ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 10:46:12    
ຂົວ​ອາ​ກາດ​060612(ສຽງ)

cri

ວັນ​ສຸກ​ອາທິດ​ແລ້ວນີ້,ພວກ​ເຮົາ​ໄດ້​​ຄັດ​ເອົາ​ບາງ​ຕອນ​ໃນ​ຈົດໝາຍ​ຂອງ​ພຣະ​ໄຊ​ມອນ ທີ່​ຝາກ​ມາ​ແຕ່ປະ​ເທດ​ມຽນມາມາ​ອ່ານ​ສູ່​ຟັງ,​ໃນ​ຈົດ​ໝາຍ,ພຣະ​ໄຊ​ມອນ​ຍັງ​ຂຽນ​ວ່າ,ພຣະ​ຄິດ​ຢາກ​ຂຽນ​ຈົດໝາຍ​ມາ​ຫາ​ເທື່ອ​ໃດ​ກໍ​ຄິດ​ຢ້ານ​ວ່າ​ພວກ​ເຮົາ​ຈະ​ມີ​ຂໍ້​ຈຳກັດ​ໃນ​ລະດັບ​ຂອງ​ຜູ້​ຟັງ.​​ແລະມີຫຼາຍ​ເທື່ອ​ຢາກ​ຂຽນ​ຈົດໝາຍ​ມາ​ຮ່ວມ​ລາຍການ"​ເສັງ​ຄວາມ​ຮູ້",​ແຕ່​ຢ້ານ​ວ່າ​ຈະ​ບໍ່​ຮັບ​​ເອົາພຣະ​ເຂົ້າ​ຮ່ວມ.

ຂໍ​ໃຫ້​ພຣະ​ໄຊ​ມອນ​ຈົ່ງໄວ້​ວາງ​ໃຈ​ໂລດ,ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາຍິນ​ດີ​ຕ້ອນຮັບຊົມ​ເຊີຍ​ເພື່ອ​ມມິດ​ຜູ້​ຟັງ​ທຸກ​ຄົນ,​ໂດຍບໍ່​ຈຳ​ແນ​ກ​ຖານະ​ສູງ​​ຕ່ຳ,​ເຮັດ​ວຽກ​ຫຍັງ,ລະ​ດັບ​ການ​ສຶກສາ​ສ່ຳໃດ,​​ແລະເຊື່ອ​ຖື​ສາສະໜາ​ໃດ,ຖະ​ແນມ​ແຕ່​ທ່ານມັກ​ຟັງ​ລາຍການ​ຂອງ​ວິທະ​ຍຸ​CRI​ພວກ​ເຮົາ,ທ່ານ​ກໍ່​ແມ່ນເພື່ອນມິດ​ຂອງ​ພວກ​ເຮົາ.ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ຄົນ​ຕິດຕາມ​ຮັບຟັງ​ລາຍການ​ຂອງ​ພວກ​ເຮົາ,ທ່ານຈະ​ຝາກ​ຈົດໝາຍ​ຫຼື​ໂທ​ລະ​ສັບມາ​ລົມ​ກັບພວກ​ເຮົາ​ແລກປ່ຽນ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ໃນ​ຊີ​ວິການ​ເປັນ​ຢູ່​ ​ກັບ​ພວກ​ເຮົາ​ກໍໄດ້ທັງ​ນັ້ນ,ຫຼື​ທ່ານ​ຈະຕັ້ງ​ຄຳ​ຖາມ​ທີ່​ທ່ານ​ສົນ​ໃຈ​,ຂໍ​ຟັງ​ເພງ​ທີ່​ທ່ານ​ມັກ​ກໍ່ໄດ້,ສະ​ເໜີຂໍ້​ສະ​ເໜີ​​ແລະ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ​ກ່ຽວ​ກັບ​ລາຍການ​ຂອງ​ພວກ​ເຮົາ​ກໍໄດ້​ແລະ​ພວກ​ເຮົາ​ຫວັງ​ຢ່າງ​ຈິງ​ໃຈ,ຊົມ​ເຊີຍເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຸກ​ຢ່າງທີ່​ພວ​ກ​ເຮົາ​ຈັດ​ຂຶ້ນ​.

ສຸດ​ທ້າຍ​​ລາຍການ​ມື້​ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ຄົນ​,​ແລະກໍ່​ແມ່ນ​​ເພງ​ທີ່​ຈັດຕາມ​ຄວາມ​ປະສົງ​ຂອງ​ພຣະ​ໄຊ​ມອນ,​ເພງ​ນີ້​ຊື່ວ່າ"ອີ​ລູ້​ຊ້າງ​ອີ​ວນີ",​ແປ​ວ່າ"ມີ​ເຈົ້າ​​ເປັນ​ເພື່ອນຕະ​ຫຼອດທາງ".​