ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 20:34:26    
ຈີນຫວຽດນາມ​ຈະ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​​ເຂດ​ເສດ​ຖະ​ກິດ​ຄຸນ​ມິງ​ຮາ​ໂນຍ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ຫາລື​ເສດຖະກິດ 5 ​ແຂວງ​ກຳ​ແພງ​ນະ​ຄອນ​ຈີນ​ຫວຽດ​ນາມ​ຄັ້ງ​ທີ 2 ພວມ​ຈັດ​ຂຶ້ນຢູ່​ກິ່ງ​ແຂວງ​ຫົງ​ເຫີ​ເຜົ່າ​ຮາ​ນີ​ເຜົ່າ​ອີ​ປົກຄອງ​ຕົນ​ເອງ​​ແຂວງ​ຢຸນ​ນານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ຜູ່​ແທນ​ສອງ​ຝ່າຍ​ກ່າວ​ວ່າ, ຈະ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​​ເຂດ​ເສດ​ຖະ​ກິດ​ຄຸນມິ​ງຮາ​ໂນ​ຍ​ຕື່ມ​ອີກ.

ເຂດ​ເສດຖະກິດ​ດັ່ງກ່າວລວມທັງ​ 4 ​ກິ່ງ​ແຂວງ​ແລະ​ນະຄອນ​ຂອງ​ແຂວງ​ຢຸນນານ​ຄື ນະ​ຄອນ​ຄຸນ​ມິງ ​ກິ່ງ​ແຂວງ​ຫົງ​ເຫີ​ເປັນຕົ້ນ, ​ແລະ 18 ​ແຂວງ​ແລະ​​ນະຄອນ​ຕາມ​ພາກ​ຕາ​ເວັນ​ອອກ​ສຽງ​​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ, ມິ​ເນື້ອ​ທີ່​ກວ້າງ 1 ​ແສນ 9 ໝື່ນ​ຕາ​ລາງ​ກິ​ໂລ​ແມັດ. ຈີນ​ຫວຽດນາມ​ວາງ​ແຜນ​ຈະ​ສ້າງ​​ເຂດ​ເສດຖະກິດ​ດັ່ງກ່າວ, ຈະ​ຖື​ການ​ກໍ່​ສ້າງ​ການ​ຄົມ​ມະ​ນາ​ຄົມ​ຕິດ​ພັນ​ກັບ​ການ​ພັດທະນາ​ການ​ຜະລິດ ການ​ລົງທຶນ​ແລະ​ການ​ຄ້າ​​ໃນ​ເຂດ​ດັ່ງ​ກ່າວ, ຊຸກ​ຍູ້​​ໃຫ້​ສິນ​ຄ້າ ທຶນຮອນ ​ເຕັກ​ໂນ​ໂລ​ຢີ​ແລະຂໍ້​ມູນ​ຂ່າວສານ​ຈໍ​ລະ​ຈອນ​ຢ່າງ​ສະ​ດວກ, ຈໍ່​ຕົວ​ເປັນ​ທ່າ​ແຮງ​ພູ​ມີ​ພາກ, ກາຍ​ເປັນ​ຊ່ອງ​ທາງ​ຄຳ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.

​ໃນ​ໄລຍະ​ກອງ​ປະຊຸມ​ ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 16, ຜູ່​ແທນ 5 ​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ຂອງ​ຈີນ​ແລະ​ຫວຽດນາມ​ຈະ​ປຶກສາ​ຫາລື 5 ຫົວ​ຂໍ້​ໃຫຍ່ ​ເຊັ່ນ ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ ການທ່ອງ​ຖ່ຽວ ການ​ຄົມມະນາຄົມ ການ​ສຶກ​ສາ​ອົບ​ຮົມ​ແລະ​ກະ​ສິ​ກຳ.