລະຫວ່າງ​ນັກ​ກິລາ​ອາຊີບ​ກັບ​ຜູ່​ສະ​ໝັກ​ຫຼິ້ນ, ຖ້າ​ຜູ່​ສະ​ໝັກ​ຫຼິ້ນຫາກມີ​ຝີ​ມື​ເກັ່ງ, ກໍ່​ສາມາດ​​ເຂົ້າຮ່ວມ​ງານ​ແຂ່ງຂັນ​ປະສົມ​ລະດັບ​ສູງ. ຈີນ​ຍັງ​ມີ​ຖັນ​ແຖວ​ຄູ​ຝຶກ​ລະດັບ​ສູງ​ພ້ອມທັງໂຄງ​ປະກອບ​ຄັດ​ເລືອກ​ແລະ​ອົບຮົມ​ທີ່​ຈໍ່​ຕົວ​ມາ​ເປັນ​ເວ​ລາ​ດົນ​ນານ​, ທັງ​ນີ້​ເຮັດ​ໃຫ້​ນັກ​ກິ​ລາ​ຜູ່​ດີ​ເດັ່ນ​ສ່​ວນຫຼາຍ​ໄດ້​ເຂົ້າຮ່ວມ​ທີ​ມຊາດ​ຈີນ. ​ແຕ່​ລະ​ປີ, ສະ​ມາ​ຄົມ​ປິ່ງ​ປ່ອງ​ຈີນ​ມີ​ທຶນ​ໃຊ້​ໃນ​ງານ​ແຂ່ງຂັນ​ພຽງ 4 ​ແສນ 2 ໝື່ນ​ຢວນທໍ່​ນັ້ນ, ​ແຕ່​ຍ້ອນ​ສະ​ໂມ​ສອນ​ແລະ​ງານ​ແຂ່ງຂັນ​ປະສົມ​ທຸກຂັ້ນມີ​ດາລາ​ປິ່ງ​ປ່ອງ​ເຂົ້າຮ່ວມຫຼາຍ, ສາ​ມາດ​ດຶງ​ດູດ​​ເອົາ​ການ​ອຸ​ປະ​ຖຳ​ຂອງ​ນັກ​ທຸ​ລະ​ກິດ​, ​ເພາະສະນັ້ນທຶນ​ສັງຄົມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຈຶ່ງໄຫຼ​ເຂົ້າ ​ອັນ​ເປັນ​ການ​ຮັບ​ປະ​ກັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ງານ​ແຂ່ງ​ຂັນ​ປະ​ສົມ, ​ໄດ້​ສ້າງສະ​ພາບ​ແວດ​ລ້ອມ​ການ​ຝຶ​ກ​ແອບ​ແລະ​ການ​ແຂ່ງຂັນ​ເປັນ​ຢ່າງ​ດີ​ໃຫ້​​ແກ່​ນັກ​ກິ​ລາ. ​ເມື່ອ​ໄດ້ດຳ​ເນີນມາ​ເປັນ​ເວລາຫຼາຍປີ​ແລ້ວ, ປະຈຸ​ບັນ ງານ​ແຂ່ງຂັນ​ປິ່ງ​ປ່ອງ​ປະ​ສົມ​ຈີນ​ຈຶ່ງ​ກາຍ​ເປັນ​ງານ​ແຂ່ງຂັນ​ປະສົມ​ທີ່​ມີ​ລະດັບ​ສູງ​ກວ່າ​ໝູ່​ໃນ​ໂລກ.

ນັກ​ກິລາ​ຜູ່​ດີ​ເດັ່ນທີ່​ໂປ​ໂລ​ຂຶ້ນ​ໃນ​ງານ​ແຂ່ງຂັນ​ຕ່າງໆ​ແລະ​ເຂົ້າສູ່​ທີ​ມຊາດ​ນັ້ນພຽງ​ແຕ່​ເປັນ​ບາດກ້າວ​ທຳ​ອິດ​ທໍ່​ນັ້ນ. ​ໃນ​ທີ​ມຊາດ, ການ​ຝຶກ​ແອບ​ຢ່າງ​ວິທະຍາສາດ​ແລະ​ລຳບາກ​ກາກ​ກຳແມ່ນ​ປັດ​ໄຈ​ສຳຄັນ​ທີ່​ຮັບປະກັນ​​ໃຫ້ນັກ​ກິລາ​ດີ​ເດັ່ນ​​ໄດ້​ຮັບ​ຜົນສຳ​ເລັດ. ທ່ານ​ລີ​ລິນ ຄູ​ຝຶກ​ທີ​ມປິ່ງ​ປ່ອງ​ແຫ່ງ​ຊາດ​ຈີນ​ເວົ້າວ່າ: ຢູ່​ຈີນ, ນັກ​ກິລາ​ປິ່ງ​ປ່ອງ​​ເຄີຍປະສົບ​ຄວາມ​ລຳບາກ​ກາກ​ກຳ​ຈົນ​ນັບ​ບໍ່​ຖ້ວນ. ຂໍຍົກ​ເອົາ​ການ​ຝຶກ​ແອບ​ຂອງ​ທີ​ມ​ເພດ​ຊາຍ​ໃນ​ເວລາ​ທີ​ມຊາວ​ໜຸ່ມ​ແຫ່ງ​ຊາດ​ຈີນ​ເຕົ້າ​ໂຮມ​ກັນ​ຝຶກ​ແອບ​ຢ່າງ​ຂະໜາດໃຫຍ່​ໃນ​​ບໍ່​ດົນ​ນີ້​ມາເປັນ​ຕົວຢ່າງ, ໜ່ວຍ​ຄູ​ຝຶກ​​ໄດ້ຈັດ​ວາງ​​ໃຫ້​ຝຶກ​ແອບສາມ​​ເທື່ອ​ຕໍ່​ມື້ ແຕ່ລະອາທິດ​ສອງ​ມື້, ​ແຕ່ລະ​ເທື່ອ​ຝຶກ​ແອບ​ເຖິງ 6 ຊົ່ວ​ໂມງ; ພ້ອມ​ກັນນັ້ນ ຍັງ​ໃຫ້​​ແລ່ນ​ທົນ ​ແລ່ນ​ນອກ​ສະໜາມ​ແລະ​ແລ່ນ​ໜຶ່ງ​ໝື່ນ​ແມັດ​ເປັນຕົ້ນ, ​ເພື່ອ​ຍົກ​​ແຮງ​ກາຍ​ຂອງ​ນັກ​ກິລາ​ໜຸ່ມ​ເຫຼົ່ານີ້, ​ແລະອົບຮົມ​ມານະ​ຈິດ​ຄວາມ​ໝັ້ນ​ໜຽວ​ທົນ​ທານ​ຂອງ​ພວກ​ເຂົາ​ເຈົ້າ. ຍັງ​ໃຫ້​ພວກ​ເຂົາ​ເຈົ້າ​ແຂ່ງຂັນ​ກັນ​ຢ່າງດຸ​ເດືອດ​ຫຼາຍ​ເທື່ອ, ​ເພື່ອຊຸກ​ຍູ້​ໃຫ້​ພວກ​ເຂົາ​ເຈົ້າ​ເຕີບ​​ໃຫຍ່​​ໂດຍ​ໄວ​ໃນ​ພຶດຕິ​ກຳ.

​ໃນ​ຂະນະ​ທີ່​ນັກ​ກິລາທັງຫຼາຍຝຶກ​ແອບ​ດ້ວຍ​ຄວາມ​ລຳບາກກາກ​ກຳນັ້ນ, ທີ​ມຈີນ​ຍັງ​ມີ​ຖັນ​ແຖວ​ຄົ້ນຄວ້າ​ວິທະຍາສາດ​ເປັນ​ຈຳນວນຫຼວງຫຼາຍ, ​ເຂົາ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ຕິດຕາມ​ທ່ວງ​ທ່າ​ຂະຫຍາຍຕົວ​ຫຼ້າສຸດ​ຂອງ​ເວທີ​ປິ່ງ​ປ່ອງ​​ໃນໂລກ, ຄົ້ນຄວ້າ​ຝີ​ມື​ຂອງ​ນັກ​ກິ​ລາ​ບັນ​ດາ​ປະ​ເທດ, ວິ​ເຄາະການ​ປ່ຽນ​​ແປງຂອງ​ກະຕິ​ກາງານ​ແຂ່ງຂັນ​ປິ່ງ​ປ່ອງຈາກ​ເກ​ມລະ 21 ຄະ​ແນນ​ມາ​ເປັນ 11 ຄະ​ແນນ ການ​ໃຊ້​ລູກ​ປິ່ງ​ປ່ອງ​ປ່ຽນຂະໜາດ​ຈາກ 40 ມີ​ລີ​ແມັດ​ມາ​ເປັນ 42 ມີ​ລີ​ແມັດ​, ຈະມີ​ຜົນ​ກະທົບ​ແນວ​ໃດຕໍ່​ກິລາ​ປິ່ງ​ປ່ອງຈີນ, ​ແລ້ວ​ຮັບປະ​ກັນ​ໃຫ້​ຝີ​ມື​ຂອງ​ນັກ​ກິລາ​ປິ່ງ​ປ່ອງຈີນບໍ່ຫຼ້າຫຼັງ, ​ເດີນ​ໄປ​ຕາມ​ກະ​ແສຫຼ້າສຸດ​ຂອງ​ເວ​ທີ​ປິ່ງ​ປ່ອງ​ສາ​ກົນ. ທ່ານ​ຈາງ​ສຽວ​ເຝິງ ນັກຄົ້ນຄວ້າ​ທີ​ມປິ່ງ​ປ່ອງ​ຈີນ​ເວົ້າວ່າ: ​​ເກືອບ​ໜຶ່ງ​ສະ​ຕະ​ວັດ​ມາ​ນີ້, ໝາກຜົນການ​ລິ​ເລີ່​ມ​ເຕັກນິກປິ່ງ​ປ່ອງ​ແລະ​ອຸປະກອນ​ປິ່ງ​ປ່ອງຂອງ​ໂລກ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ນັ້ນມີ 46 ລາຍ, ​ໃນ​ນັ້ນ​ເປັນ​ໝາກຜົນ​ຂອງ​ຈີນ​ມີ 27 ລາຍ, ​ເກີນ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ລວມ. ​​ໂດຍ​ພິຈາລະນາ​ເຖິງຄວາມ​ດຸ​ເດືອດ​ ​ຄວາມ​ໂຫດ​ຫ້ຽມ ຈະ​ພາດ​ໂອ​ກາດ​ງ່າຍ​ໃນ​ການ​ແຂ່ງ​ຂັນ​ປິ່ງ​ປ່ອງ​ໃນ​ປະຈຸ​ບັນ, ​ເຮັດ​ແນວ​ໃດກໍ່​ຕ້ອງ​ກຳ​ໂອ​ກາດ​ໄດ້​ກ່ອນ​ເພິ່ນ​ໃນ​ການ​ແຂ່ງ​ຂັນ, ​ແມ່ນ​ບັນຫາ​​ໃໝ່​ທີ່​ທີ​ມປິ່ງ​ປ່ອງ​ຈະ​ປະ​ເຊີ​ນ​ໃນ​ການຄົ້ນ​ຄວ້າ​ເຕັກ​ນິກ​ແລະ​ການ​ຝຶກ​ແອບ.

​ເຖິງ​ວ່າ​ກິລາ​ປິ່ງ​ປ່ອງ​ຈີນ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ຈົນ​ນັບ​ບໍ່​ຖ້ວນ​ໃນ​ເມື່ອ​ກ່ອນ​ກໍ່ຕາມ,  ແຕ່​ທີມ​ປິ່ງ​ປ່ອງຈີນ​ກໍຍັງ​ຄົງ​ສຳນຶກ​ຮູ້​ດ້ວຍ​ສະໝອງ​ປອດ​ໂປ່​ງວ່າ: ​ເມື່ອ​ສັງ​ເກດ​ຈາກ​ແຊມ​ປຽນ​ຕີ​ດ່ຽວ​ເພດ​ຊາຍ​ຂອງ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ຊິງ​ຊະນະ​ເລີດ​ໂລກ​ປີ 2003 ທີ່ຈັດ​ຂຶ້ນຢູ່​ປາ​ຣີ​ແລະ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004 ​ແລ້ວ ກໍເຫັນ​ໄດ້​ວ່າ, ລະດັບ​ຂອງ​ນັກ​ກິ​ລາ​ປິ່ງ​ປ່ອງ​ຂອງ​ປະ​ເທດ​ອື່ນ​ກໍ່​ພວມ​ສູງ​ຂຶ້ນຢ່າງ​​ໄວວາ, ສະນັ້ນ ທີ​ມປິ່ງ​ປ່ອງ​ຈີນ​ຕ້ອງ​ພະ​ຍາ​ຍາມ ຫຼາຍ​ກວ່າ​ເກົ່າ, ຈຶ່ງ​ເຮັດ​ໃຫ້​ກິລາ​ປິ່ງ​ປ່ອງ​ຈີນ​ຂະຫຍາຍຕົວ​ໂດຍ​ຕະ​ຫຼອດ​ໄດ້​ຢ່າງ​ແທ້​ຈິງ.