ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 16:31:12    
[ເສິນຄໍ້]

cri Author: lm

ສະບາຍດີທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ​ໃນ​ລາຊະວົງ​ຊົ້ງຄື ​ແຕ່​ສະຕະວັດ​ທີ 10 ​ເຖິງ​ສະຕະວັດ​ທີ 13, ​ແມ່ນ​ໄລຍະ​ກະ​ແສ​ສູງ​ແຫ່ງ​ການ​ພັດທະນາ​ວິທະຍາສາດ​ເຕັກນິກ​ບູຮານ​ຂອງ​ຈີນ, ​ເສິນ​ຄໍ້ ນັກວິທະຍາ ສາດ​ຜູ່ດີ​ເດັ່ນ​ຂອງ​ຈີນ​ກໍ່​ມີ​ຊີວິດ​ຢູ່​ໃນ​ສະ​ໄໝ​ນັ້ນ, ໜັງສື "​ເມິ້ງ​ຊິ​ປີ​ຖານ" ທີ່​ເສິນ​ຄໍ້​ແຕ່ງ​ນັ້ນ, ​ໄດ້​ບັນທຶກ​ຜົນສຳ​ເລັດ​ອັນ​ສະຫງ່າ​ລາສີ​ຕ່າງໆ​ໃນ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ປະຊາຊົນ​ຈີນ​ໃນ​ສະ​ໄໝ​ບູຮານ​, ​ແມ່ນ​ບົດ​ປະພັນດ້ານ​ວິທະຍາສາດບູຮານ​ແບບ​ສາລານຸກົມທີ່​ຊື່​ດັງ​, ມີ​ຖານະ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດ​ວິທະຍາສາດ​ເຕັກນິກ​​ແລະວັດທະນະທຳຂອງ​ໂລກ. ​ໃນ​ລາຍ​ການ​ອາລະຍະ​ທຳ​ຈີນ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ເສິນ​ຄໍ້ ນັກ​​ວິທະຍາສາດ​ຈີນ​ຜູ່​ດີ​ເດັ່ນ​ສູ່​ທ່ານ​ຟັງ.

ປີ 1031, ​ເສິນ​ຄໍ້​ເກີດ​ຢູ່ໃນ​ຄອບຄົວ​ຂຸນ​ນາງ​​ຢູ່ແຂວງ​ເຈີ້​ຈຽງ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ເພິ່ນ​ດຸ​ໝັ່ນ​ຂະຫຍັນ​ພຽນ, ​ແລະ​ເຂົ້າຮັບ​ລາຊະການ​ເມື່ອ​ອາຍຸ 20 ກວ່າ​ປີ. ​ເສິນ​ຄໍ້​ສົນ​ໃຈ​ນຳ​ການຄົ້ນຄວ້າ​ວິທະຍາສາດ, ຊີວິດ​ເປັນ​ຂ້າລາຊະການ​ຂອງ​ເພິ່ນ​ມີ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຕໍ່​ການຄົ້ນຄວ້າ​ແລະ​ການ​​ແຕ່ງ​ບົດ​ປະພັນ​ຂອງ​ເພິ່ນ. ​ເສິນ​ຄໍ້​ເຄີຍ​ດຳລົງ​ຕຳ​ແໜ່​ງສຳຄັນ​ຢູ່​ຫໍ​ດາລາສາດ​ແຫ່ງ​ຊາດ​ໃນ​ຄາວ​ນັ້ນ, ຮັບຜິດຊອບ​ສັງ​ເກດ​ປະກົດ​ການ​ຂອງ​ດາວ, ສ້າງ​ປະຕິທິນ. ​ໃນ​ໄລຍະ​ນັ້ນ, ​ເສິນ​ຄໍ້​ໄດ້​ດັດ​ແປງ​ເຄື່ອງ​ວັດ​ແທກ​ດາລາສາດ​ຫຼາຍ​ຊະ​ນິດ​ທີ່​ສືບທອດ​ມາ​ແຕ່ບູຮານ, ​ໄດ້​ຍົກ​ສູງ​ລະດັບ​ຄວາມ​ແມ່ນ​ຢຳຂອງ​ເຄື່ອງ​ວັດ​ແທກ​ເຫຼົ່າ​ນີ້; ​ເພື່ອ​ກຳນົດ​ທີ່​ຕັ້ງຂອງ​ດາວ​ເໜືອ, ​ເສິນ​ຄໍ້​ໄດ້​ສັງ​ເກດ​ແລະ​​ແຕ້ມ​ຕາລາງ 200 ກວ່າ​ແຜ່ນ, ​ໃນ​ທີ່​ສຸດ​ໄດ້​ຂໍ້​ສະ​ຫຼຸບ​ວ່າ​ດາວ​ເໜືອ​ອ່ຽງຈາກ​ຂົ້ວ​ເໜືອ 3 ອົງສາ​ກວ່າ. ​ເສິນ​ຄໍ້​ຍັງ​ໄດ້​ຂຽນ​ບົດ​ປະພັນ​ດາ​ລາ​ສາດ​ຫຼາຍ​ບົດ, ​ໃນ​ຕອນ​ປາຍ​ຂອງ​ຊີ​ວິດ, ​ເສິນ​ຄໍ້​​ໄດ້​ສ້າງ​ປະຕິທິນ​ໃໝ່​ຊື່ວ່າ "ສຶ​ເອີ້​ສິ​ລີ້", ປະ​ຕິ​ທິນ​ຊະນິດ​ນີ້​ງ່າຍ​ດາຍ, ​ສະ​ດວກ​ໃນ​ການ​ຊີ້​ນຳ​ວຽກ​​ໄຮ່​ການ​ນາ.

ພາຍຫຼັງມາ ​ເສິນ​ຄໍ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງສຳຄັນ, ​ເພິ່ນ​ເລີຍ​ກັບ​ມາ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ວິທະຍາສາດ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່. ​ເນື້ອ​ໃນ​ການຄົ້ນຄວ້າ​ຂອງ​ເສິນ​ຄໍ້​ກວ້າງ​ຂວາງ​ທີ່​ສຸດ, ​ເພິ່ນ​ຄົ້ນ​ຄວ້າ​ຕຳລາ​ພິ​ໄຊ​ສົງຄາມຂອງ​ທຸກ​ສະ​ໄໝ ນະ​ໂຍບາຍ​ການ​ເງິນ​ເສດ​ຖະ​ກິດ​ແຫ່ງ​ຊາດ ການ​ກໍ່ສ້າງ​ຊົນລະປະທານ ​​ແພດສາດ​ເປັນຕົ້ນ, ​ເພື່ອ​ຜ່ອນຄາຍ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ, ​ເພິ່ນ​ຍັງ​ຄົ້ນຄວ້າ​ພູມ​ສາດ​ແລະ​ການ​ພົວພັນ​ລະvຫວ່າງ​ຊົນ​ເຜົ່າ​ເປັນvຕົ້ນ. ​ໃນ​ດ້ານ​ດົນ​ຕີ ກາບ​ກອນ​ແລະ​ການ​ແຕ້ມ​ຮູບ​ເປັນຕົ້ນ, ​ເສິນ​ຄໍ້​ກໍ​ມີ​ລະດັບ​ສູງ​ສົມຄວນ, ​ໃນ​ບົດ​ປະພັນ "​ເມິ້ງ​ຊິ​ປີ​ຖານ" ຂອງ​ເພິ່ນ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ​ແລະ​ມີ​ຄວາມ​ເຫັນ​ຢ່າງ​ຍອດ​ຢ້ຽມ​ລ້ຳ​ເລີດ​ໃນ​ດ້ານ​ດົນ​ຕີ​ບູຮານ ການ​ວິຈານ​ດົນຕີ ການບັນ​ເລງ​ເຄື່ອງ​ດົນຕີ​ແລະ​ການ​ຜະລິດ​ເຄື່ອງ​ດົນ​ຕີ​ເປັນ​ຕົ້ນ, ​ແມ່ນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດວິວັດ​ທະ​ນາ​ການ​ຂອງ​ດົນ​ຕີ​ຈີນ.

ປະສົບ​ການດ້ານ​​ພຶດຕິ​ກຳທີ່​ອຸດົມສົມບູນ​ແລະ​ຄວາມ​ຮອບຮູ້​ຂອງ​ເສິນ​ຄໍ້, ​ເຮັດ​ໃຫ້​ເພິ່ນ​ກາຍ​ເປັນ​ບຸກຄົນ​ແບບ​ສາລານຸກົມ​ທີ່​ມີ​ໜ້ອຍ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ. ​ໃນ​ປັ້ນ​ປາຍ​ຂອງ​ຊີ​ວິດ, ​ເສິນ​ຄໍ້ຕັ້ງອົກຕັ້ງ​ໃຈ​ນຳ​ງານ​ຂຽນ​, ​ໄດ້​ບັນທຶກ​ສິ່ງ​ທີ່​​ໄດ້​ຮູ້​ໄດ້​ເຫັນ​ແລະ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາສາດ​ໃນ​ຕະຫຼອດຊີວິດ​ໄວ້​ໃນ​ໜັງສື "​ເມິ້ງ​ຊິ​ປີ​ຖານ" ຂອງ​ເພິ່ນ. ​ເນື້ອ​ໃນ​ຂອງ​ໜັງ​ສື "​ເມິ້ງ​ຊິ​ປີ​ຖານ" ລວມທັງ​ວິທະຍາສາດ ສິທານ ສິລະ​ປະ​ແລະ​ການ​ຂຽນ​ການ​ແຕ້ມ​ຮູບ​ເປັນ​ຕົ້ນ, ​ໃນ​ພາກ​ສ່ວນ​ວິ​ທະ​ຍາ​ສາດ ​ໄດ້​ກ່ຽວ​ພັນ​ເຖິງ​ຄະນິດສາດ ດາລາສາດ ຟິ​ຊິກ​ສາດ ​ເຄ​ມີ​ສາດ ການ​ຫຼໍ່​ຫຼອມ​ໂລ​ຫະ ກົນ​ຈັກ ຊີວະ​ສາດ ກະ​ເສດຕະສາດ​ແລະ​ແພດສາດ​ເປັນຕົ້ນ, ໝາກ​ຜົນ​ວິ​ທະ​ຍາ​ສາດ​ຫຼາຍ​ຢ່າງ​ທີ່​ເພິ່ນ​ບັນ​ທຶກ​ໄວ້​ນັ້ນ ລ້ວນ​ແຕ່​ບັນລຸ​ລະດັບ​ສູງ​ສຸດ​ຂອງ​ໂລກ​ໃນ​ຄາວ​ນັ້ນ.

​ເຂັມທິດ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ສີ່​ສິ່ງປະດິດ​ສ້າງ​ໃຫຍ່​ຂອງ​ຈີນ ​ແມ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ອນ​ໝູ່​ໃນ​ໜັງສື "​ເມິ້ງ​ຊິ​ປີ​ຖານ", ​ເສິນ​ຄໍ້​ຍັງ​ໄດ້​ທຳ​ການ​ທົດ​ລອງ​ຫຼາຍ​ເທື່ອ ​ແລະ​ໄດ້​ດັດ​ແປງ​ທີ່​ສຳຄັນ, ​ໂດຍ​ຊີ້​ອອກ​ວ່າ ​ເຂັມທິດບໍ່​ແມ່ນ​ຊີ້ກົງ​ໄປສູ່​ທິດ​ໃຕ້, ຫາກ​ແມ່ນ​ອຽງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ໜ້ອຍ​ໜຶ່ງ. ນີ້​ໄວ​ກວ່າ​ໂຄ​ລົມ​ບັສປະກົດ​ເຫັນ​ແມ່​ເຫຼັກ​ໂລກ​ມີ​ມຸມ​ອ່ຽງ​ໃນ​ພາຍ​ຫຼັງ​ນັ້ນ 400 ກວ່າ​ປີ. ​ເສິນ​ຄໍ້ຍັງ​ໄດ້​ສະ​ເໜີ​ທິດ​ສະ​ດີ​ທີ່​ວ່າ ດວງ​ຈັນ​ໝູນ​ອ້ອມ​ໜ່ວຍ​ໂລກ ໜ່ວຍ​ໂລກ​ໝູນ​ອ້ອມ​ດວງ​ຕາ​ເວັນ, ນີ້ກໍ​ໄວ​ກວ່າ "ທິດ​ສະ​ດີ​ຕາ​ເວັນ​ຢູ່​ສູນ​ກາງ​" ຂອງ​ເກ​ໄບ​ນີ 400 ກວ່າ​ປີ​ຄື​ກັນ. ສະ​ນັ້ນ ສາ​ມາດ​ເວົ້າ​ໄດ້​ວ່າ, ໜັງສື "​ເມິ້ງ​ຊິ​ປີ​ຖານ" ​ແມ່ນ​ມໍລະດົກ​ອັນ​ລ້ຳ​ຄ່າ​​ໃນ​ປະ​ຫວັດ​ວິ​ທະ​ຍາ​ສາດ​ເຕັກນິກ​ຂອງ​ໂລກ. ທ່ານ​ດອກ​ເຕີໂຢ​ເຊັຟ ນີດ​ຮາມ ຜູ່​ຊ່ຽວ​ຊານ​ດ້ານ​ປະ​ຫວັດ​ວິ​ທະ​ຍາ​ສາດ​ທີ່​ຊື່​ດັງ​ຂອງ​ອັງກິດ​ກ່າວ​ວ່າ ໜັງ​ສື "​ເມິ້ງ​ຊິ​ປີ​ຖານ" ​ແມ່ນ "ຈຸດ​ພິ​ກັດ​ແຫ່ງ​ປະ​ຫວັດ​ວິ​ທະ​ຍາ​ສາດ​ຈີນ". ​ເພື່ອ​ລະ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ເສິນ​ຄໍ້, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ໄດ້​ຕັ້ງ​ຊື່​ດາວ​ພະ​ເຄາະ​ນ້ອຍ​ທີ່​ໝາຍ​ເລກ 2027 ​ເປັນ "ດາວ​ພະ​ເຄາະ​ນ້ອຍ​ເສິນ​ຄໍ້".