ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 16:01:49    
ການ​ຈັດ​ວາງ​ການ​ເຫມົາ​ຍົນ​​ໃນ​ຍາມ​ບຸນ​ລະ​ຫວ່າງ​ສອງ​ຝັ່ງ​​ໄດ້​ຕົກ​ລົງ ຢ່າງ​ເປັນ​ທາງ​ການ

cri Author: sayvanny
ຕາມ​ຂ່າວ CRI:ຫວ່າງ​ມໍ່ໆ​ນີ້ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ຂະ​ແຫນງ​ການ​ການ​ບິນ​ສອງ​ຝັ່ງ​ຮ່ອມ​ທະ​ເລ​ໄຕ້​ຫວັນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ເຫມົາ​ຍົນ​​ໃນ​ຍາມ​ບຸນ​ລະ​ຫວ່າງ​ສອງ​ຝັ່ງ​ແລະ​ບັນ​ຫາ​ດ້ານ​ເຕັກ ນິກ​ແລະ​ທຸລະ​ການ​ຂອງ​ການ​ເຫມົາ​ຍົນ​ໃນ​ກໍລະນີ​ພິ​ເສດ,​ແລະ​ໄດ້​ທຳ​ການຈັດ​ວາງ​ລັກ​ສະ​ນະ​ໂຄງ​ຮ່າງ.

ວັນ​ທີ 14 ມິ​ຖຸ​ນາ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ໃຫຍ່​ການ​ບິນ​ພົນ​ລະ​ເຮືອນ​ແຜ່ນ​ດິນ​ໃຫຍ່​ຈີນ​ວ່າ, ການ​ຈັດ​ວາງ​ການ​ເຫມົາ​ຍົນ​ ​ໃນ​ຍາມ​ບຸນ​ລະ​ຫວ່າງ​ສອງ​ຝັ່ງ ​ໄດ້​ປະ​ຕິ​ບັດ​​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ.ນີ້​ຫມາຍ​ຄວາມ​ວ່າ, ​ເຫມົາ​ຍົນ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ລະ​ຫວ່າງ​ສອງ​ຝັ່ງ​ຈະ​ຈາກ​ການ​ເຫມົາ​ຍົນ​ໃນ​ຍາມ​ບຸນ​ກຸດ​ຈີນ​ໃນ​ແຕ່​ກ່ອນ​ຂະ​ຫຍາຍ​ເປັນ​ການ​ຍົນ​ເຫມົາ​ລະ​ຫວ່າງ​ສອງ​ຝັ່ງ​ໃນ​ໄລຍະ​ບຸນ​ປະ​ເພນີ​ຊົນ​ເຜົ່າ​ຕົ້ນຕໍ 4 ​ເທື່ອ​ຄື ​ບຸນ​ຊິງ​ມິ​ງ ບຸນ​ຕວນອູ ບຸນ​ໄຫວ້​ພະຈັນ​ແລະ​ບຸນ​ກຸດ​ຈີນ ​ເຊິ່ງ​ເປັນ​ສີ່​ບຸນ​ປະ​ເພ​ນີ​ດັ້ງ​ເດີມ​ຂອງ​ຈີນ.ການ​ຈັດ​ວາງ​ທີ່​ກ່ຽວ​ຂ້ອງ​ຈະ​​ເຣັດ​ຕາມ​ແບບ​ວີ​ທີ​ເຫມົາ​ຍົນ​ໃນ​ຍາມ​ບຸນ​ກຸດ​ຈີນ​ລະ​ຫວ່າງ​ສອງ​ຝັ່ງ​ໃນ​ປີ​ນີ້. ພ້ອມ​ກັນ​ນັ້ນ, ສອງ​ຝັ່ງ​ຍັງ​ໄດ້​ທຳ​ການຈັດ​ວາງ​ທີ່​ສົມ​ຄູ່​ກັນ​ກ່ຽວ​ກັບ​ບັນ​ຫາ​ຍົນ​ໃນ​ກໍ​ລະ​ນີ​ພິ​ເສດ​ຄື ​ເຫມົາ​ຍົນ​ກອບ​ກູ້​ປິ່ນ​ປົວ​ດ່ວນ​ເຫມົາ​ຍົນ​ຂົນ​ສົ່ງ​ຄົນ​ພິ​ການ​ເປັນ​ຕົ້ນ​ແລະ​ເຫມົາ​ຍົນ​​ຂົນ​ສົ່ງ​ເຄື່ອງ​ຂອງ​ທີ່​ມີ​ຄວາມ​ຕ້ອງ​ການ​ພິ​ເສດ​ເປັນ​ຕົ້ນ.

ມື້​ດຽວ​ກັນ, ​ໂຄ​ສົກ​ຖະ​ແຫລງ​ຂ່າວ​ຂອງ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ອົງ​ການ​ຈັດ​ຕັ້ງ​ມະ ຫາ​ຊົນ​ຂອງ​ໃນ​ຂະ​ແຫນງ​ການ​ການ​ບິນ​ສອງ​ຝັ່ງ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ດັ່ງ​ກ່າວ, ​ແຕ່​ພ້ອມ​ກັນ​ນັ້ນ​ກໍ່​ກ່າວ​ເນັ້ນ​ວ່າ, ການ​ຈັດ​ວາງ​ດັ່ງ​ກ່າວ​ຍັງ​ບໍ່​ສາ​ມາດ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ເທື່ອ,ຫວັງ​ໃຫ້​ເຈົ້າ​ຫນ້າ​ທີ່​ໄຕ້​ຫວັນ​ສາ ມາດ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​​ໃຫ້​ແກ່​ອົງການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງຂະ​ແຫນງ​ການ​ການ​ບິນ​ສອງ​ຝັ່ງ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ເຫມົາ​ຍົນ​ລະ ຫວ່າງ​ສອງ​ຝັ່ງ​ໃນ​ທ້າຍ​ສັບ​ປະ​ດາ​ແລະ​​ໃຫ້​ກາຍ​ເປັນ​ເລື່ອງ​ປົກ​ກະ​ຕິ, ຈົນ​ກະ ທັ້ງ​ບັນ​ລຸ​ການ​ບິນ​ໂດຍ​ກົງ​ຮອບ​ດ້ານ.