ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 16:09:21    
ກິນເຂົ້າ​ອອກສ໌ມີ​ຜົນ​ດີ​ຕໍ່​ສຸຂະພາບ

cri


ມີ​ຜູ້​ຊ່ຽວຊານ​ເຫັນ​ວ່າ, ກິນ​ອາຫານ​ປະ​ເພດ​ເຂົ້າ​ອອກສ໌ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ, ​ໂດຍ​ສະ​ເພາະ​ມີ​ຜົນ​ດີ​ຕໍ່​ໝາກ​ຫົວ​ໃຈ. ຫວ່າງ​ມໍ່ໆ​ນີ້, ກົມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາຂອງ​ອາ​ເມ​ລິ​ກາ​​ໄດ້​ຕົກລົງວ່າ, ອະນຸຍາດ​ໃຫ້​ຜະລິດ​ຕະພັນ​ເຂົ້າ​ອອກສ໌​ແລະ​ຂອງ​ກິນ​ທີ່​ມີ​​ເຂົ້າອອກສ໌ໝາຍ​​ໃສ່​ເຄື່ອງ​ຫຸ້ມ​ຫໍ່​ວ່າ: ອາຫານ​ປະ​ເພດ​ນີ້​ສາມາດ​ຫຼຸດ​ຄວາມສ່ຽງ​ທີ່​ເປັນ​​ໂຣກຫົວ​ໃຈ​.

ຕາມ​ໜັງ​ສື​ພິມ​ສຽວປ້າວ​ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ກົມ​ຄຸ້ມ​ຄອງ​ອາຫານ​ແລະ​ຢຸກຢາ​ອາ​​ເມ​ລິ​ກາ​ເຫັນ​ວ່າ, ​ໂກ​ແລ​ສ​ເຕ​ລອນສູງນັ້ນຈະ​ພາ​ໃຫ້​ເປັນ​ໂຣກຫົວ​ໃຈ​ໄດ້​ງ່າຍ​ກວ່າ​ຄົນ​ປົກກະຕິ, ​ແຕ່​ຖ້າ​ເພີ່ມ​ເຂົ້າ​ອັອກສ໌​ຫຼື​ຜະລິດ​ຕະພັນ​ເຂົ້າ​ອັອກສ໌​ເຂົ້າ​ໃນອາຫານ​ກໍ​ຈະ​ເຣັດ​ໃຫ້ໂກ​​ແລ​ສ​ເຕລອນ​ໃນ​ຮ່າງກາຍໜ້ອຍ​ລົງ​ຢ່າງ​ໄດ້ຜົນ, ​ແລ້ວຮັກສາ​ສຸຂະ​ພາບຂອງ​ຫົວ​ໃຈ.

ຜູ້​ຊ່ຽວຊານ​ເຫັນ​ວ່າ, ​ເຂົ້າອັອກສ໌​ແມ່ນ​ອາຫານ​ແຊບ​ບຳລຸງ​ສຸຂະພາບ​​ທີ່​ມີ​ທາດ​ນາຕຼີແລະ​ໄຂມັນ​ໜ້ອຍ. ​ເຂົ້າ​ອັອກສ໌ມີ​ບົດບາດ​ລົດ​ໂກ​​ແລ​ສ​ເຕ​ລອນ​ໄດ້​ດີ​ສົມຄວນ. ​ເວົ້າ​ສຳລັບ​ຄົນ​ຍຸກ​ປະຈຸ​ບັນ​ທີ່​ກິນ​ເຂົ້າຈ້າວ​ແລະ​ໝີ່​ເປັນ​ອາຫານສຳຄັນ​ແລ້ວ, ກິນ​​ເຂົ້າ​ອັອກສ໌​ແລະອາຫານ​ທີ່​ເຮັດ​ດ້ວຍ​ເຂົ້າອັອກສ໌​​ເລື້ອຍໆ​ຈະ​ມີ​ຜົນ​ປະ​ໂຫຍ​ດ​ທີ່​ສຸດ.

ນອກ​ນີ້, ​ເຂົ້າ​ອັອກສ໌ຍັງຊ່ອຍ​ຊຸກ​ຍູ້​ໃຫ້​ລຳ​ໄສ້​ຄັນ​ຮູດ, ບັນ​ເທົາທ້ອງຜູກ, ​​ເໝາະ​ສຳລັບຜູ້​ເຖົ້າ​ຜູ້​ແກ່​​ເປັນ​ພິ​ເສດ.

ຜູ້​ຊ່ຽວຊານ​ສະ​ເໜີ​ວ່າ, ​ເອົາ​ເຂົ້າ​ອັອກສ໌, ຕົ້ມ​ນ້ຳ​ກິນ​ຕາງ​ນ້ຳ​ຊາຕະ​ຫຼອດ​ປີ​ໄດ້ຜົນ​ດີ​ຫຼາຍລະດູ​ຮ້ອນ​ເອົາ​ໃສ່​ຕູ້​ເຢັນ​​ກິນ​ເຢັນໆ, ​ແກ້ຮ້ອນ​; ລະດູ​ໜາວ​ຕົ້ມ​ກິນຮ້ອນໆ, ສາມາດ​ອຸ່ນ​ກະ​ເພາະແລະ​ໄລ່​ຄວາມ​ໜາວ.