ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 18:41:11    
ຈີນ​ວາງ​ແຜນ​ການ​ຂະ​ຫຍາຍ​ທະ​ນາ​ຄານ​ຈຸ​ລັງ​ລ້ຳ​ຕົ້ນ​ຜະ​ລິດ​ເລືອດ

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​​ໃນເວລາ​ທີ່​ທະນາຄານ​ມັນ​ກະດູກ​ຈີນ​ຫາ​ກໍສ້າງ​ຕັ້ງ​ຂຶ້ນ​​ເມື່ອປີ1992ນັ້ນ,ຜູ້ຕອບ​ສະໜອງ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ,ພັດທະນາມາ​ຮອດ​ດຽວ​ນີ້,​ໄດ້ມີຈຸ​ລັງ​ລ້ຳ​ຕົ້ນຜະລິດ​ເລືອດ​ເຖິງ3​ແສນ6ໝື່ນ​ຕົວຢ່າງ​ແລ້ວ,​ໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຂອງ​ລັດຖະບານ​ຈີນ​ແລະ​​ວົງ​ການຕ່າງໆ​ໃນ​ສັງ​ຄົມຈົນ​ບໍ່​ສາມາດ​ຄັນ​ມະ​ນາ​ນັບ​.ດຽວ​ນີ້,ທະນາຄານ​ມັນ​ກະ​ດູກ​ຈີນ​ກໍ່ວາງ​ແຜນລະ​ຂະຫຍາຍ​ບໍລິ​ມາດ​ບັນຈຸ​ອີກ,​ເມື່ອ​ຮອດ​ປີ2010,​ໃຫ້​ບັນຈຸ​ຈຸ​ລັງ​ລ້ຳ​ຕົ້ນ​ໄດ້​ເຖິງ1ລ້ານ​ຕົວຢ່າງ.​ໃນ​ລາຍການ​ຈີນ​ປັດຈຸ​ບັນ​ພາກ​ນີ້,ພວກ​ເຮົາ​ຈະ​ແນະນຳ​ສະພາບ​ພັດທະນາ​ຂອງ​ທະນາຄານ​ມັນ​ກະດູກ​ຈີນສູ່ທ່ານຟັງ.

ພະຍາດ​ມະ​ເຮັງ​ເລືອດ​ແມ່ນ​ພະຍາດ​ຊະນິດ​ໜຶ່ງ​ທີ່​ທຳລາຍ​ສຸຂະພາບ​ຂອງ​ມະນຸດ​ຢ່າງ​ໜັກໜວ່ງ,ຍ້ອນ​ວ່າ​ບໍ່ມີວິທີ​ປີ່ນປົວ​ທີ່​​ໄດ້​ຜົນ,ຄົນ​ເຮົາ​ເຄີຍ​ຈົນ​ປັນຍາ​ສຸດ​ວິ​ໄສ​ຕໍ່​ພະຍາດ​ມະ​ເຮັງ​ເລືອດ.​ແຕ່​ວ່າຄ​ຽງຄູ່ກັບ​ການ​ພັດທະນາ​ຂອງ​ແພດ​ສາດ​ສ​ະ​ໄໝ​ປັດຈຸ​ບັນ,​ໄດ້​ຄົ້ນ​ພົບ​ວ່າ​ການຍ້າຍປູກຈຸ​ລັງ​ລ້ຳ​ຕົ້ນ​ຜະລິດ​ເລືອດສາມາດປົວພະຍາດ​ມະ​ເຮັງ​ເລືອດ​​ໄດ້​.ຊຸມ​ປີ80,90ຂອງ​ສະຕະວັດ​ແລ້ວນີ້,ຫຼາຍ​ປະ​ເທດ​​ໃນ​ໂລກໄດ້ທະ​ຍອຍ​ກັນ​ສ້າງ​ຕັ້ງ​ທະນາຄານ​ມັນ​ກະດູກຂອງ​ຜູ້​ບໍລິຈາກຂຶ້ນ,ສະໜອງ​ຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ​​ອັນ​ເໝາະ​ສົມໃຫ້​ຜູ້​ເປັນ​ພະຍາດມະ​​ເຮັງ​ເລືອດ.

ຈີນ​ມີ​ຜູ້​ເປັນ​ພະຍາດ​ມະ​ເຮັງ​ເລືອດ​ປະມານ4ລ້ານ​ກວ່າ​ຄົນ,​ໃນ​ນັ້ນ​ມີ​ປະມານ1ລ້ານ​ຄົນ​ຕ້ອງປົວດ້ວຍ​ວິທີ​ຍ້າຍ​ປູກຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ.ປີ1992,ສະພາກາ​ແດງ​ຈີນ​​​ໄດ້ເລີ່​ມຈັດ​ຕັ້ງ​ແລະ​ສ້າງ​ຕັ້ງ​ທະນາຄານ​ມັນ​ກະດູກ​ຈີນຂຶ້ນ,ນັບມາ​ຮອດ​​ເດືອນມີນາ ປີ2006,ທະນາຄານ​ມັນ​ກະດູກ​ຈີນ​ໄດ້​ມີ​ມັນ​ກະດູກ​ຂອງ​ຜູ້​ບໍລິຈາກ​ເຖິງ3​ແສນ6​ໝື່ນຕົວຢ່າງ​ແລ້ວ,ຜູ້​ເປັນ​ພະຍາດມະ​ເຮັງ​ເລືອດ​50%ອາດ​ຈະຊອກ​ພົບ​ຈຸ​ລັງ​ລ້ຳ​ຕົ້ນຜະລິດ​ເລືອດ​ອັນ​ເໝາະ​ສົມ​​ຢູ່​ໃນ​ທະນາຄານນີ້.​ແຕ່​ນີ້​ກໍ​ຍັງບໍ່​ສາມາດ​ຕອບ​ສະໜອງກັບຄວາມ​ຕ້ອງການ​ຂອງ​ຜູ້​ເປັນ​ພະຍາດ,ທ່ານ​ຮົງ​ຈຸ້ນຫຼິງ ຫົວໜ້າ​ສູນ​ຄຸ້ມ​ຄອງ​ທະນາຄານ​ມັນ​ກະດູກ​ຈີນ​ກ່າວ​ວ່າ,ທະນາຄານ​ມັນ​ກະດູກ​ຈີນ​ພວມວາງ​​ແຜນຂະຫຍາຍ​ກວ້າງອອກຕື່ມ​ອີກ,ທ່ານ​ກ່າວ​ວ່າ:

"ກ່ອນ​ປີ2010,ພວກ​ເຮົາ​ຈະ​ເຮັດ​ໃຫ້ບໍລິ​ມາດ​ບັນຈຸ​ຂອງ​ທະນາຄານມັນ​ກະດູກ​ຂອງພວກ​ເຮົາ​ບັນຈຸ​ໄດ້1ລ້ານຕົວຢ່າງ.ພວກ​ເຮົາ​​ໄດ້ເຊີນ​ຜູ້​ຊ່ຽວຊານ​ມາ​ຄຳນວນໃນ​ເບື້ອງຕົ້ນວ່າ,ທະນາຄານດັ່ງກ່າວ​ບັນຈຸ​ໄດ້​ປະມານເທົ່າ​ໃດ​ຈຶ່ງ​ເໝາະ​ສົມ​ແລະ​ຄຸ້ມ​ຄ່າ​ທີ່​ສຸດ?ການ​ຄຳນວນໃນ​ເບື້ອງ​ຕົ້ນ​ແມ່ນ1ລ້ານຕົວຢ່າງ​."

ທ່ານ​ຮົງ​ຈຸ້ນຫຼິງ​ກ່າວ​ວ່າ,ອີງ​ຕາມ​ສະພາບ​ໃນ​ປັດຈຸບັນ,ທ່ານມີ​ຄວາມ​ໝັ້ນ​ໃຈ​​ເຕັມ​ປ່ຽມ​ທີ່​ຈະ​ເຮັດຕໍ່​ສຳ​ເລັດ​ຈຸດໝາຍ​ນີ້.ຜູ້​ຮັບຜິດຊອບ​ຂອງ​ສາຂາ​​ທະນາຄານ​ມັນ​ກະດູກ​​ແຂວງ​ຕ່າງໆ​ກໍ່​ເຫັນ​ໄປ​ໃນ​ແງ່​ດີທີ່​ຈະ​ສຳ​ເລັດ​ຈຸດໝາຍ​ດັ່ງກ່າວ.ທ່ານ​ຊຸນ​ເຢິນ​ຈິ້ງ ຜູ້​ຮັບຜິດຊອບສາຂາ​ແຂວງ​ຈຽງ​ຊູ​ເຊິ່ງ​ເປັນແຂວງ​ແຄມທະ​​ເລ​ທາງພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ກ່າວ​ວ່າ,ໜ້າ​ທີ່​ຂອງ​​ແຂວງຈຽງ​ຊູ​ແມ່ນ​​ໃຫ້​​ໄດ້​ມັນ​ກະດູກ​ເຖິງ8​ໝື່ນ​ຕົວຢ່າງ​ເມື່ອຮອດ​ປີ2010,ທ່ານ​ເຫັນ​ວ່າ​ບໍ່​ມີ​ບັນຫາ,ຫຼື​ຍັງ​ອາດ​ຈະ​​ໄດ້ຮອດ1​ແສນຕົວຢ່າງ​ກໍ​ເປັນ​ໄດ້:

"​ເລືອດ​ທີ່​​ແຂວງຈຽງ​ຊູ​ເກັບ​ເອົາ​ມາ​ໄດ້​ນັ້ນ​ມີ5​ເໝື່ນ​ກວ່າຕົວຢ່າງ​ແລ້ວ,ຍ້ອນ​ວ່າມ​ວນຊົນມີ​ຄວາມ​ຫ້າວຫັນ​,ມີ​ຜູ້​ສະໝັກ​ບໍລິຈາກຫຼາຍ​ສົມຄວນ,​ແນວ​ນັ້ນ​,ພວກ​ເຮົາ​​ເກັບ​ໂຮມ​ຕົວຢ່າງ​ເລືອດ​ກ່ອນ.ຫ້ອງ​ທົດ​ລອງ​​ແຍກໝວດ​ເລືອດ​ມີ​ໜຶ່ງຂະ​ບວນວິວັດ,ກ່ຽວ​ພັນ​ເຖິງ​ແຮງ​ຄົນ​ແລະ​ເຄື່ອງ​ປະກອບ​ໃນ​ທີ່​ສຸດ,ຫ້ອງ​ທົດ​ລອງ​ໄດ້​ສຳ​ເລັດ3​ໝື່ນ​ກວ່າ​ສະບັບ​ໃນ​ປັດຈຸບັນ,ຍັງ​ມີ​ຕົວຢ່າງ1ໝື່ນ​ກວ່າ​ສະບັບ​ຕ້ອງ​ຝາກ​ໄວ້​ຢ່າງ​ຊົ່ວຄາວ.ນອກ​ນີ້,ປັດຈຸບັນ,ພວ​ກ​ເຮົາ​ພຽງ​ແຕ່​ປະກາດ​ແລະ​ລະດົມ​ຢູ່​ຕົວ​ເມືອງ,ບໍ່​ຂະຫຍາຍ​ອອກ​ຮອດ​ຊົນນະບົດ."

ສະພາບ​ຊະນິດ​ນີ້​ແຕກ​ຕ່າງ​ຢ່າງ​​ແຈ່ມ​ແຈ້ງ​ກັບ​​ເວລາ​ທີ່​ເລີ່​ມສ້າງ​ທະນາຄານ​ມັນ​ກະດູກ​ຈີນ​ໃນ​ປີ1992.ທ່ານ​ຮົງ​ຈຸ້ນລິງ ຫົວໜ້າ​ສູນ​ຄຸ້ມ​ຄອງ​ທະນາຄານ​ມັນ​ກະດູກ​ຈີນ​​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງສາ​ຂອງ​ທະນາຄານ​ມັນ​ກະດູກ​ຈີນ​ແຕ່​ປີ1992​ເປັນ​ຕົ້ນ​ມາ,ທ່ານ​ເວົ້າ​ວ່າ:

"ພວກ​​ເຮົາ​ເລີ່​ມ​ເຮັດ​ວຽກ​ນີ້​ໃນ​ປີ1992,​ແນ​ວນັ້ນ,ຮອດ​ປີ2001,​ໃນ​ເວລາ9ປີ,ພວກ​ເຮົາ​ພຽງ​ແຕ່​ມີ​ຈຸ​ລັງ​ລ້ຳ​ຕົ້ນຫຼາຍ​ພັນ​ສະ​ບັບ​ເຂົ້າ​ໃນ​ທະນາຄານ."

ຍ້ອນ​ວ່າຈຸ​ລັງ​ລ້ຳ​ຕົ້ນຂອງທະນາຄານ​ມັນ​ກະດູກ​ຈີນມີ​ຈຳກັດ,​ເຮັດ​ໃຫ້​ຜູ້​ເປັນ​ພະຍາດ​ບາງ​ຄົນ​ຂອງ​ຈີນ​ຕ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ທະນາຄານ​ມັນ​ກະດູກ​ຂອງ​ຕ່າງປະ​ເທດ​,ປະກົດ​ການ​ນີ້​ພາ​ໃຫ້​ຄວາມ​ສຳນຶກ​ຄືນ​ພາຍ​ໃນ​ປະ​ເທດ​ຈີນ,ລັດຖະບານ​ຈີນ​ກໍ່​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ກາ​ນສ້າງສາ​ຂອງ​ທະນາຄານ​ມັນ​ກະດູກ​ຈີນ.ພາຍ​ໃຕ້ການ​ສະ​ໜັບສະ​ໜູນ​ຂອງ​ລັດຖ​ະບານ​ຈີນ,ທ້າຍ​ປີ2001,ທະນາຄານ​ມັນ​ກະດູກ​ຈີນ​ລິ​ເລີ່​ມຢ່າງ​ຄືນ​ໃໝ່.

ແຕ່​ທະນາຄານ​ມັນ​ກະດູກ​ຈີນ​ລິ​ເລີ່​ມຢ່າງ​ຄືນ​​ໃໝ່​ຫາ​ເດືອນ​ມີນາ​ປີ​ນີ້,​ພາຍໃນ​ເວລາ​ສັ້ນ4ກວ່າ​ປີ​,ຈຸ​ລັງ​ລ້ຳ​ຕົ້ນ​ຂອງ​ທະນາຄານ​ມັນ​ກະດູກ​ຈີນ​ກໍ່​ເພີ່ມ​ຮອດ3​ແສນ6​ໝື່ນ​ສະບັບ​ແຕ່​ຫຼາຍ​ພັນ​ສະບັບ.ປັດຈຸ​ບັນ,​ໄດ້​ມີ​ຜູ້​ອາສາ​ສະໝັກ400ກວ່າ​ຄົນ​ໄດ້ບໍລິຈາກ​ຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະ​ລິດ​ເລືອດ,​ໄດ້​ສະໜອງ​ຈຸ​ລັງ​ລ້ຳ​ຕົ້ນ1​0ກວ່າ​ຕົວຢ່າງ​ໃຫ້​ຜູ້​ເປັນ​ພະຍາດ​ນອກ​ຊາຍ​ແດງ.

ຕາມ​ແນະນຳ​ວ່າ,ມີ​ສອງສາຍ​ເຫດຕົ້ນຕໍທີ່​ທະນາຄານ​ມັນ​ກະດູກ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ​ພາຍຫຼັງ​ລິ​ເລີ່​ມຢ່າງຄືນ​​ໃໝ່,ທີ່​ໜຶ່ງ​ກໍ່​​ແມ່ນ​ບັນຫາ​ຄ່າ​ໃຊ້​ຈ່າຍ​ໄດ້​ຮັບ​ການ​ແກ້​ໄຂ.ສ້າງ​ທະນາຄານ​ມັນ​ກະດູກ​ຕ້ອງການການ​ສະ​ໜັບສະ​ໜູນ​ທຶນຮອນ​ຈຳນວນ​ຫຼາຍ.ພຽງ​ແຕ່​ແຍ​ກ​ແບບ​ແລະ​ວັດ​ແທກຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​​ເລືອດ​ທີ່​ຜູ້​ບໍລິຈາກ​ສະໜອງ,ຜູ້​ໜຶ່ງ​ກໍ່​ຕ້ອງການ​ຄ່າ​ໃຊ້​ຈ່າຍ500ຢວນ,ສ່ວນວ່າ​ພຽງ​ແຕ່​ອາ​​ໄສ​ສະພາກາ​​ແດງ​ຈີນ​ຫ້າງ​ຫາ​ເງິນ​ຄຳ​ໂດຍ​ຜ່ານ​ບໍລິຈາກ​ໃນ​ສັງຄົມ​ບໍ່ພໍ​ຢ່າງ​​ເດັ່ນ​ຊັດ.

ພາຍຫຼັງ​ທະນາຄານ​ມັນ​ກະດູກ​ຈີນ​ລິ​ເລີ່​ມຢ່າງຄືນ​​ໃໝ່,ລັດ​ຖະບານ​ຈີນ​​ໄດ້ລົງທຶນ​ຕັ້ງ​ສູນ​ຄຸ້ມ​ຄອງ​ທະນາຄານ​ມັນ​ກະດູກ​ຈີນທີ່​ໃນ​ຖານ​ເປັນ​ອົງການ​ຄຸ້ມ​ຄອງ​ພິ​ເສດ,​ໄດ້​ສະໜອງຄວາມຮັບປະກັນ​ທາງການ​ຈັດ​ຕັ້ງ​ແລະ​ພະນັກງານ​ໃຫ້ການ​ສ້າງສາ​ທະນາຄານ​ມັນກະດູກ​ຈີນ.ພ້ອມ​ກັນ​ນັ້ນ,ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ຍັງ​​ໄດ້​ເພີ່ມ​ທະວີ​ການ​ສະ​ໜັບສະ​ໜູນ​ທຶນຮອນ​ຕໍ່​ທະນາຄານ​ມັນ​ກະດູກ​ຈີນ,​ແຕ່​ປີ2003​ເປັນ​ຕົ້ນ​ມາ​ໄດ້​ສະໜອງ​ທຶນຮອນ​ສະ​ເພາະ​ປະມານ180ລ້ານ​ຢວນ.

ສາຍ​ເຫດ​ທີ່​ສອງ​ແມ່ນ,ຄຽງ​ຄູ່​ກັບ​ກຳລັງ​ປະກາດ​​ເພີ່​ມທະວີຂຶ້ນ,ຄົນ​ທັງຫຼາຍ​ນັບ​ມື້​ນັບ​ຮັບ​ຮູ້​ການ​ບໍລິຈາກ​ຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ,ຜູ້​ອາສາ​ສະໝັກ​ບໍລິຈາກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,ການ​ບໍລິຈາກ​ຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ​ກໍ່​ເອີ້ນ​ເປັນ​ໜຶ່ງເລື່ອງ​ທີ່​ເປັນ​ຕາ​ເຮັດ​ທີ່​ສຸດ​ໃນ​ຊີວິດ.ນອກ​ນີ້,ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ຂອງ​ເຕັກນິກ,ປັດຈຸ​ບັນ,​ເກັບ​​ໂຮມຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ​ບໍ່​ຕ້ອງ​ເກັບ​ໂຮມ​ໃນ​ມັນ​ກະດູກ​ອີກ,ຂະ​ບວນວິວັດ​ເກັບ​ໂຮ​ໝມໍ່ບໍ່​ມີ​ຄວາມ​ເຈັບ​ປວດ​ໃດ,ຄວາມ​ອັນຕະລາຍ​ກໍ່​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,ນີ້​ກໍ່​​ໄດ້ເພີ່ມ​ທະວີຄວາມ​ຕັ້ງໜ້າ​ຂອງ​ຜູ້​ອາສາ​ສະໝັກ.

ຕາມ​ສະຖິຕິ​,ປະຈຸ​ບັນ,​ທົ່ວໂລກ​ໄດ້​ມີ37ປະ​ເທດ​ໄດ້​ສ້າງ​ຕັ້ງ​ທະນາຄານ​ມັນ​ກະດູກ48​ແຫ່ງ.​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ທະນາຄານ​ມັນ​ກະດູກ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,ປັດຈຸບັນ​ໄດ້​ກາຍ​ເປັນ​ທະນາຄານ​ຈຸ​ລັງ​ລ້ຳ​ຕົ້ນ​ທີ່​ຜະລິດ​ເລືອດ​ຄົນ​ຈີນ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.ຄຽງ​ຄູ່​ກັບ​ທະນາຄານ​ມັນ​ກະດູກ​ເປີດ​ກວ້າງ​ປະລິມານ​ບັນຈຸ​ຕື່ມອີກ,ຄົງ​ຈະ​ຮັບ​ໃຊ້​ສັງຄົມ​​ແລະ​ຄົນ​ຈີນ​ໃນ​ທົ່ວ​ໂລກເປັນ​ຢ່າງ​ດີກ​ວ່າ​ເກົ່າ.