ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-16 15:39:02    
ຂ່າວ​ກິລາ​ປະມວນ​ໜຶ່ງ

cri Author: lm

ຕອນ​ຄ່ຳວັນ​ທີ 9 ມິຖຸນາ​ເວລາ​ເຢຍລະ​ມັນ, ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ຄັ້ງທີ 18 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ມີ​ວນິກ ທາງ​ພາກ​ໃຕ້​ເຢຍລະ​ມັນຢ່າງ​ເປັນ​ທາງ​ການ. ​ໃນ​ການ​ແຂ່ງ​ຂັນ​​ນັດ​ທຳ​ອິດ​ຫຼັງ​ພິ​ທີ​ເປີດ​ສາກ, ທີ​ມຊາດ​ເຢຍລະ​ມັນ​ໄດ້​ເອົາ​ຊະນະ​ທີ​ມກົສຕາ​ລີ​ກາ​ດ້ວຍ​ຄະ​ແນນ 4:2. ງານ​ແຂ່ງ​ຂັນ​ເທື່ອ​ນີ້​ມີທີ​ມ​ຊາດ 32 ປະ​ເທດ​ເຂົ້າຮ່ວມ, ການ​ແຂ່ງຂັນ​ຈະ​​ຈັດ​ຂຶ້ນ​ຢູ່ 12 ຕົວ​ເມືອງ​ຂອງ​ເຢຍ​ລະ​ມັນ. ​ເຖິງ​ວ່າ​ທີ​ມຊາດ​​ຈີນ​ບໍ່​ໄດ້​​ເຂົ້າຮ່ວມ​ກໍ່ຕາມ, ​ແຕ່​ແຟນ​ບານ​ເຕະ​ຈີນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນຕໍ່​ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ເຊັ່ນ​ດຽວ​ກັນ. ​ແຟນ​ບານ​ເຕະ​ຈີນ​ສ່ວນ​ຫຼາຍ​ຈະ​ເບິ່ງ​​ໂທລະພາບຖ່າຍ​ທອດ​ສົດ​ໃນ​ຍາມ​ກາງຄືນ. ​ໃນ​ເວລາ​ພົບ​ປະ​ທ່ານ​ນາງ​​ແອ​ງ​ເກ​ລາ ​ແມ​ກ​ໂຄ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ ປະ​ເທດ​ເຈົ້າພາບ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ເທື່ອ​ນີ້​ທີ່​ມາ​ຢ້ຽມຢາມ​ຢູ່​ທີ່​ປັກ​ກິ່ງ​ໃນ​ຫວ່າງ​ບໍ່​ດົນ​ນີ້, ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ່​ເຄີຍ​ກ່າວ​ວ່າ, ທ່ານ​ເອງ​ກໍ​ແມ່ນ​ແຟນບານ​ເຕະ.

​ໃນ​ງານ​ແຂ່ງຂັນ​ກິລາ​ແລ່ນ​ແລະ​ລານ​ຊີງ​ລາງວັນ​ໃຫຍ່​ອັງກິດທີ່​ສະຫະພັນ​ກິ​ລາ​ແລ່ນ​ແລະ​ລານ​ສາ​ກົນ​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມິຖຸນາ, ທ້າວ​ອາຊາ​ຟາ ​ໂພ​ແວວ ນັກ​ກິ​ລາ​ແລ່ນ​ໄວ​ຢາ​ມາຍ​ກາ​ໄດ້​ຜົນງານສະ​ເໝີກັບ​ສະຖິຕິ​ໂລກ​ເພດ​ຊາຍທີ່​ຕົນ​ສ້າງ​ຂຶ້ນຄື 9 ວິນາທີ 77. ສະ​ຖິ​ຕິ​ນີ້​ແມ່ນ​ທ້າວ​ໂພ​ແວວ​ເອງ​ສ້າງ​ຂຶ້ນຢູ່​ທີ່​ອາ​ແຕນ​ເມື່ອ​ປີ 2005. ປັດຈຸບັນ, ທ້າວ​ກັດ​ລີ​ນ ນັກ​ກິ​ລາ​ອາ​ເມ​ລິ​ກາ ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​​ແລະທ້າວ​ໂພ​ແວວ​ມີ​ສະ​ຖິ​ຕິ​ດັ່ງ​ກ່າວ​ພ້ອມ​ກັນ.

​ໃນ​ງານ​ແຂ່ງຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ ​ເຊິ່ງ​ແມ່ນ 1 ​ໃນ 4 ​​ແກຼນດ໌ສະ​ລາມ​ປະ​ຈຳ​ປີ​ນີ້​ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 11 ມິຖຸນາ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈື ນັກ​ກິລາ​ເທັນ​ນິສ​ຕີ​ຄູ່​ເພດ​ຍິງ​ຈີນ​ໄດ້​ຕີເຂົ້າຮອບ 4 ຄູ່​​ເພດ​ຍິງ, ນີ້​ເປັນ​ຜົນງານ​ດີກ​ວ່າ​ຍາມ​ໃດ​ໝົດ​ໃນ​ປະ​ຫວັດ​ນັກ​ກິ​ລາ​ຈີນ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ. ພ້ອມ​ກັນນັ້ນ ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນ​ຈື​ກໍ​ແມ່ນ​ແຊມ​ປຽນ​ຕີ​ຄູ່​ເພດ​ຍິງ​ຂອງ​ງານ​ແຂ່ງຂັນ​ເທັນ​ນິສອົສຕຼາລີ​ໂອ​ເພັນ​ປະ​ຈຳ​ປີ​ນີ້. ​ໃນ​ການ​ລຽງ​ລຳ​ດັບ​ລະ​ດັບ​ໂລກຫຼ້າສຸດ​ຂອງ​ສະຫະພັນ​ເທັນ​ນິສອາຊີບ​ເພດ​ຍິງ​ຫຼື WTA ທີ່​ປະ​ກາດ​ໃນ​ວັນ​ທີ 12 ມິ​ຖຸ​ນາ, ນາງ​ເຈິ້ງ​ເຈ ນັກ​ກິລາ​ຈີນ​ທີ່​ເຂົ້າຮອບ​ການ​ຕີ​ຄູ່​ເພດ​ຍິງ 4 ຄູ່​ໃນ​ງານ​ແຂ່ງ​ຂັນ​ຝຣັ່ງ​ໂອ​ເພັນ​ນັ້ນ ການ​ລຽງ​ລຳດັບ​ຂອງ​ເຂົາ​ເຈົ້າໄດ້​​ເລື່ອນຂຶ້ນ​ເປັນ​ທີ 7, ​​ເຊິ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ຂອງ​ນັກ​ກິລາ​ຕີ​ຄູ່​ຂອງ​ຈີນໃນ​ການ​ລຽງ​ລຳດັບ​ລະດັບ​ໂລກ. ການ​ລຽງ​ລຳດັບ​​ໃນ​ລາຍ​ການ​ຕີ​ດ່ຽວ​ຂອງ​ນາງ​ລີ​ນ້າ ນັກ​ກິລາ​ຈີນ​ອີກ​ຜູ່​ໜຶ່ງກໍ​ເລື່ອນ​ຂຶ້ນ​ເປັນ​ທີ 32, ສະ​ເໝີ​ກັບ​ສະ​ຖິ​ຕິ​ດີ​ທີ່​ສຸດ​ຂອງ​ຕົນ.

​ໃນ​ງານ​ແຂ່ງຂັນ​ເທັນ​ນິສຝຣັ່ງ​ໂອ​ເພັນ ​ເຊິ່ງ​ແມ່ນ 1 ​ໃນ 4 ​ແກຼນດ໌ສະ​ລາມທີ່​ສິ້ນສຸດ​ລົງ​ໃນ​ວັນ​ທີ 11 ມິຖຸນາ, ທ້າວຣາຟາ​ແອນ ນາ​ດານ ນັກ​ກິລາ​ແອ​ສປາຍ​ໄດ້​ເອົາ​ຊະນະ​ທ້າວ​ໂຣ​ເກີ ​ເຟ​ເດ​ເຣີ ນັກ​ກິລາ​ສະ​ວິສທີ່​ລຽງ​ລຳດັບ​ເປັນ​ທີ 1 ຂອງ​ໂລກ​ດ້ວຍຄະ​ແນນ 3:1 ​ໃນ​ການ​ແຂ່ງຂັນຕີ​ດ່ຽວ​ເພດ​ຊາຍ​ຊີງ​ຊະນະ​ເລີດ, ​ແລ້ວ​ໄດ້​ຄອງ​ແຊມ​ປຽນ​ອີກ. ນາງ​ຈັສຕິນ ​ເຮ​ນິນ ຮາດ​ແດນ ນັກ​ກິລາ​ແບ​ນຊິກ​ຊີງ​ໄດ້​ແຊມ​ປຽນ​ຕີ​ດ່ຽວເພດ​ຍິງ.

​ໃນ​ງານ​ແຂ່ງຂັນ​ບານ​ສົ່ງ​ລະດັບ​ສູງ​ສະ​ວິສທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 11 ມິຖຸນາ, ທີ​ມບານ​ສົ່ງ​ເພດ​ຍິງ​ຈີນ​ໄດ້​ເສຍ​ໃຫ້​ທີ​ມ​​ເບຼຊິນດ້ວຍ​ຄະ​ແນນ 2:3, ​ແລ້ວ​ເປັນ​ຮອງ​ຊະນະ​ເລີດ. ທີ​ມ​ເບຼຊິນ​ຊີງ​ໄດ້​ແຊມ​ປຽນ​ອີກ. ຫຼັງຈາກການ​ແຂ່ງຂັນ​ສິ້ນ​ສຸດ​ລົງ, ທ່ານ​ເສິນ​ຈົ່ງ​ເຫີ ຄູ​ຝຶກ​ໃຫຍ່​ຂອງ​ທີ​ມຈີນ​ກ່າວ​ວ່າ, ຈຸດປະສົງ​ຂອງ​ຈີນ​ທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທື່ອ​ນີ້​ຕົ້ນຕໍ​ແມ່ນ​ເພື່ອ​ຝຶກ​ອົບຮົມ​ນັກ​ກິລາ​ໜຸ່ມ.

ວັນ​ທີ 12 ມິຖຸນາ, ຝ່າຍ​ຈັດຕັ້ງປະກາດ​ວ່າ, ງານ​ແຂ່ງຂັນ​ມາລາ​ທອນ​ສາກົນ​ຕ້າ​ຫຼຽນ​ຄັ້ງ​ທີ 20 ຈະ​ຈັດ​ຂຶ້ນຢູ່​ສະໜາມຊິ່ງ​ໄຫ​ເມືອງ​ຕ້າຫຼຽນ​ໃນ​ເວລາ 8 ​ໂມງ​ເຊົ້າຂອງ​ວັນ​ທີ 18 ມິ​ຖຸ​ນາ. ງານ​ແຂ່ງ​ຂັນ​ມາລາ​ທອນ​ດັ່ງກ່າວ​ເລີ່​ມມາ​ແຕ່ປີ 1987, ມີ​ນັກ​ກິລາ 1 ໝື່ນ 500 ຄົນ​ຂອງ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ສະ​ເໜີ​ຊື່​ເຂົ້າຮ່ວມ​ການ​ແຂ່ງຂັນ​ປີ​ນີ້. ທ້າວ​ຊຸນ​ຈີ້​ໄຫ ນັກ​ກິ​ລາ​ບານ​ເຕະ​ຈີນ​ທີ່​ເຕະ​ບານ​ຢູ່​ທີ​ມ​ແມນ​ເຊ​ສ໌​ເຕີ ຊີ​ຕີ FC ​ພຼີ​ເມຍ​ລິກ​ອັງ​ກິດ ຈະ​ແລ່ນ​ນຳ​ໜ້າ​ໝູ່​ໃນ​ພິທີ​ໄຂ​ງານ.