ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-11 19:52:53    
ຈີນ​ກາຍ​ເປັນ​ບ່ອນ​ທີ່​ຄົນ​ຕ່າງ​ປະ​ເທດ​ມາ​ຫາ​ຮຽນ​ວິຊາ​ຄວາມ​ຮູ້​ແລະ​ຊອກ​ວຽກ​ເຮັດ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ນັກຮຽນ​ຕ່າງ​ປ​ະ​ເທດ​ນັບ​ມື້​ນັບ​ຫຼາຍ​ພາກັນ​ມາ​ຮຽນ​ຢູ່​ຈີນ, ຈຳນວນ​ຄົນ​ຜູ້​ມີ​ວິຊາ​ເຕັກນິກ​ສູງ​ແລະ​ຮູ້​ບໍລິຫານ​ຄຸ້ມ​ຄອງ​ທີ່​ມາ​ເຮັດ​ວຽກ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ຈີນ​ພວມ​ກາຍ​ເປັນ​ບ່ອນ​ທີ່​ຄົນ​ຕ່າງ​ປະ​ເທດ​ມັກ​ມາ​ສະ​ແຫວງ​ຮຽນ​ວິຊາ​ຄວາມ​ຮູ້​ແລະ​ປະກອບ​ອາຊີບ.

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີກາຍ​ນີ້, ຍອດ​ຈຳນວນ​ຄົນ​ຕ່າງ​ປະ​ເທດ​ທີ່ມາ​ຮຽນ​ຢູ່​ຈີນ​ລື່ນ​ກາຍ 1 ​ແສນ 4 ໝື່ນ​ຄົນ, ​ເມື່ອ​ທຽບ​ໃສ່​ປີ​ກ່ອນ​ແລ້ວ, ​ໄດ້ເພີ່ມ​ຂຶ້ນ​ເກືອບ 30%. ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ​ໄດ້​ມີ​ຄົນ​ສັນຊາດ​ຕ່າງ​ປະ​ເທດ 1 ​ແສນ 5 ໝື່ນ​ກວ່າ​ຄົນ​​ໄດ້​ຂຶ້ນ​ທະບຽນ​ປະກອບ​ອາຊີບ​ຢູ່​ແຜ່ນດິນ​ໃຫຍ່ຈີນ.

​ຕາມ​ການ​ວິ​ໄຈ, ຢູ່​ຈີນ, ການ​ເມືອງມີ​ສະຖຽນ​ລະ​ພາບ, ​ເສດຖະກິດ​ພັດທະນາ​ຢ່າ​ງວ່ອງ​ໄວ, ຄຸນ​ນະ​ພາບ​ການ​ສຶກສາ​ຊັ້ນ​ສູງ​ກໍຍົກ​ສູງ​ຂຶ້ນ​ຢ່າ​ງບໍ່​ຢຸດ​ຢັ້ງ, ຄ່າ​ຮຽນ​ກໍອ່າວ​ຕ່ຳ, ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ປັດ​ໄຈ​ທີ່​ດູດ​ດຶງ​ເອົາ​ຄົນ​ຕ່າງ​ປະ​ເທດ​ມາຮຽນ​ວິຊາ​ຄວາມ​ຮູ້​ແລະ​ປະກອບ​ອາຊີບ​ຢູ່​ຈີນ.