ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 17:11:47    
ຜູ່​ນຳ​ຮາ​ມາສ​ແລະ​ຈີ​ຮອດ​ທີ່​ພວມ​ຖືກ​ກັກ​ຂັງ​ປະ​ກາດ​ຖອນ​ອອກ​ຈາກ "ສັນ​ຍາ​ໃນ​ຄຸກ"

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ມິຖຸນາ, ຜູ່ນຳອົງການ​ຮາ​ມາສ​ແລະ​ອົງການ​ຈີ​ຮາດ​ທີ່​ພວມ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ​ອິສຣາ​ແອນ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​, ປະກາດ​ຖອນ​ອອກ​ຈາກ​ "ສັນ​ຍາ​ໃນ​ຄຸກ" ທີ່​ເຊັນ​ກັນ​ໃນ​ເດືອນ​ພຶດສະພາ.

​ມື້​ດຽວ​ກັນ ຜູ່​ແທນ​ຂອງອົງການ​ຮາ​ມາສ​ແລະ​ອົງການ​ຈີ​ຮາດ​ໄດ້​ຮ່ວມ​ກັນ​ຈັດ​ງານ​ຊຸມ​ນຸມ​ນັກ​ຂ່າວຢູ່​ກາຊາ, ​ແລະ​ອ່ານ​ຖະ​ແຫຼງການ​ດັ່ງກ່າວ​. ຖະ​ແຫຼງ​ການ​ກ່າວ​ວ່າ, ທ່ານ​ອັບ​ບາສ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນນຳ​ໃຊ້​ຖານະ​ຂອງ "ນັກ​ໂທດ" ໃນ​ມວນ​ຊົນ​ປາ​ເລັສ​ຕິນ, ຢາກ​ຈັດ​ການ​​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນກ່ຽວ​ກັບ "ສັນ​ຍາ​ໃນ​ຄຸກ", ນີ້​ໄດ້​ລະ​ເມີດ​ຄວາມ​ປາ​ຖະ​ໜາ​ເດີມ​ຂອງ​ການ​ເຊັນ "ສັນຍາ​ໃນ​ຄຸກ", ສະນັ້ນ ຜູ່​ນຳ​ອົງການ​ຮາ​ມາສ​ແລະ​ອົງ​ການ​ຈີ​ຮາດ​ທີ່​ພວມ​ຖືກ​ກັກ​ຂັງ​ນັ້ນຕົກລົງ​ຖອນ​ອອກ​ຈາກ​ສັນຍາ​ດັ່ງກ່າວ.

ຖະ​ແຫຼງການ​ຍັງ​ໄດ້​​ເນັ້ນໜັກ​ຄວາມ​ຈຳ​ເປັນ​ແຫ່ງ​ການດຳ​ເນີນການ​ສົນ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ຢູ່​ລະ​ຫວ່າງ​ບັນດາ​ຝ່າຍ​ປາ​ເລັສຕິນ.