ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 21:32:16    
ອາ​ເມ​ລິ​ກາ​ລົງ​ໂທດ​ 4 ບໍ​ລິ​ສັດ​ຈີນ​ແມ່ນ​ບໍ່​ມີ​ເຫດ​ຜົນ​ຈັກ​ເມັດ​ແລະ​ບໍ່​ຮັບ​ຜິດ​ຊອບ

cri Author: da
ຕາມ​ຂ່າວCRI:ວັນ​ທີ 15 ມິຖຸນາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງອີ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ລັດຖະບານ​ອາ​ເມ​ລິ​ກາ​ບໍ່​ໄດ້​ສະໜອງ​ຫຼັກຖານອັນ​ຄັ​ກ​ແນ່,​ກໍ່​ລົງ​ໂທດ​ງົດ​ຊັບ​ສິນ​ຂອງ​4ບໍລິສັດ​ຈີນຄື​ບໍລິສັດ​ອຸດສາຫະກຳ​ຊາງ​ເສີງ​ເປັນຕົ້ນຕາມ​ກົດໝາຍ​ພາຍ​ໃນ​ຂອງ​ເຂົາ​ນັ້ນ,​ແມ່ນ​ບໍ່​ມີ​ເຫດຜົນຈັກ​ເມັດ​ແລະ​ບໍ່​ຮັບຜິດຊອບ​,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​​ໃຈ​ຢ່າງຮຸນແຮງແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ.

ຕາມ​ຂ່າວ​ແຈ້ງ​ຂ່າວ​ວ່າ,ວັນ​ທີ 13 ມິຖຸນາ ອາ​ເມ​ລິ​ກາ​​ໄດ້​ລົງ​ໂທດ4​ບໍລິສັດ​ຈີນ​ດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ສົງ​ໄສ​ສະໜອງ​ວັດຖຸ​ທີ່​ໃຊ້​ທາງ​ການ​ທະຫານ​ ທັງ​ໃຊ້ທາງ​ພົນລະ​ເຮືອນທີ່​ກ່ຽວ​ກັບ​ລູກ​ສອນ​ໄຟ​ນຳ​ວິຖີ​ໃຫ້​ອີຣານ.ທ່ານນາງ​ຈ່ຽງອີ​ເວົ້າວ່າ,ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ​ການແຜ່ຜາຍ​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່,ບໍ່​ອະນຸມັດ​ບໍລິສັດ​ໃດ​ຫຼື​ບຸກຄົນ​ໃດດຳ​ເນີນ​ຫຼື​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​​ແຜ່ຜາຍ.ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ໃນ​ບັນຫາ​ກັ້ນກາງ​ການແຜ່​ຜາຍ​,ທັງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ບັງ​ເກີດ​ຜົນ​.ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ທຳລາຍ​ການ​ຮ່ວມ​ມື​ກັ້ນກາງການ​​ແຜ່ຜາຍ​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ໜັກໜ່ວງ,ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຂະຫຍາຍ​ກາ​ນພົວພັນ​ຈີນ​ອາ​ເມ​ລິ​ກາ.ຝ່າຍ​ຈີນ​ທວງ​ໃຫ້​ອາ​ເມ​ລິ​ກາ​ປ່ຽນ​ແປງ​ການ​ຕົກລົງ​ໃນ​ເມື່ອ​ກ່ອນ,​ແລະ​ປະລະ​ການ​ກະທຳ​ຜິດທີ່​ລົງ​ໂທດ​ແລະ​ໃຊ້​ກຳລັງ​ໜີບ​.

ທ່ານ​ນາງ​ຈ່ຽງອີ​ເວົ້າວ່າ,ລັດຖະບານ​ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ປະຕິບັດ​ນະ​ໂຍບາຍ​ ກົດ​ບັນຍັດ​ແລະ​ຄຳ​ໝັ້ນສັນຍາ​ຕໍ່ສາກົນ​ໃນ​ດ້ານ​ກັ້ນກາງ​ການ​ແຜ່ຜາຍ,ທັງ​ຈະ​ສືບ​ຕໍ່ດຳ​ເນີນ​ການ​ແລ​ກປ່ຽນ​ແລະການ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ດ້ານກັ້ນກາງ​ການ​ແຜ່ຜາຍບົນ​ພື້ນຖານ​ສະ​ເໝີ​ພາບ​ແລະ​ໂຄລົບ​ເຊິ່ງກັນ​ແລະ​ກັນ.