ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 11:19:00    
ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຊັກ​ນຳ​ຊີ​ວິດ​ໃໝ່​(ສຽງ)

cri Author: shuo

​​​​​​
ທ່ານ​​ໄດ້​ຄາດ​ຄິດ​ສະພາບ​ການ​ດັ່ງ​ລຸ່ມ​ນີ້​​ແລ້ວບໍ່?​ໃນ​ເວລາ​ງານ​ກິລາ​ໂອ​ລິ​ມປິກ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ປີ2008,​ກ່ອນ​ທ່ານຈະ​ອອກ​ເດີນທາງ​ໄປ​ເບິ່ງ​ການ​ແຂ່ງຂັນ​,ທ່ານ​ກວດ​ສອບ​ຂໍ້​ມູນ​ຄົມມະນາຄົມ​ຫຼ້າສຸດ​ທີ່​ປ່ຽນ​​ໃໝ່​ໃນທຸກ​ເວລາ​ຢູ່​ເທິງ​ເວັບ​ໄຊ,​​ແລ້ວເລືອກ​ເອົາ​ເສັ້ນທາງ​ສະ​ດວກ​ກວ່າ​ໝູ່ໄປ​ສະໜາ​ມກິລາຢ່າງ​ຖືກຕ້ອງ​ແລະ​ທັນ​ການ.​ໃນ​ເວລາພັກຜ່ອນ​ຕອນ​ທ່ຽງ, ທ່ານກົດ​ມື​ຖື​ເບິ່ງ​ຂ່າວ​ກິລາ,​ແລະ​​ອັດ​ການ​ແຂ່ງຂັນ​ທີ່ຖ່າຍ​ທອດ​ສົດຕາມ​ເວລາ​ກຳນົດ,​ເພື່ອ​​ເບິ່ງ​ໃນ​ເວລາ​ຫວ່າງ.ຜະລິດ​ຕະພັນ​ວິທະຍາສາດ​ເຕັກນິກ​ທີ່ຖືກ​ໃຈ​ທີ່​ສຸດ​ເຫຼົ່ານີ້​ແມ່ນ​ເຄື່ອງ​ວາງສະ​ແດງ​ໃນ​ງານ​ມະຫະກຳວິທະຍາສາດ​ເຕັກນິກ​ສາກົນ​ປັກ​ກິ່ງ​ຈີນ​ຄັ້ງທີ9​ທີ່​ຫາ​ກໍ​ອັດ​ລົງ.

​ໃນ​ຖານ​ເປັນ​ງານ​ວາງສະ​ແດງ​ວິທະຍາສາດ​ເຕັກນິກ​ທີ່​ມີ​ອິດ​ມິ​ພົນ​ຫຼາຍກວ່າ​ໝູ່ຢູ່​ຈີນ,ງານ​ມະ​ຫະກຳ​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ​ສາກົນ​ປັກ​ກິ່ງ​ຈີນ​ຄັ້ງທີ9​ທີ່​ຈັດຂຶ້ນຢູ່​ທ້າຍ​ເດືອນ​ພຶດສະພາ​ນັ້ນ​ໄດ້​ດູດ​ເອົາ​ວິ​ສາ​ຫະກິດ​2ພັນ​ກວ່າ​​ແຫ່ງ​ທີ່​ມາ​ຈາກ20​ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ ​ເຊັ່ນ​ອາ​ເມ​ລິ​ກາ ​ເຢຍລະ​ມັນ ​ໂອ​ຕຼິສ ​ໂຮ​ນລັງ​ແລະຣັດ​ເຊຍ​ເປັນຕົ້ນມາ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ.​ໃນ​ນັ້ນ,ຜະ​ລິດ​ຕະ​ພັນ​ດ້ານ​ວິທະຍາສາດ​ເຕັກນິກ​ຕ່າງໆ​ທີ່​ວິ​ສາ​ຫະ​ກິດ​ຈີນ​ວາງ​ສະ​ແດງ​ນັ້ນ​ໄດ້​ດຶງ​ດູດ​ຜູ້​ຊົມ​ແລະ​ຜູ້​ລົງ​ທຶນ​ຈຳນວນ​ຫຼວງຫຼາຍ.ລະບົບ​ຕິດ​ຕາມ​ຄວບ​ຄຸມ​ຄົມ​ມະ​ນາຄົມ​ໂດຍ​ອັດຕະ​ໂນ​ມັດ​ທີ່​​ໄດ້​​ແນະ​ນຳ​ເມື່ອ​ກີ້​ນີ້ກໍ​ແມ່ນ​ຜະ​ລິດ​ຕະ​ພັນ​ອັນ​ໜຶ່ງ​ທີ່​ໄດ້​ວາງ​ສະ​ແດງ​ໃນ​ງານ​ມະຫະກຳ.ຖ້າ​ທຽບ​ໃສ່​ລະບົບ​ຕິດ​ຕາມ​ຄວບ​ຄຸມ​ຄົມ​ມະ​ນາ​ຄົມ​ທີ່ໃຊ້​ໃນ​ປະຈຸ​ບັນ,​ລະບົບ​ຕິດ​ຕາມ​ຄວບ​ຄຸມ​ຄົມ​ມະ​ນາ​ຄົມ​​ໂດຍ​ອັດ​ຕະ​ໂນ​ມັດ​ຊຸດ​ນີ້​ສາ​ມາດ​ສ່ອງ​ແສງ​ໃຫ້​ເຫັນ​ສະ​ພາບ​ຄົມ​ມະ​ນາ​ຄົມ​ໃນ​ປະຈຸ​ບັນ​ໄວ​ກວ່າ​ເກົ່າ,​ບໍ່​ວ່າ​ຜູ້​ໃດ​ກໍ​ເຂົ້າ​ເວັບ​ໄຊ​ກວດ​ເບິ່ງ​ສະ​ພາບ​ຄົມ​ມະ​ນາ​ຄົມ​ໄດ້​ໃນ​ທຸກ​ເວລາ​.

ທ່ານ​ຢາງ​ເກິ​ງ ຫົວໜ້າພະ​ແນ​ກການຕະຫຼາດຂອງ​ບໍລິສັດ​ທ່ຽນ​ຕີ້​ຮຸ້ຍລຽນ​ທີ່​ຄົ້ນຄວ້າ​ຜະລິດ​ລະບົບ​ຄົບຊຸດ​ນີ້​ບອກ​ນັກ​ຂ່າວ​ວ່າ:"​ໃນ​​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ປີ2008,ທ່ານ ອາດ​ຈະ​ເຫັນ​ລະບົບ​ຕິດຕາມ​ຄ​ວບຄຸມ​ດ້ວຍ​ກ້ອງ​ໂທລະພາບ​ນີ້,ພວກຂ້າພະ​ເຈົ້າຈະ​ຕິດຕັ້ງ ລະບົບ​ຕິດຕາມ​ຄວບ​ຄຸມນີ້ຢູ່​ບ່ອນ​ສຳຄັນ​ຈຳນວນ​ໜຶ່ງ​ຄື ສະໜາມກິລາຫຼືວ່າ​ທາງ​ແຍກ​ທີ່​ສຳຄັນ​ຈຳນວນ​ໜຶ່ງ.​ເວົ້າສຳລັບ​ນັກ​ກິລາ​ທີ່​ເຂົ້າຮ່ວມການ​ແຂ່ງຂັນ​ຫຼືຜູ້​ຊົມການ​ແຂ່ງຂັນ,​​​ເມື່ອ​ເປີດເວັບ​ໄຊ​ກໍ​ຈະເຫັນ​ສະພາບ​ຄົມມະນາຄົມ​ຂອງ​ທາງ​​ແຍກ​ຫຼືສະໜາມກິລາ​ໄດ້,ນີ້ຈະ​ມີ​ຜົນ​ດີ​ຕໍ່​ການ​ອອກ​ເດີນທາງ​."

ນອກຈາກ​ລະບົບ​ຄົມມະນາຄົມ​​ໂດຍ​ອັດຕະ​ໂນ​ມັດ​ແລ້ວ,​ໂທລະ​ສັບມື​ຖື​ທີ່​ເບິ່ງ​ໂທລະພາບ​ໄດ້​ແລະ​ໂທລະ​ສັບ​ມື​ຖື​ທີ່​ຟັງດົນຕີ​ໄດ້​ກໍ​ແມ່ນ​ຈຸດ​ຮຸ່ງ​ຂອງ​ງານ​ມະຫະກຳ​ຄັ້ງນີ້.​ໃນ​ເຂດ​ວາງ ສະ​ແດງ​ແຫ່ງໜຶ່ງຂອງ​ງານ​ມະຫະກຳ​ຄັ້ງນີ້,ບໍລິສັດ​ເຕັກນິກ​ຕາ​ເຊິ​ງອູ​ຊ້ຽນປັກກິ່ງ​ຈຳກັດ​ໄດ້​ວາງ​ສະ​ແດງ​ໂທລະສັບ​ມື​ຖື​ຊະນິດ​ໜຶ່ງ​ທີ່​ສະ​ສົມ​ລາຍການ​ໂທລະພາບ​ໂດຍ​ອັດຕະ​ໂນ​ມັດ​ໄດ້​,​​ເຊິ່ງມີ​ບໍລິ​ມາດ​ສະ​ສົມ1G.ນາງ​ຊີງ​ຢຸ້ຍ ຜູ້​ຈັດ​ການ​ແຂກພະ​ແນ​ກຕິດຕ​ຕໍ່​ລູກ​ຄ້າ​ຂອງ​ບໍລິ ສັດ​ນີ້​ແນະນຳ​ວ່າ,​ເຖິງ​ວ່າ​ໂທລະສັບ​ມື​ຖື​ຊະນິດ​ນີ້​ມີ​ສັບພະ​ຄຸນ​ຫຼາຍຢ່າງ​ຫຼາຍ​ແນວ​ກໍ​ຕາມ,​​ແຕ່​ລາຄາ​ພັດ​ມີ​ແຕ່3​ພັນ​ຢວນທໍ່​ນັ້ນ.ນາງ​ເວົ້າວ່າ:"ຈິນຕະນາການ​ຂອງ​ບໍລິສັດ​ພວກ​ຂ້າພະ ເຈົ້າແມ່ນ​ອອກ​ແບບ​ໂທລະສັບ​ມື​ຖື​ຊະນິດ​ໜຶ່ງ​ທີ່ມວນຊົນ​ຊື້​ໄດ້​ແລະ​ໃຊ້​ໄດ້​ດີ.​ຖ້າ​ໃຊ້​ໂທລະ ສັບ​ມື​ຖື​​ນີ້​ເບິ່ງ​ລາຍການ​ໂທລະພາບ​ບໍ່​ຕ້ອງ​ເສຍ​ຄ່າ.​ເມື່ອ​ຮອດ​ປີ2008,​ບໍ່​ວ່າ​ທ່ານ​ໄປ​ໃສ​ກໍ່​​ເບິ່ງ​ລາຍ​ການ​ໂທລະພາບ​ທາງ​ໂທລະສັບ​ມື​ຖື​ນີ້​ໄດ້​ແລ້ວ."

ຍ້ອນ​ມີ​ສັບພະ​ຄຸນຫຼາຍທັງໃໝ່ອ່ຽມ​ແລະ​ນຳ​ໃຊ້​ສະດວກ,​ໂທລະສັບ​ມື​ຖື​ຊະນິດ​ນີ້​ໄດ້​ດູດ​ເອົາ​ສາຍຕາ​ຂອງ​ຜູ້ຊົມຈຳນວນ​ຫຼວງຫຼາຍ.ນາງ​ຈ່ຽງລີງ ພະນັກງານບໍລິສັດ​​ໂຄສະນາ​ສິນຄ້າ​ແຫ່ງ​ໜຶ່ງ​ທີ່​ປັກ​ກິ່ງ​ເມື່ອ​ໄດ້​ສອບ​ຖາມສະພາບ​ການ​ກ່ຽວ​ກັບ​ໂທລະສັບ​ມື​ຖື​ຊະນິດ​ນີ້​ຢ່າງ​ລະ ອຽດ​ແລ້ວ,ນາງ​ກ່າວ​ວ່າ,ນາງຢາກຊື້​ໂທລະສັບ​ມື​ຖື​ຊະນິດ​ນີ້.ນາງ​ເວົ້າວ່າ:"ຂ້າພະ​ເຈົ້າ​ເຫັນ​ວ່າ​ໂທລະສັບ​ມື​ຖື​ຊະນິດ​ນີ້​ດີ​ຫຼາຍ,​ແຕ່​ກ່ອນບໍ່​ເຄີຍ​ເຫັນຈັກ​ເທື່ອ,​ໃໝ່​ອ່ຽມທີ່​ສຸດ,​ລາຄາ​ກໍ​ບໍ່​ແພງ​ປານ​ໃດ.ຖ້າປ້ອນຕະຫຼາດ​ແລ້ວ,ຂ້າ​ພະ​ເຈົ້າຈະ​ຊື້​ໜ່ວຍໜຶ່ງ."

ຄົນ​ທັງຫຼາຍຄື​ຊິ​ມີ​ພາ​ບພົດອັນ​​ເລິກ​ເຊິ່ງທີ່​ສຸດ​ຕໍ່​ພາບທີ່​ຕົວ​ສະ​ແດງ​ໃນ​ຟີມຮູບ​ເງົາ​ຫໍ​ລິ​ວູດບໍ່​ຕ້ອງ​ໃຊ້​ກົດ​ລັບ​ອັນ​ສັບສົນ​ຫຍັງ,ມີ​ແຕ່​ອາ​ໄສ​ໜ້າ​ຕາ​ຂອງ​ຕົນ​ກໍ​ເປີດ​ໃຊ້​ຄອມ​ປິວ​ເຕີ​​ໄດ້.ປະຈຸ​ບັນ​ນີ້,​ເຕັກນິກ​ລາຍ​ນີ້​ບໍ່​ແມ່ນຄວາມ​​​ໄຝ່ຝັນ​ອີກ​ແລ້​ວ.​ຄອມ​ພິມ​ເຕີ​ເຄື່ອນ​ທີ່​ທີ່ກຸ່ມ​ເລ​ໂນ​​ໂວທີ່​ມີ​ຊື່​ສຽງ​ດົງ​ດັງ​ຂອງ​ຈີນວາງສະ​ແດງ​ໃນ​ງານ​ມະຫະກຳ​ຄັ້ງນີ້​ກໍ​ສາມາດ​ຈຳ​ແນ​ກ​ເຈົ້າ​ຂອງ​ຕາມ​ໜ້າ​ຕາ​ຂອງ​​ເຂົາ.ທ່ານ​ວາງ​ຫູ ພະນັກງານ​ວິຊາ​ການຜູ້​ໜຶ່ງ​ຂອງ​ບໍລິສັດ​ເລ​ໂນ​ໂວບ​ອກນັກ​ຂ່າວ​ວ່າ,ຄອມ​ພິມ​ເຕີ​ເຄື່ອນ​ທີ່​ທີ່​ມີ​ສັບພະ​ຄຸນ​ຈຳ​ແນກ​ໜ້າ​ຕາ​ຂອງ​ຄົນ​ສາ​ມາດ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ກວດ​ສອບ​ກົດ​ລັບ​ຕາມຈຸດ​ພິ​ເສດ​ຂອງ​ໜ້າ​ຕາ​​ຄົນ."ນີ້​ແມ່ນ​ເຕັກນິກ​ປະ​ດິດ​ສ້າງ​ລາຍ​ໜຶ່ງ​ຂອງ​ພວກຂ້າພະ​ເຈົ້າ,ມັນ​ບໍ່​ພຽງ​ແຕ່​ມີ​ບົດບາດ​ຮັກສາ​ຄວາມ​ປອດ​ໄພ​ທໍ່​ນັ້ນ,ຫາກ​ຍັງ​ສາມາດ​ຈື່​ຈຳ​ກົດ​ລັບ​ຈຳນວນ​ໜຶ່ງຂອງພວກ​ເຮົາ​ໃນ​ຊີວິດ​ປະຈຳ​ວັນ,​ແລະ​ເຂົ້າ​ແທນ​ກົດ​ລັບ​ຈຳນວນ​ໜຶ່ງ​ໄດ້.​ເຕັກນິກ​ລາຍ​ນີ້​ໄດ້​ສ້າງ​ສະພາບ​​ແວດ​ລ້ອມ​ນຳ​ໃຊ້​ຄອມ​ພິວ​ເຕີທີ່​ມີ​ສະຖຽນ​ລະ​ພາບ​ແລະ​ຄວາມປອດ​ໄພ."

ປະຈຸ​ບັນ​ນີ້,ລາຄາ​ນ້ຳມັນ​ຖີບ​ສູງ​ຂຶ້ນ​ຊ້ຳແລ້ວຊ້ຳອີກ,​ເພື່ອ​ຫຼຸດການສິ້ນ​ເປືອງ​ນ້ຳມັນ​ເຊື້ອ​ໄຟ​ແລະ​ຫຼຸດ​ການ​ເຊື່ອມ​ພິດ,ປະ​ເທດ​ຕ່າງໆ​ໃນ​ໂລກພະຍາຍາມ​​ຄົ້ນຄວ້າຜະລິດ​ລົດຍົນ​ສະ ອາດທີ່​ບໍ່​ໃຊ້​ນ້ຳມັນ​ເຊື້ອ​ໄຟ.​ໃນ​ງານ​ມະຫະກຳ​ຄັ້ງນີ້,ບໍລິສັດ​ອອກ​ແບບ​ລົດຍົນ​ກວາງ​ມີ​ງ ​ຫຼີຊື​ປັກ​ກິ່ງ​ຈຳກັດ​​ໄດ້​ວາງສະ​ແດງລົດ​ຍົນ​ໄຟຟ້າ​ມີ​ນີຊະນິດ​ໜຶ່ງ,​ເລີຍດຶງ​ດູດ​ຜູ້ຊົມ​ຈຳນວນ​ຫຼວງ​ຫຼາຍ.ລົ​ດ​ຍົນ​ໄຟຟ້າ​ມີ​ບ່ອນນັ່ງສອງ​ບ່ອນ​,ສາກ​ໄຟຟ້າ​5ຊົ່ວ​ໂມງ​ກໍ​ແລ່ນ​ໄດ້260​ກິ​ໂລ​ແມັດ,​ເສຍ​ໄຟຟ້າ5,5ກິ​ໂລ​ວັດ​ໂມງ​ຕໍ່​ຮ້ອຍກິ​ໂລ​ແມັດ.ລົດ​ຊະນິດນີ້​ໄດ້​ເລີ່​ມ​ຜະລິດ​​ເປັນ​ງວດ,​ກຽມ​ຈະປ້ອນຕະຫຼາດ,​ແລະ​ຈະ​​​ໄປເຂົ້າຮ່ວມ​ງານ​ວາງສະ​ແດງ​ລົດ​ສາກົນ​ປາຣີ​ໃນ​ເດືອນ​ຕຸລາ​ປີ​2006.

ເພື່ອ​ປະຕິບັດ​ຄຳ​ໝັ້ນສັນຍາ​ທີ່ວ່າ​ປັກ​ກິ່ງຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ໄຮ້​ເຊື່​ອມພິດ,ຜະລິດ​ຕະພັນ​ວິທະຍາສາດ​ເຕັກນິກ​ຈຳນວນ​ຫຼວງຫຼາຍທີ່​ມີ​ຜົນ​ດີ​ຕໍ່​ການ​ກັ່ນ​ຕອງ​ອາກາດ​ໃຫ້ສະ​ອາດຫຼຸດ​ການ​ເຊື່ອມ​ພິດ​ແລະ​ມີ​ຜົນ​ດີ​ຕໍ່​ການ​ອະນຸລັກ​ຊີວະ​ພາບ​ນັ້ນ​ໄດ້​ປ​ະກົດ​ຕົວ​ໃນ​ງານ​ມະຫະກຳ​ວິທະຍາສາດ​ເຕັກນິກ​ຄັ້ງນີ້.ຢູ່​ເຂດ​ວາງສະ​ແດງ​ຈົ່ງ​ກວ່າ​ນຊຸ່ນ,ນັກ​ຂ່າວ​ໄດ້​ເຫັນ​ແກ້ວນາ​​ໂນ​​ແມັດຮັກສາ​ຄວາມສະອາດ​ໂດຍ​ຕົນ​ເອງ​ທີ່​ຄົ້ນຄວ້າ​ຜະລິດ​ໂດຍ​ບໍລິສັດ​ສູນ​ວິ​ສະ​ວະ​ກຳ​ນະ​ໂນ​ແມັດ​ຈົງ​​ເຄີ່ຈຳກັດ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງຫຼາຍ.ທ່ານ​​ກາຍວັ້ນ​ກົວ ຜູ້​ບໍລິຫານ​ການຈຳໜ່າຍ​ຂອງ​ບໍລິສັດ​ນີ້​ແນະນຳ​ຕໍ່​ນັກ​ຂ່າວ​ວ່າ,​ຖ້າ​ທຽບ​ໃສ່​ແກ້​ວທຳ​ມະ​ດາ,​ແກ້ວ​ນະ​ໂນ​​ແມັດຊະ​ນິດ​ນີ້​ສາມາດ​ແຍກ​ທາດ​ອີນຊີ​ຈຳນວນ​ໜຶ່ງ ຄືອາຍ​ເສຍ​ແລະ​ຄວັນ​ນ້ຳ​ມັນ​ຂອງ​ລົດ​​ເປັນ​ຕົ້ນ,​ຍັງ​ສາມາດ​ລ້າງທາດ​ອະ​ອິນ​ຊີອອກ ຄື​ຂີ້ຝຸ່ນ​ເປັນຕົ້ນ​ໂດຍ​ອາ​ໄສ​ນ້ຳ​ຝົນ.​ສັບ​ພະ​ຄຸນ​ທີ່ຮັກສາຄວາມ​ສະອາດ​ໂດຍ​ຕົນ​ເອງ​ໄດ້​​ແກ່ຍາວ​ເວລາ​ທີ່​ບໍ່​ຕ້ອງ​ລ້າງ​​ແກ້ວ​,​ແລະ​ຫຼຸດ​ການ​ນຳ​ໃຊ້​ຢາທຳ​ຄວາມ​ສະອາດ​​ແກ້ວທີ່​​ເຊື່ອມ​ພິດສິ່ງ​ແວດ​ລ້ອມ.

​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ການ​ນຳ​ໃຊ້​ຜະລິດ​ຕະພັນ​ວິທະຍາສາດ​ເຕັກນິກ​ທີ່​ວາງສະ​ແດງ​ໃນ​ງານ​ມະຫະກຳ​ວິທະຍາສາດ​ເຕັກນິກ​ສາກົນ​ປັກ​ກິ່ງ​ຈີນ​ຄັ້ງທີ9​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ​ສະດວກ​ສະບາຍ​ກວ່າ​ເກົ່າ​ແລະ​ວິທະຍາສາດ​ກວ່າ​ເກົ່າ,​ເມື່ອ​ມີ​ຜະລິດ​ຕະພັນ​ເຫຼົ່ານີ້​ແລ້ວ,ຄຸນ​ນະພາ​ບຂອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ​ຈະ​ມີ​ການ​ຮັບປະກັນຫຼາຍກວ່າ​ເກົ່າ.