ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 10:02:05    
ງານ​ຕະ​ຫລາດ​ນັດ​ການ​ຄ້າ​ຄຸນ​ມິງ​ສ້າງ​ແທ່ນ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ

cri Author: sayvanny

ວັນ​ທີ 6 ມິ​ຖຸ​ນາ,ງານ​ຕະ​ຫລາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຄຸນ​ມິງ​ຈີນ​ປີ 2006 ​ໄດ້​ເປີດ​ສາກ​ຢູ່​ເມືອງ​ຄຸນ​ມິງ ​ແຂວງ​ຢຸນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.​ຕັ້ງ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ, ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ໄດ້​ຈັດ​ຂຶ້ນ 14 ​ເທື່ອ​ແລ້ວ.​ໃນ​ຖານ​ເປັນ​ແຂວງ​ຫນຶ່ງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ອາ​ຊຽນ, ​ແຂວງ​ຢຸນ​ນານ​ໄດ້​ພະ​ຍາ​ຍາມ​ສ້າງ​ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ເປັນ​ແທ່ນ​ທີ່​ໃຫ້​ຈີນ​ກັບ​ອາ​ຊຽນ​ດຳ​ເນີນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແລະ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໂດຍ​ຕະ​ຫລອດ.​ໂດຍ​ອາ​ໃສທ່າ​ແຮງ​ດ້ານ​ພູມ​ສາດ​​ພິ​ເສດ,ຝ່າຍ​ຈັດ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ​ໄດ້​ຕັ້ງ​ຫນ້າ​ດຶງ​ດູດ​ນັກ​ທຸ​ລະ​ກິດ​,ບູ​ລະ​ນະ​ສິ່ງ​ກໍ່​ສ້າງ​ບໍ​ລິ​ການ,​ເຮັດ​ໃຫ້​ວິ​ສາ​ຫະກິດ​ອາ​ຊຽນຈື່​ຈຳ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງທີ່​ເປັນ​ນາມ​ບັດ​ໄວ້.​

​ເມື່ອ​ໄດ້​ເພີ່ມ​ເນື້ອ​ໃນ​ໃຫ້​ອຸ​ດົມ​ສົມ​ບູນ​ແລະ​ພັດ​ທະ​ນາ​ເປັນ​ເວລາ 10 ປີ, ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ປີ​ນີ້​ຍິ່ງ​ສຸກ​ງອມ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ໃນ​ຫລາຍໆ​ດ້ານ,​ແລະ​ຍິ່ງ​ມີ​ວິ​ຊາ​ສະ​ເພາະ​ກວ່າ​ເກົ່າ.ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ​ເທື່ອ​ນີ້​ມີ​ຫລາຍ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,ບັນລຸ​ 1180 ​ຫລັງ.ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 19 ປະ​ເທດ​ແລະ​ເຂດ​ແຄວ້ນ​ມີ 200 ກວ່າ​ຫລັງ.

​ເຫມືອນ​ກັບ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ​ເຈົ້າ​ພາບ​ຍັງ​ຄົງ​ໄດ້​ຈັດ​ເອົາ​ຫໍ​ອາ​ຊຽນເປັນ​ພິ​ເສດ​ເປັນ​ຫໍ​ວາງ​ສະ​ແດງ​ຈຸດ​ຫນັກ​ໃນ​ປີ​ນີ້.ຫໍ​ອາ​ຊຽນ​ໃນ​ປີ​ນີ້​ຈັດ​ຢູ່​ໃນ​ຫໍ​ວາງ ສະ​ແດງ​ໃຫມ່​ທີ່​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ​ກາຍ​ນີ້,ລວມ​ທັງ​ຫມົດ​ມີ 210 ຮ້ານ.ນັກ ທຸ​ລະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່​​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ໄດ້​ຍ້ອງ​ຍໍ​ຫໍ​ວາງ​ສະ​ແດງ​ໃຫມ່​ຢ່າງ​ບໍ່​ເຫືອດ​ສົບ​ເຫືອດ​ປາກ.

ທ່ານ​ນາງ​ວັນ​ລະ​ພາ.ພັດ​ທະ​ນະ​ພອນ ​ເຈົ້າ​ຫນ້າ​ທີ່​ກົມ​ສົ່ງ​ເສີມ​ການ​ຄ້າຂາ​ອອກ​ຂອງ​ກະ​ຊວງ​ພາ​ນິດ​ໄທ​ບອກ​ນັກ​ຂ່າວ​ວ່າ,ກົມ​ດັ່ງກ່າວ​ໄດ້​ຈັດ​ຕັ້ງ ວິ​ສາ​ຫະກິດ​ໄທ​ມາ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ເປັນ​ເວລາ 10 ປີ​ລຽນ​ຕິດ​ແລ້ວ,ປີ​ນີ້ ​ໄດ້​ຈັດ​ຕັ້ງ 18 ວິ​ສາ​ຫະກິດ​ໄທ​ມາ​ຮ່ວມ.​ເມື່ອ​ກ່າວ​ເຖິງ​ສະ​ພາບ​ການ​ໃຫມ່​ຂອງ​ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ປີ​ນີ້,ທ່ານ​ນາງ​​ເວົາ​ດ້ວຍ​ຄວາມ​ດີ​ໃຈ​ວ່າ:

ງານ​ຕະ​ຫລາດ​ນັດ​ນີ້​ຈັດຕັ້ງ​ໄດ້​ດີ​ຫລາຍ, ດູ​ແລ​ພໍ່​ຄ້າ​ແລະ​ພະ​ນັກ​ງານ​ທີ່​ມາ​ຮ່ວມ​ງານ​ເປັນ​ພິ​ເສດ,ການ​ບໍ​ລິ​ການ​ກໍ່​ຮອບ​ຄອບ,​ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ປະ ສົບ​ຄວາມ​ຫຍຸ້ງ​ຍາກ​ຫຍັງ,ພະ​ນັກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກໍ່​ຊ່ອຍ​ພວກ​ຂ້າ​ພະ​ເຈົ້າ​ແກ້​ໄຂ​ດ້ວຍ​ຄວາມ​ຫ້າວ​ຫັນ.ນອກ​ນີ້, ສິ່ງ​ກໍ່​ສ້າງ​ວາງ​ສະ​ແດງ​ສິນ​ຄ້າ​ທີ່​ກ້າວ​ຫນ້າ​ຕ່າງໆ​ກໍ່​ຄົບ​ຖ້ວນ​ຫລາຍ.

ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ​ໄດ້​ຕັ້ງຫໍ​ອາ​ຊຽນ​ເປັນ​ພິ​ເສດ,ຈຸດ​ປະ​ສົງ​ແມ່ນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​ອາ​ຊຽນ​ມີ​ຊ່ອງ​ທາງ​ທຳ​ຄວາມ​​ເຂົ້າ​ໃຈ​ກັນ​​ໂດຍ​ກົງ​ທີ່​ບັງ​ເກີດ​ຜົນ​ກວ່າ​ເກົ່າ,​ ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ແລະ​ວິ​ສາ​ຫະກິດ​ຂອງ​ບັນ ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ສູ່​ຈີນ​ໂດຍ​ໄວ, ທັງ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ຮ້​ຈັກູ​ວິ​ສາ​ຫະກິດ​ອາ​ຊຽນ​ໂດຍ​ກົງ​ກວ່າ​ເກົ່າ.ການ​ຈັດ​ມີຫໍ​ອາ​ຊຽນ​ໄດ້​ຊຸກ​ຍູ້​ຄວາມ​ຫ້າວ​ຫັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ​ໂດຍ​ກົງ,​ເຮັດ​ໃຫ້​ຈຳ​ນວນ​ວິ​ສາ​ຫະກິດ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະ ດັບ​ກໍ່​ສູງຂຶ້ນ​ຊັກ​ໃຊ້.ພ້ອມ​ກັນ​ນັ້ນ, ​ເພື່ອ​ຮັບ​ໃຊ້​ພໍ່ຄ້າ​ອາ​ຊຽນ​ດີ​ກວ່າ​ເກົ່າ,​​ເລີ່​ມ​ແຕ່​ການ​ຊັກ​ຊວນ​ພໍ່​ຄ້າ​ກ່ອນ​ໄຂ​ງານ,ເຈົ້າ​ພາບ​​ກໍ່​ໄດ້​ສະ​ຫນອງ​ການ​ບໍ​ລິ​ການ​ດີ​ແກ່​ບັນດາ​ປະ​ເທດ​ອາ​ຊຽນ.ທ່ານ​ອີ​ດິງ​ເຊິ​ງ ຮອງ​ຫົວ​ຫນ້າ​ພະ​ແນ​ກການ​ຄ້າ​ແຂວງ​ຢຸນນານ​ແນະນຳ​ວ່າ:

ໃນ​ຂະ​ບວນ​ການ​ຈັດ​ຕັ້ງ​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນມາ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ, ພວກ​ຂ້າພະ​ເຈົ້າອີງ​ຕາມ​ລະດັບ​ການ​ພັດທະນາ​ເສ​ດຖະກິດ​ແລະ​ຈຸດ​ພິ​ເສດ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ທີ່​ຕ່າງ​ກັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ,​ໄດ້​​ໃຊ້​ນະ​ໂຍ​ບາຍ​ຊັກ​ຊວນ​ພໍ່​ຄ້າ​ທີ່​ມີ​ລັກ​ສະ​ນະ​​ເປົ້າ​ຫມາຍ.ຕົວ​ຢ່າງ​ຄື ປະ​ເທດ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ​ເຊັ່ນ​ມຽນ​ມາ ລາວ​ແລະ​ຫວຽດ​ນາມ, ​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ລະດັບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຫລົ່າ​ນີ້,​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ເຫລົ່າ​ນີ້ມາ​ເຂົ້າ​ຮ່ວມ, ພວກ​ຂ້າ​ພະ​ເຈົ້າກໍ່​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພິ​ເສດ​ທີ່​ຫລຸດ​ຫລື​ຍົກ​ເວັ້ນຄ່າ​ເຊົາ​ຮ້ານ​ວາງ​ສະ​ແດງ.

​ໃນ​ໄລຍະ​ຈັດ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ, ຝ່າຍ​ຈີນ​ຍັງ​ໄດ້​ຕັ້ງຫນ້າ​ຈັດ​ງານ​ໂຄສະ​ນະ​ຜະລິດ​ຕະພັນຕໍ່ວິ​ສາ​ຫະກິດ​ຂອງ​ປະ​ເທດ​ອາ​ຊຽນ,ຈັດ​ງານ​ແນະ​ນຳ​ສະພາບ​ການ​ເສດຖະກິດ​ການ​ຄ້າ​ຂອງ​ປະ​ເທດ​ອາ​ຊຽນ​ໂດຍ​ຈຳ​ເພາະ,​ແລະ​ງານ​ສັງສັນ​ວິ​ສາ​ຫະກິດ​ໃນ​ຂະ​ແຫນງ​ການ​ດຽວ​ເປັນຕົ້ນ.​ໂດຍ​ຜ່ານ​ຈາກ​ໃຊ້ມາດ​ຕະການ​ລະອຽດ​ທີ່​ມີ​ລັກສະນະ​​ເປົ້າຫມາຍເຫລົ່າ​ນີ້,ວິສຫາະກິດ​ຂອງ​ປະ​ເທດ​ອາ​ຊຽນຫລວງຫລາຍ​ໄດ້​ຊອກ​​ໄດ້​ຄູ່​ຮ່ວມ​ມື​ຢູ່​ແຂວງ​ຢຸນນານ​ແລະ​ແຂວງ​ອື່ນໆ,​​ແລະໄດ້​ເປີດ​ຊ່ອງ​ທາງໃຫ້​ສິນຄ້າ​ຂອງ​ພວກ​ເຂົາ​ເຈົ້າ​ເຂົ້າສູ່​ຕະຫລາດ​ຈີນ.

ບົດບາດ​ອັນ​ຕັ້ງ​ຫນ້າ​ຂອງ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຮັບ​ຮອງ​ຈາກ​ພໍ່ຄ້າ​ອາ​ຊຽນ ຢ່າງ​ຫລວງ​ຫລາຍ.ທ່ານ​ຫງວນ​ເວີນ​ງັນ ຜູ່​ອຳນວຍ​ການ​ບໍ​ລິ​ສັດ​ທຸລະ​ກິດ​ກອງ​ປະຊຸມ​ແລະ​ງານ​ວາງ​ສະ​ແດງ​​ແລະ​ການ​ໂຄ​ສະ​ນາ​ຫວຽດ​ນາມ​ທີ່​ໄດ້​ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ 13 ​ເທື່ອ​​ແລ້ວ​ນັ້ນ​ແມ່ນ​ຜູ່​ອາ​ວຸ​ໂສ​ທີ່​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ,ທ່ານ​ມີ​ຄຸນ​ວຸດ​ທິ​ຫລາຍ​​ໃນ​ການ​ຕີ​ລາຄາ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງ.ທ່ານ​ເວົ້າ​ວ່າ:

ຜ່ານ​ການ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິງ,ວິ​ສາ​ຫະ​ກິດ​ຫວຽດ​ນາມ​ໄດ້​ຮັບ​ຜົນ​ຫລາຍ,ບໍ່​ພຽງ​ແຕ່​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປ​ະ​ເທດ​ໄດ້​ເພີ່ມ​ຂຶ້ນ​ທໍ່​ນັ້ນ, ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ກໍ່​ໄດ້​ເພີ່ມ​ຂຶ້ນ​ອີກ​ດ້ວຍ.ວິ​ສາ​ຫະກິດ​ຫລວງ ຫລາຍ​ທີ່​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິ​ງຢ່າງ​ລຽນ​ຕິດ​ນັ້ນ​ໄດ້​ຕັ້ງ​ໂຮງ​ງານ​ຢູ່​ແຂວງ​ຢຸນ​ນານ​ແລະ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແລ້ວ,​ທັງ​ໄດ້​ຕັ້ງ​ສຳ​ນັກ ງານ​ຕົວ​ແທນ, ຊອກ​​ໄດ້​ຄູ່​ຮ່ວມ​ມື,​​ແລະ​ເປີດ​ຕະ​ຫລາດ​ໃຫ້​ກວ້າງ​ອອກ.
ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຫວຽດ​ນາມ, ຫລາຍ​ປະ​ເທດ​ອາ​ຊຽນ​ໄດ້​ແຕ່ງ​ຄະ​ນະ​ຜູ່​ແທນ​ລະ​ດັບ​ລັດ​ຖະ​ມົນ​ຕີ​ມາ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ເທື່ອ​ນີ້,ຕົວ ຢ່າງ​ຄື ກະ​ຊວງ​ການ​ຄ້າ​ກຳປູ​ເຈຍ ກະ​ຊວງ​ການ​ຄ້າ​ລາວ ກະ​ຊວງ​ການ​ຄ້າ​ມາ​ເລ​ເຊຍ​ແລະ​ກະ​ຊວງ​ການ​ຄ້າ​ມຽນມາ​ລ້ວນ​ແຕ່​ໄດ້​ແຕ່ງ​ຄະ​ນະ​ຜູ່​ແທນ​ມາ​ເຂົ້າ ຮ່ວມ.ທ່ານ​ສົມ​ຄິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຍັງ​ໄດ້​ນຳ​ພາ​ຄະ​ນະ​ຜູ່​ແທນ​ໂດຍ​ຕົນ​ເອງ.ນອກ​ນີ້, ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ສະ​ພາ​ການ​ຄ້າ​ລາວ ກົມ​ສົ່ງ​ເສີມ​ການ​ຄ້າ​ຂາ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ ສະ​ພາ​ການ​ຄ້າ​ຈີນ​ສິງ​ກະ​ໂປ ຄະ​ນະ​ກຳ​ມະ​ການ​ລົງ​ທຶນ​ປະ​ຊາ​ຊົນ​ມາ​ເລ​ເຊຍ​ແລະ​ສະ​ພາ​ການ​ຄ້າ​ຊຽງ​​ໃຫມ່​ຂອງ​ໄທ​ກໍ່​ໄດ້​ຕັ້ງ​ຫນ້າ​ຈັດ​ຕັ້ງ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທ​ດ​ໃຜ​ລາວ​​ເຂົ້າ ຮ່ວມ​ງານ​ຕະ​ຫລາດ​ນັດ.ການ​ມີ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ, ​ເຮັດ​ໃຫ້​ງານ​ສາງ​ສັນ​ຄຸນ​ມິງ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີວາ.ນັກ​ທຸ​ລະ​ກິດ​ຈີນ​ແລະ​ອາ​ຊຽນກໍ່​ໄດ້​ຝາກ​ຄວາມ​ຫວັງ​ຍິ່ງ​ຫລາຍ​​ໄວ້​ກັບ ງານ​ຕະ​ຫລາດ​ນັດ​ຄຸນ​ມິງ​ທີ່​ເປັນ​ແທ່ນ​ແຫ່ງ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ.