ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 10:49:51    
ທຸງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຍານ​ອະ​ວະ​ກາດ "​ເຊິນ​ໂຈ່​ວ" ​ເລກ 5 ຂອງ​ຈີນ​ບັນຈຸ​ນັ້ນ​ຈະ​ວາງ​ສະ​ແດງ​ຖາ​ວອນ​ຢູ່​ວຽນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ມິຖຸນາ, ສຳນັກງານ​ວຽນ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ຈັດ​ພິທີ​ວາງ​ສະ​ແດງ​ທຸງ​ສະຫະ​ປະຊາ​ຊາດ​ທີ່​ຍານ​ອະ​ວະ​ກາດ"ເຊິນ​ໂຈ່ວ" ​ເລກ 5 ບັນ​ທຸກ​ຄົນ​ຂອງ​ຈີນ​ບັນຈຸ​ນັ້ນ​ຢູ່​ວຽນ​ຢ່າງ​ຖາວອນ.

ທ່ານ​ທາ​ງກົວ​ຊຽງ ຜູ້​ແທນ​ປະຈຳ​ສຳນັກງານ​ວຽນ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ຂອງ​ຈີນ​ເວົ້າ​ໃນ​ພິທີ​ວ່າ, ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ໂລກທີ່​ໄດ້​ບັນຈຸ​ທຸງ​ສະຫະ​ປະຊາ​ຊາດ​ໃນ​ເວລາ​ການ​ບິນ​ອະ​ວະ​ກາດ​ບັນທຸກ​ຄົນ​ຄັ້ງ​ທຳ​ອິດ​, ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ອັນ​ເປັນ​ຮູບ​ປະ​ທຳ​ແຫ່ງ​ການ​ສະໜັບ​ສະໜູນ​ວັດ​ຖຸ​ປະສົງ​ແລະ​ຫຼັກການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດປະສົງ​ຂອງ​ຈີນ​ທີ່​ປະຕິ​ບັດ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ຄົນ​ແລະ​ນຳໃຊ້​ອະ​ວະ​ກາດ​ໂດຍ​ສັນຕິ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ມວນ​ມະນຸດ.

ທ່ານ​ອັນ​ໂຕ​ນີ​ໂອ ຄົສຕາ ຫົວໜ້າ​ສຳນັກງານ​ວຽນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ, ຈີນ​ບັນຈຸ​ທຸງ​ສະຫະ​ປະຊາ​ຊາດ​ໃນ​ການບິນ​ອະ​ວະ​ກາດ​ບັນທຸກ​ຄົນ​ຄັ້ງ​ທຳ​ອິດ​ເຊິ່ງໄດ້​ຢັ້ງຢືນ​ຄວາມ​ປາ​ຖະ​ໜາ​ຂອງ​ຈີນ​ທີ່​ຢາກ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ​ໃນ​ໂລກ, ພັດທະນາ​ອະວະກາດ​ໂດຍ​ສັນຕິ.