ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-13 21:29:08    
ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວ​ຂ້ອງ​ຕິ​ຕຽນ​ຈີນ​ສົ່ງ​ອອກ​ອາ​ວຸດ​​ໃຫ້​ປະ​ເທດ​ວຸ້ນ​ວາຍ​ນັ້ນ​ແມ່ນ​ບໍ່​ມີ​ຫຼັກ​ອ້າງ​ອີງ​ຈັກ​ເມັດ

cri Author: lm

ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 13 ມິ​ຖຸນາ, ທ່ານ​ນາງ​ຈ່ຽງ​ອີ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ແຕ່​ໃດ​ມາ ຈີນ​ກໍ​ໃຊ້​ທ່າ​ທີສຸ​ຂຸມ​ຮອບ​ຄອບ​ແລະ​ຮັບ​ຜິດຊອບຕໍ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ການ​ທະຫານ, ອົງການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ຕິຕຽນ​ຈີນ​ສົ່ງ​ອອກ​ອາວຸດ​ໃຫ້​ປະ​ເທດ​ປັ່ນ​ປ່ວນ​ວຸ້ນວາຍ​ນັ້ນ ​ແມ່ນ​ບໍ່​ມີຫຼັກອ້າງ​ອີງ​ຈັກ​ເມັດ, ບໍ່​ຖືກ​ກັບ​ຄວາມ​ຈິງ.

ວັນ​ທີ 12 ມິຖຸນາ, ອົງການ "​ສາກົນນີລະ​ໂທດ" ​ເຊິ່ງ​ແມ່ນ​ອົງການ​ຈັດຕັ້ງສິດທິ​ມະນຸດ​ສາ​ກົນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ຈີນ​ສົ່ງ​ອອກ​ອາວຸດ, ຕິຕຽນ​ຈີນ​ສົ່ງ​ອອກ​ອາວຸດ​ຢ່າງ​ຫຼວງ​ຫຼາຍ​ໄປ​ໃຫ້​ມຽນມາ ​ເນ​ປານ​ແລະ​ຊູ​ດັງ​ເປັນຕົ້ນ, ​ພາ​ໃຫ້​ສະຖານະ​ການ​ຢູ່​ເຂດ​​ເຫຼົ່າ​ນີ້​ເຄັ່ງ​ຕຶງ​ຂຶ້ນ, ​ແລະ​ພາ​ໃຫ້​​ເກີດ​ມີ​ໄພ​ມະນຸດສະທຳ. ຕໍ່​ເລື່ອງ​ນີ້ ທ່ານ​ນາງ​ຈ່ຽງອີ​ໄດ້​ກ່າວ​ວ່າ, ​ໃນ​ຂົງ​ເຂດ​ການ​ຄ້າ​ອາ​ວຸດ​ແຜນ​ທຳ​ມະ​ດາ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຫຼາຍ​ປະ​ເທດ​ແມ່ນ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ການ​ຄ້າ​ອາວຸດ ກົດ​ບັນຍັດ​ແລະ​ພັນທະ​ຂອງ​ຈີນ​ໃນ​ສາ​ກົນ. ການ​ສົ່ງ​ອອກ​ອາ​ວຸດ​ຂອງ​ຈີນ​ໂຄ​ລົບ​ສາມ​ຫຼັກ​ການ​ ຄື ມີ​ຜົນ​ດີ​ຕໍ່​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ​ຢ່າງ​ຊອບ​ທຳ​ຂອງ​ປະ​ເທດ​ຮັບ​ອາ​ວຸດ, ບໍ່​ທຳ​ລາຍ​ສັນຕິພາບ​ ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ທີ່​ກ່ຽວ​ຂ້ອງ​ແລະ​ຂອງ​ໂລກ, ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຮັບ​ອາວຸດ.