ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-09 20:18:38    
ທະ​ຫານ​ເຮືອ​ຂອງ​ສິງ​ກະ​ໂປ​ແລະ​ອາ​ເມ​ລິ​ກາ​ຈັດ​ການ​ຊ້ອມ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ8​ມິຖຸ​ນາ,​ທະ​ຫານ​ເຮືອ​ຂອງ​ສິງ​ກະ​ໂປ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດ​ການ​ຊ້ອມ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່​ທະ​ເລ​ຈີນ​ໃຕ້.​ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊ້ອມ​ລົບ​"ແຜນ​ການ​ຮ່ວມ​ກະ​ກຽມ​ສົງ​ຄາມ​ແລະ​ຝຶກ​ຫັດ​ທາງ​ທະ​ເລ"​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ສອງ​ປີ​​ຈັດ​ຂຶ້ນເທື່ອ​ໜຶ່ງ.

ຕາມ​ຂ່າວ​ແຈ້ງ​ວ່າ,​ໃນ​ການ​ຊ້ອມ​ລົບ,​ທະ​ຫານ​ເຮືອ​ສິງ​ກະ​ໂປ​ໄດ້​ຍິງ​ລູນ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ຊື່​"ບາຣັກ",​ແລະ​ໄດ້​ຍິງ​ຖືກ​ເປົ້າ​ໝາຍ​ຢູ່​ເທິງ​ອາ​ກາດ​ຢ່າງ​ສຳ​ເລັດ​ຜົນ.ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ,​ການ​ຊ້ອມ​ລົບ​ເທື່ອ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ສາມາດ​ກະ​ກຽມ​ສົງຄາມ​ຂອງ​ທະ​ຫານ​ເຮືອ​ສິງ​ກະ​ໂປ​ແລະ​ອາ​ເມ​ລິ​ກາ,​ກໍ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນ ລະ​ຫວ່າງ​ທະຫານ​ເຮືອ​ສິງ​ກະ​ໂປ​ແລະ​ອາ​ເມ​ລິ​ກາ.

ການ​ຊ້ອມ​ລົບ​"ແຜນ​ການ​ຮ່ວມ​ກະ​ກຽມ​ສົງ​ຄາມ​ແລະ​ຝຶກ​ຫັດ​ທາງ​ທະ​ເລ"​ແມ່ນ​ການ​ຊ້ອມ​ລົບ​ປະ​ສົມ​ຕ່າງໆ​ປະ​ຈຳ​ປີ​ທີ່​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອາຊ​ຽນ​ຈັດ​ຂຶ້ນ,​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​1995.