ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 18:50:24    
ຄວາມ​ວຸ້ນ​ວາຍ​ຢູ່​ຕີ​ມໍ​ຕາ​ເວັນ​ອອກ​ເປີດ​ກວ້າງ​ອອກ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ວັນ​ທີ8​ມິຖຸ​ນາ,​ຢູ່​ເກຼ​ໂນ​ເມືອງ​ທີ່​ຫ່າງ​ຈາກ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ດີ​ລີ​ ນະຄອນ​ຫຼວງ​ຕີ​ມໍ​ຕາ​ເວັນ​ອອກ​30ກິ​ໂລ​ແມັດ,​ພວກ​ຈະ​ລາ​ຈົນ​ກຸ່ມ​ໜຶ່ງ​ໄດ້​ປຸ້ນ​ສະ​ດົມ​ແລະ​ເຜົາ​ສຳ​ນັກ​ງານ​ຫ້ອງ​ການ​ຂອງ​ແນວ​ໂຮມ​ປະຕິ​ວັດ​ເອກະ​ລາດ​ຕີ​ມໍ​ຕາ​ເວັນ​ອອກ​ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ.​ນີ້​ແມ່ນ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ຄັ້ງ​ທຳ​ອິດ​ຢູ່​ເຂດ​ນອກ​ນະ​ຄອນ​ຫຼວງ​ດີ​ລີ​ແຕ່ທະ​ຫານ​ທີ່​ປົດ​ປະຈຳ​ການ​ຂອງຕີ​ມໍ​ກໍ່​ຄວາມ​ວຸ້ນ​ວາຍ​ໃນ​ທ້າຍ​ເດືອນ​ເມສາ​ມາ​ນີ້.​ໃນ​ງານ​ຖະ​ແຫຼງ​ຂ່າວ​ໃນ​ມື້​ດຽວ​ກັນ,​ທ່ານ​ລູ​ໂອ​ໂລ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຕີ​ມໍ​ຕາ​ເວັນ​ອອກ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ດັ່ງກ່າວ.

ພ້ອມ​ກັນ​ນັ້ນ,​ທ່ານ​ລູ​ໂອ​ໂລ​ກ່າວ​ວ່າ,​ສະພາ​ແຫ່ງ​ຊາດ​ບໍ່​ຫ່ອນ​ຈະ​ທວງ​ໃຫ້​ທ່ານ​ອັນ​ຄາ​ຕີ​ຣີລາ​ອອກ​ຈາກ​ຕຳ​ແໜ່ງ,​ເພາະ​ວ່າ​ທ່ານ​ແມ່ນ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໂດຍ​ຜ່ານ​ຈາກ​ການ​ເລືອກ​ຕັ້ງ​ທີ່​ຊອບ​ກົດ​ໝາຍ.​ທ່ານ​ລູ​ໂອ​ໂລ​ເວົ້າ​ວ່າ,​ປັດ​ຈຸ​ບັນ,​ຕີ​ມໍ​ຕາ​ເວັນ​ອອກ​ຍັງ​ບໍ່​ທັນ​ມີ​ກົດ​ໝາຍ​ເລືອກ​ຕັ້ງ,​ແລະ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ,​ສະ​ນັ້ນ​ການ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ເວ​ລາ​ກຳນົດ​ນັ້ນ​ແມ່ນ​ເປັນ​ໄປ​ບໍ່​ໄດ້.