ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 18:09:44    
ເມືອງ​ເຊິ​ນ​ເຈີ້ນ​ຂອງຈີນ​ປະ​ຕິ​ບັດ​ແຜນ​ການ​ສຸກ​ເສີນ ຊຳ​ລະ​ສະ​ພາບ​​​ຄົນ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢ່າງ​ເໝາະ​ສົມ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເມືອງ​ເຊິ​ນ​ເຈີ້ນ ທາງ​ພາກ​ໃຕ້​ຂອງ​ຈີນ​ໄດ້​ເລີ່​ມປະຕິ​ບັດ​ແຜນ​ການ​ສຸກ​ເສີນ​ທີ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຄົນ​ຕິດພະຍາດ​ໄຂ້ຫວັດ​ສັດ​ປີກ, ຊຳ​ລະ​ເລື່ອງ​ທີ່​ຜູ່​ໜຶ່ງ​ຖືກ​ສົງ​ໄສ​ຕິດພະຍາດ​ໄຂ້ຫວັດ​ສັດ​ປີກທີ່​ປະກົດ​ເຫັນ​ໃນ​ຫວ່າງ​ມໍ່ໆ​ນີ້​ຢ່າງ​ເໝາະ​ສົມ.

ປັດຈຸບັນ ຜູ່​ປ່ວຍ​ພວມ​ຮັບ​ການ​ກອບ​ກູ້​​ໃນ​ໂຮງໝໍ, 98 ຄົນ​ທີ່​ເຄີຍ​ສຳຜັດ​ກັບ​ຜູ່​ປ່ວຍ​ຢ່າງ​ໃກ້​ຊິດ​ລ້ວນ​ແຕ່​ບໍ່​ໄດ້​ປະກົດເຫັນ​ມີ​ສະພາບ​ຜິດ​ປົກກະຕິ. ​ແບບຢ່າງ​ພະ​ຍາດ​ຂອງ​ຜູ່​ປ່ວຍ​ໄດ້​ສົ່ງ​ຮອດ​ປັກ​ກິ່ງ ​ເພື່ອ​ໃຫ້​ກະຊວງ​ສາທາລະນະ​ສຸກ​ຈີນ​ບົ່ງ​ມະ​ຕິ​ຕື່ມ​ອີກ.

ວັນ​ທີ 13 ມິຖຸນາ, ຢູ່​ເມືອງ​ເຊິ​ນ​ເຈີ້ນ​ມີ​ຜູ່​ໜຶ່ງ​ຖືກ​ສົງ​ໄສ​ຕິດພະຍາດ​ໄຂ້ຫວັດ​ສັດ​ປີກ ​ເຊິ່ງ​ເປັນ​ລາຍ​ທຳ​ອິດ​ຢູ່​ເມືອງ​ດັ່ງກ່າວ, ຜູ່​ຖືກ​ສົງ​ໄສ​ຕິດພະຍາດ​ໄຂ້ຫວັດ​ສັດ​ປີກ​ຜູ່​ນີ້​ແມ່ນ​ຜູ່​ຊາຍ, ອາຍຸ 31 ປີ. ປັດ​ຈຸບັນ ຜູ່​ປ່ວຍ​ຍັງ​ຢູ່​ໃນ​ສະພາບ​ອັນຕະລາຍ, ຜູ່​ຊ່ຽວຊານ​ທີ່​ກ່ຽວ​ຂ້ອງ​ພວມ​ກອບ​ກູ້​ຜູ່​ປ່ວຍ​ດັ່ງ​ກ່າວ​ທັງ​ເວັນ​ທັງ​ຄືນ.