ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 16:20:55    
ທ່ານ​ອານ​ນານ​ຫວັງ​ໃຫ້​ສະ​ພາ​ຄວາມ​ຫມັ້ນ​ຄົງ​ພິ​ຈາ​ລະ​ນາ​ແຕ່ງ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ຕີ​ມໍ​ຕາ​ເວັນ​ອອກ​ອີກ​ເທື່ອ​ຫນຶ່ງ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 13 ມິຖຸນາ, ທ່ານ​ອາ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ເວົ້າ​ວ່າ, ​ເຫດ​ການ​ກຳລັງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຕີ​ມໍ​ຕາ​ເວັນ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ການ ແຕ່ງ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ປະ​ເທດ​ນີ້​ຄືນ​ໃຫມ່,ທ່ານ​ຫວັງ​ໃຫ້​ສະພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈົ່ງ​ພິ​ຈາ​ລະ​ນາ​ບັນ​ຫາ​ນີ້.

​ພາຍ​ຫລັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເປີດ​ເຜີຍ​ຂອງ​ສະພາ​ຄວາມ​ຫມັ້ນ​ຄົງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຕີ​ມໍ​ຕາ​ເວັນ​ອອກ​ໃນ​ວັນ​ທີ 13 ​ແລ້ວ,ທ່ານ​ອານ​ນານ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ, ຝ່າຍ​ຕີ​ມໍ​ຕາ​ເວັນ​ອອກ​ໄດ້​ຝາກ​ຈົດ​ຫມາຍ​ໃຫ້​ທ່ານ,ຮຽກ ຮ້ອງ​ໃຫ້​ສະຫະ​ປະ​ຊາ​ຊາດ​ອຳ​ນວຍ​ຄວາມ​ຊ່ອຍ​ເຫລືອ​ດ້ານ​ຕຳ​ຫລວດ​ການ​ທະ​ຫານ​ແລະ​ການ​ເພີ່ມ​ທະວີ​ອົງການ​ຈັດ​ຕັ້ງ​ລັດ​ຖະ​ບານ​ເປັນຕົ້ນ.

ທ່ານ​ອານ​ນານ​ເວົ້າ​ວ່າ, ທ່ານ​ຈະ​ແຕ່ງ​ຫນ່ວຍ​ງານ​ຫນ່ວຍ​ຫນຶ່ງ​ໄປ​ຕີ​ມໍ​ຕາ​ເວັນ​ອອກ​ເພື່ອ​ປະ​ເມີນ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ນີ້,​ເພື່ອ​ຕົກ​ລົງ​ວ່າ​ສະຫະ​ປະຊາ​ຊາດ​ຄວນ​ໃຫ້​ການ​ຊ່ອຍ​ເຫລືອ​ອີ​ຫຍັງ.