ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 13:30:11    
ທ່ານ​ອານ​ນານ​ຈະ​ແຕ່ງ​​ຂ້າ​ຫຼວ​ງ​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ສິດ​ທິ​ມະ​ນຸດ​ໄປ​ປະ​ກອບ​ສ້າງ​ຄະ​ນະ​ກຳ​ມະ​ການ​ສຳ​ຫຼວດ​ທີ່​ເປັນ​ອິດ​ສະ​ຫຼະ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ

cri
ຕາມ​ຂ່າວCRI, ວັນ​ທີ13​ມິຖຸນາ, ​ໃນ​ເວລາ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຍື່ນ​ບົດ​ລາຍ​ງານ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ນັ້ນ, ທ່ານ​ກ່າວ​ວ່າ, ​ໂດຍ​ອີງ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ລັດຖະບານ​ຕີ​ມໍ​ຕາ​ເວັນ​ອອກ, ທ່ານ​ຈະ​ແຕ່ງ​​ໃຫ້ທ່ານ​ນາງ​ລູອີສ ອາ​ເບີ ຂ້າ​ຫຼວງ​ໃຫຍ່ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ສິດທິ​ມະນຸດ​ໄປ​ປະກອບສ້າງ​ຄະນະ​ກຳມະການ​ສຳ​ຫຼວດທີ່​ເປັນອິດສະຫຼະ, ​ເພື່ອ​ສຳ​ຫຼວດ​ເຫດການ​ທີ່​ພາ​ໃຫ້​ສະຖານະ​ການ​ຕີ​ມໍ​ຕາ​ເວັນ​ອອກ​ຊຸດ​ຮ້າຍ​ລົງ.

ທ່ານ​ອານນານ​ກ່າວ​ວ່າ, ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ຊ່ອຍ​ເຫຼືອ​ຕີ​ມໍ​ຕາ​ເວັນ​ອອກ​ສ້າງ​ກົນ​ໄກ​ປະຊາທິປະ​ໄຕ​ແລະ​ດຳ​ເນີນ​ການ​ສ້າງສາ​ປະ​ເທດ. ກ່ຽວ​ກັບ​ສະພາບ​ການ​ທີ່​ສະຖານະ​ການ​ຕີ​ມໍ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ຊຸດ​ຮ້າຍ​ລົງ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ, ປະຊາ​ຄົມ​ໂລກ​ກໍມີໜ້າ​ທີ່​ຮັບຜິ​ດຊອບ​ຍ້ອນ​​ບໍ່​ໄດ້​ຊ່ອຍ​ເຫຼືອ​ຕີ​ມໍ​ຕາ​ເວັນ​ອອກ​ຢ່າງ​ບັງ​ເກີດ​ຜົນ​ໃນ​ການ​ສ້າງສາ​ປະ​ເທດ.

ນອກ​ນີ້, ທ່ານ​ອານ​ນານ​ຍັງ​ຈະ​ແຕ່ງ​ໃຫ້​ທ່ານ​ອີອານ ມາ​ຕິນ ທູດ​ພິ​ເສດ​ຂອງ​ທ່ານກ່ຽວ​ກັບ​ບັນຫາ​ຕີ​ມໍ​ຕາ​ເວັນ​ອອກ​ນຳພາ​ໜ່ວຍ​ປະ​ເມີນ​ໄປ​ຕີ​ມໍ​ຕາ​ເວັນ​ອອກ​ເພື່ອ​ປະ​ເມີນ​ສະຖານະ​ການ​ຢູ່​ແຫ່ງ​ນັ້ນ.