ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 17:42:02    
ໄທ​ສະຫຼອງພະ​ບາດ​ສົມ​ເດັດ​ພູມິ​ພົນ ອະ​ດຸນ​ຍະ​ເດດ​ສະ​ເຫວີຍ​ລາ​ຊະ​ສົມ​ບັດ​ຄົບ​ຮອບ 60 ປີ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 9 ມິຖຸນາ, ທົ່ວ​ປະ​ເທດ​ໄທ​ໄດ້​ຈັດ​ງານ​ສະຫຼອງພະ​ບາດ​ສົມ​ເດັດ​ພູ​ມິ​ພົນ ອະດຸນ​ຍາ​ເດດ​ສະ​ເຫວີຍ​ລາຊະ​ສົມບັດ​ຄົບຮອບ 60 ປີຢ່າງ​ຄຶກຄື້ນ.

ຕອນ​ທ່ຽງ​ມື້​ດຽວ​ກັນ, ພະ​ບາດ​ສົມ​ເດັດ​ພູມິ​ພົນ ອະດຸນ​ຍະ​ເດດ​ແລະ​ພະມະ​ເຫ​ສີ​ສິ​ລິ​ກິດ​ໄດ້​ຊົງ​ຕ້ອນຮັບ​ມວນ​ຊົນ​ເຂົ້າ​ເຝົ້າຖະຫວາຍພະ​ພອນ​ຢູ່​ພະ​ທີ່​ນັ່ງ​ອະ​ນັນ​ຕະ​ສະ​ມາ​ຄົມ. ພະ​ບາດ​ສົມ​ເດັດ​ພູມິ​ພົນ ອະດຸນ​ຍະ​ເດດ​ຊົງ​ກ່າວ​ວ່າ, ຄວາມສາມັກຄີ​ແມ່ນ​ພື້ນ​ຖານ​ແຫ່ງ​ການ​ນຳ​ພາ​ປະ​ເທດ​ໄທ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ທົ່ວ​ປະ​ເທດ​ຄວນ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ປະvລະ​ການ​ວິວາດ​ກັນ​ທາງ​ການ​ເມືອງ. ຫຼັງຈາກ​ນັ້ນ ທົ່ວ​ປວງ​ຊົນ​ພ້ອມ​ກັນ​ຮ້ອງ​ເພງ​ສັນ​ລະ​ເສີນ​ພະ​ບາ​ລະ​ມີ ​ໃຕ້​ການ​ນຳພາ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ.

​ເພື່ອ​ສະຫຼອງວັນ​​ພິ​ເສດດັ່ງກ່າວ​ນີ້ ​ແລະ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ເຈົ້າ​ຊີ​ວິດ, ​ໃນ​ມື້​ດຽວ​ກັນ​ນີ້, ຂ້າລັດຊະການ​ທົ່ວ​ປະ​ເທດ​ໄທລ້ວນ​ແຕ່​ໃສ່​ສົ້ງ​ເສື້ອ​ສີ​ເຫຼືອງ​ທີ່​ເປັນ​ຕົວ​ແທນ​ພະ​ບໍ​ລົມ​ມະ​ວົງສາ​ນຸວົງ.