|
 |
(GMT+08:00)
2006-06-14 17:41:43
|
 |
ບັນດາຝ່າຍປາເລັສຕີນເຫັນດີສົນທະນາກັນຮອບໃໝ່
cri
Author: da
ຕາມຂ່າວCRI:ວັນທີ 13 ມິຖຸນາ ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດແລະທ່ານມີຄາອີນ ກາມີນິນ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ແຍກກັນຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຂອງປາເລັສຕີນຈົ່ງສິ້ນສຸດການວິວາດກັນຢູ່ພາຍໃນ,ບັນລຸຄວາມປອງດອງຊາດ.ມື້ດຽວກັນ,ທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນປະກາດວ່າ,ບັນດາຝ່າຍຂອງປາເລັສຕີນຈະດຳເນີນການສົນທະນາກັນ 7 ມື້ເຊິ່ງເລີ່ມແຕ່ວັນທີ 14 ມິຖຸນາ,ເພື່ອແກ້ໄຂການປະທະກັນລະຫວ່າງບັນດາຝ່າຍທີ່ເກີດຂຶ້ນໃນຫວ່າງມໍ່ໆນີ້.
ໃນເວລາກ່າວຄຳປາໄສຕໍ່ນັກຂ່າວຢູ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ ທ່ານອານນານເວົ້າວ່າ,ປະຈຸບັນ ປາເລັສຕີນພວມຢູ່ໃນສະພາບຫຍຸ້ງຍາກທີ່ສຸດ.ທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນກັບບັນດາຝ່າຍອື່ນໆຕ້ອງການສະແຫວງຫາແຜນການແກ້ໄຂທີ່ບັນດາຝ່າຍລ້ວນແຕ່ຮັບເອົາໄດ້,ນີ້ແມ່ນບັນຫາທີ່ຕ້ອງການພິຈາລະນາກ່ອນໝູ່ເພື່ອຜ່ອນຄາຍສະຖານະການໃນສະເພາະໜ້ານີ້,ຄວາມແຕກແຍກກັນແລະການຕໍ່ສູ້ກັນຢູ່ພາຍໃນບໍ່ມີຜົນດີຕໍ່ການແກ້ໄຂບັນຫາ.
ທ່ານກາມີນິນກ່າວຕໍ່ສື່ມວນຊົນວ່າ,ຝ່າຍຣັດເຊຍຫວັງໃຫ້ບັນດາກຳລັງການເມືອງຂອງປາເລັສຕີນສົ່ງກັບຄືນສູ່ໂຄຈອນລະບອບກົດໝາຍ,ຢຸດຕິການເຂັ່ນຂ້າເຊິ່ງກັນແລະກັນ,ດຳເນີນການສົນທະນາກັນ,ເພື່ອກ້າວເຖິງຂັ້ນຕົກລົງກັນກ່ຽວກັບບັນຫາຫົວລ້ຽວຫົວຕໍ່ຄືການພົວພັນລະຫວ່າງປາເລັສຕີນກັບອິສລະແອນ ການປະຕິຮູບກົງຈັກຂອງອົງການອຳນາດແຫ່ງຊາດປາເລັສຕີນເປັນຕົ້ນ.
ມື້ດຽວກັນ ທ່ານອາບາສ, ທ່ານຮານີເຢ ນາຍົກລັດຖະມົນຕີແລະຜູ້ນຳຝ່າຍຕ່າງໆຈັດກອງປະຊຸມ.ຫຼັງຈາກກອງປະຊຸມສິ້ນສຸດລົງ,ທ່ານອາບາສເວົ້າວ່າ,ປະຈຸບັນ ບັນດາຝ່າຍປາເລັສຕີນໄດ້ກ້າງເຖິງຂັ້ນຕົກລົງກັນວ່າຈະສົນທະນາກັນບົນພື້ນຖານ"ສັນຍາໃນຄຸກ".ຜູ້ແທນອົງການຮາມາສເຫັນວ່າ,ບັນດາຝ່າຍຂອງປາເລັສຕີນມີຄວາມເຫັນຂັດກັນແທ້ໃນບັນຫາດິນແດນທີ່ຖືກຍຶດຄອງ,ຫາກບໍ່ແມ່ນຢູ່ລະຫວ່າງບັນດາພັກຝ່າຍ.ສ່ວນອົງການຈີຮາດກໍໄດ້ກ່າວວ່າ,ອົງການຈີຮາດຈະພະຍາຍາມເຮັດໃຫ້ການສົນທະນາກັນລະຫວ່າງບັນດາຝ່າຍຂອງປາເລັສຕີນຮັບຜົນສຳເລັດ.
|
|
|