ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-15 21:37:24    
ທ່ານ​ຫູ​ຈິນທາວ​ພົບ​ປະ​ທ່ານ​ປູ​ຕີນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 15 ມິຖຸນາ ທີ່ຢູ່​ຊຽງ​ໄຮ້ ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ປູ​ຕິນປະທານ​າທິບໍດີຣັດ​ເຊຍ​ທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອົງການຮ່ວມ​ມື​ຊຽງ​ໄຮ້.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຈະ​ພ້ອມ​ກັນຈັດການ​ເຄື່ອນ​ໄຫວ"ປີ​ປະ​ເທດ"ຈີນ​ແລະຣັດ​ເຊຍ​ໃຫ້​ດີ.

​ໃນ​ກາ​ນພົບ​ປະ ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ,ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງຈີນກັບຣັດ​ເຊຍ​​ໃນ​ຂົງ​ເຂດ​ຕ່າງໆ​ຄຶກຄັກ​ທີ່​ສຸດ,ການ​ຂະຫຍາຍຕົວ​ແຫ່ງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ປະກົດ​ມີ​ລະດັບສູງ​ທີ່​ບໍ່​ຄ່ອຍ​ມີ​ມາ​ກ່ອນ.ທ່ານ​ຫູ​ຈິນທາວ​ຍັງ​ກ່າວ​ວ່າ​ຫວັງ​ໃຫ້​ສອງ​ຝ່າຍ​ເຊັນ​ແລະ​ຈັດຕັ້ງປະຕິບັດ"​ແຜນພັດທະນາ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນຣັດ​ເຊຍ​ປີ2006-2010"​ໂດຍ​ໄວ.

ທ່ານ​ປູ​ຕິນ​ເວົ້າວ່າ,ການ​ຈັດ​ການ​ເຄື່ອນ​ໄຫວ"ປີ​ປະ​ເທດ"​ເຊິ່ງກັນ​ແລະ​ກັນ​ໄດ້​ເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງຊາດ​ຕື່ມ​ອີກ,ນີ້​ສອດຄ່ອງ​ກັບ​ການ​ພົວພັນ​ໝູ່​ຄູ່​ປະສານ​ງານຍຸດ​ທະ​ສາດ​ທີ່​ມີລະດັບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດຢ່າງ​ສິ້ນ​ເຊີງ.ທ່ານ​ຫວັງ​ໃຫ້​ສອງ​ຝ່າຍ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ຄ້າ ພະລັງງານ​ ກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າ ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ.

ປະມຸກ​ລັດ​ທັງສອງ​ປະ​ເທດ​ຍັງ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃນ​ຂອບ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.