ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-12 21:03:19    
ຝ່າຍ​ຈີນ​ຫວັງ​ພ້ອມ​ກັບ​ອິນ​ໂດ​ເນ​ເຊຍ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 12 ມິຖຸນາ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ພ້ອມ​ກັບອິນ​ໂດ​ເນ​ເຊຍ​ຊຸກ​ຍູ້​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ໃນ​ບັນ​ດາ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປີດ​ກວ້າງ​ຜົນ​ປະ​ໂຍດຮ່ວມ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ເວລາ​ພົບ​ປະ​ທ່ານ​ຮັສຊັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ທີ່​ມາ​ຢ້ຽມ​ຢາມ, ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ, ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ເຂົ້າ​ໃຈ​​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນຫາ​ສຳຄັນ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ​ແມ່ນ​ປະກົດ​ການທີ່​ສຳຄັນ​ອັນ​ໜຶ່ງ​ຂອງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ. ຝ່າຍ​ຈີນ​ເດັດດ່ຽວ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງອິນ​ໂດ​ເນ​ເຊຍ​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ພາບ​ຂອງ​ຊາດ, ຫວັງ​ໃຫ້​ອິນ​ໂດ​ເນ​ເຊຍ​ຈົ່ງໂຄລົບນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ແທ້​ຈິງ​.