|
 |
(GMT+08:00)
2006-06-15 21:19:25
|
 |
ຈີນຈະຫຼຸດອັດຕາພາສີນຳເຂົ້າລົດຍົນແລະອາໄຫຼ່ລົດພາກສ່ວນໜຶ່ງອີກ
cri
Author: da
ຕາມຂ່າວCRI:ຕາມຂ່າວຈາກກະຊວງການເງິນຈີນ,ເລີ່ມແຕ່ວັນທີ 1 ກໍລະກົດປີນີ້ເປັນຕົ້ນໄປ,ຈີນຈະຫຼຸດອັດຕາພາສີນຳເຂົ້າລົດຍົນແລະອາໄຫຼ່ລົດພາກສ່ວນໜຶ່ງອີກໂດຍອີງຕາມຄຳໝັ້ນສັນຍາຫຼຸດພາສີໃນເວລາເຂົ້າຮ່ວມອົງການການຄ້າໂລກ.
ຕາມແນະນຳວ່າ,ຈະຫຼຸດອັດຕາພາສີນຳເຂົ້າລົດເກັ໋ງ ລົດຈິບ ລັດບາສນ້ອຍຈາກ 28% ລົງເຫຼືອ 25%.ອັດຕາພາສີນຳເຂົ້າອາໄຫຼ່ລົດເຊັ່ນເຮືອນລົດ ສັກຊີລົດ ຈັກນ້ຳມັນແອັດຊັງລະດັບກາງແລະຕ່ຳເປັນຕົ້ນໄດ້ຈາກ 13,8% ລົງເຫຼືອ 10%.ນັບມາຮອດປະຈຸບັນ,ຄຳໝັ້ນສັນຍາຂອງຈີນກ່ຽວກັບການຫຼຸດອັດຕາພາສີລົດຍົນແລະອາໄຫຼ່ລົດໃນເວລາເຂົ້າຮ່ວມອົງການການຄ້າໂລກນັ້ນໄດ້ປະຕິບັດໝົດແລ້ວ.
ຕາມໄດ້ຊາບ,ແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ,ອີງຕາມສັນຍາທີ່ກ່ຽວຂ້ອງກັບເຂດການຄ້າເສລີຈີນອາຊຽນ,ຈີນຈະຫຼຸດພາສີສິນຄ້າ 2800 ກວ່າຊະນິດທີ່ຜະລິດຢູ່ຟີລິບປິນ.ເພື່ອຊຸກຍູ້ການຮ່ວມມືແລະການພັດທະນາລະຫວ່າງຊາດ,ຊ່ອຍເຫຼືອປະເທດພວມພັດທະນາໂດຍສະເພາະແມ່ນປະເທດດ້ອຍພັດທະນາເລັ່ງລັດການພັດທະນາ,ຈີນໄດ້ຍົກເວັ້ນພາສີສິນຄ້າພາກສ່ວນໜຶ່ງຂອງ 5 ປະເທດດ້ອຍພັດທະນາເຊັ່ນອັງໂກລາເປັນຕົ້ນ.
|
|
|