ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 18:57:44    
ຂົວ​ອາ​ກາດ​060613(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍຂອງ​ນາງ​ມາລີ ທະ​ນົງ​ສັກ ທີ່​ມະຫາວິທະຍາ​ໄລ​ສຸພາ​ນຸວົງ ​ແຂວງ​ຫຼວງ​ພະ​ບາງ.​ໃນ​ຈົດ​ໝາຍ,ນາງ​ມາລີ​ບອກ​ວ່າ, ນ້ອງ​ເອງ​ກໍ່​​ແມ່ນ​ຜູ້​ໜຶ່ງ​ທີ່ເປັນ​ແຟນປະຈຳ​ລາຍການ​​ແລະ​ໄດ້ທີ່​ຕິດຕາມ​ລາຍການ​ຂອງ​ສະຖານີ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຕະຫຼອດ​ມາ.ນ້ອງ​ເຄີຍ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ຄັ້ງ​ກ່ອນ​,ເຖິງ​ວ່າ​​ບໍ່​ໄດ້​ຮັບລາງວັນ​ກໍ່ຕາມ,​ແຕ່​ນ້ອງ​ບອກ​ວ່າ​ນ້ອງຈະ​ພະຍາຍາມ​ຕໍ່​ໄປ​ເພື່ອ​ຄວາມ​ຝັນ​ຂອງ​ນ້ອງ​ທີ່​ຢາກ​ໄປ​ທ່ອງ​ທ່ຽວ​ປະ​ເທດ​ຈີນ​.ການ​ທີ່​ນ້ອງ​ມາລີ​ບອກ​ວ່າ,ນ້ອງຟັງ​ລາຍການ​CRI​ເລື້ອຍໆເຮັດ​ໃຫ້​ນ້ອງ​ມີ​ຄວາມ​ຮູ້​ໃໝ່ໆເພິ່ມ​ຂຶ້ນ,ຖ້າ​ມື້​ໃດ​​ບໍ່​ໄດ້​ຟັງກໍ​ຮູ້ສຶກ​ຄືວ່າ​ຕົນ​ເອງ​ຕົກ​ຂ່າວ,ນ້ອງ​ມັກ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາທຸກໆ​ລາຍການ,ໂດ​ຍສະ​ເພາະ​ລາຍການ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ຝັງ​ແລ້ວ​ພາໃຫ້​ຮູ້​ເຖິງ​ການ​ດຳລົງ​ຊີວິດ​​ແລະຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ສ່ວນໜ້ອຍ​ຂອງ​ຈີນ​.

ນາງ​ມາລີຍັງ​ໄດ້​ຝາກ​ຄຳ​ຕອບ8ຂໍ້​​ໃນ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI"​ໃຫ້​ພວກ​ເຮົາ​,ຂອບ​ໃຈ​ນ້ອງ​ມາລີ​ຫຼາຍໆ​ທີ່​ຕິດຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາຕະ​ຫຼອດ​ມາ,ຂໍໃຫ້​ນ້ອງ​ຈົ່ງ​ໂຊກ​ດີ,​ໃຫ້ໄດ້​ຮັບ​ຜົນງານ​​ດີ​ໆໃນ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີູ້,ຂໍ​ໃຫ້​ຄວາມ​ຝັນ​ຂອງ​ນ້ອງ​ກາຍເປັນຄວາມ​ຈິງ.ພ້ອມ​ນີ້,ກໍ່​ຫວັງ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ທຸກ​ຄົນຈົ່ງ​ຝາກ​ໃບຄຳ​ຕອບ​ກາ​ນ​ເສັງ​ຄວາມ​ຮູ້​ຂອງ​ທ່ານ​ມາໃຫ້​ພວ​ກ​ເຮົາ​ໂດຍ​ໄວ,ຖ້າທ່ານ​ບໍ່​ມີ​ໃບ​ສອບ​ຖາມ​ການ​ເສັງ​ຄວາມ​ຮູ້​ທີ່​ພວກ​ເຮົາ​ຝາກ​​ໃຫ້,ກໍ​ບໍ່​ເປັນ​ຫຍັງ,ຂໍ​ແຕ່ທ່ານ​ຂຽນຄຳ​ຕອບ8​ຂໍ້​​​ໃສ່​ເຈ້ຍ​ທຳ​ມະ​ດາ,​ແລ້ວ​ຝາກ​ໃຫ້​ພວກ​ເຮົາ​ໂລດ​ກໍ່​ໄດ້,ກໍ​ນັບ​ວ່າ​ທ່ານ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​​ຄື​ກັນ.

ສຸດ​ທ້າຍ​,ພວກ​ເຮົາ​​ໄດ້​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​​ສູ່ນາງ​ມາລີ​ຟັງ,ພ້ອມ​ນີ້ກໍ​ຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທຸກ​ຄົນທີ່​ພວມ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ​ຢູ່ດ​ຽວນີ້,​ເພງ​ນີ້​ຊື່ວ່າ"ວໍ​ຊີ້​ອີ້​ຈື່​ກູ່​ຕຸ​ເຕີ​ສຽວ​ຊານ",​ແປ່​ວ່າ"ຂ້ອຍ​ແມ່ນ​ເຮືອນ້ອຍ​ລຳ​ໜຶ່ງ ທີ່ປ່ຽວ​ພອຍ​".