ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-16 23:51:27    
ນັກ​ຮຽນ​ຈີນ​ເກືອບ​10​ລ້ານ​ຄົນ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ວັນ​ທີ6 ມິຖຸນາ,ນັກຮຽນຈີນ9ລ້ານ5​ແສນ​ຄົນ​​ໄດ້​ເຂົ້າ​ຮ່ວນ​ການ​ສອບເສັງ​ເຂົ້າມະຫາວິທະຍາໄລ,​ເພື່ອ​ຍາດແຍ່ງ​ເອົາ​ສິດເຂົ້າຮຽນມະຫາວິທະຍາ​ໄລຈຳນວນ5ລ້ານ3​ແສນ​ຄົນ.​ໃນ​ລາຍການ​ຈີນ​ປັດຈຸ​ບັນ​ພາກ​ນີ້,​ເຊີນທ່ານ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ:ນັກຮຽນ​ຈີນເກືອບ10ລ້ານ​ຄົນ​ເຂົ້າ​ຮ່ວມການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ.

ວັນ​ທີ6 ມິຖຸນາ​ແມ່ນ​ມື້​ທຳ​ອິດຂອງການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ຈີນ,ຕອນ​ເຊົ້າ,ນັກ​ຂ່າວ​ໄປ​ຈຸດ​ສອບເສັງ​ແຫ່ງ​ໜຶ່ງ​ຂອງ​ເຂດ​​ຊີ​ຈີງ​ຊ່ານ​ປັກ​ກິ່ງ,​ໄດ້ເຫັນ​ນັກຮຽນ​ທີ່​ເຂົ້າຮ່ວມການ​ສອບ​ເສັງ​ຫຼາຍ​ຄົນ​ໄດ້​ມາຢູ່​ນີ້​ແລ້ວ.ພາຍຫຼັງ​ນັກຮຽນຈຳນວນ​ໜຶ່ງເຂົ້າ​ຫ້ອງ​ສອບເສັງ​ແລ້ວ,ພໍ່​ແມ່​ທີ່ມາ​ສົ່ງ​ພວກ​​ເຂົາ​ເຈົ້ານັ້ນ​ຍັງ​ລໍຖ້າຢ່າງຮ້ອນຮົນຢູ່​ນອກ.ທ່ານ​ນາງວາງ​ຈິ້ງຜູ້​ເປັນ​ແມ່​ຂອງ​ນັກຮຽນ​ທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ບອກ​ນັກ​ຂ່າວ​ວ່າ,​ເພິ່ນ​ຈະຖ້າ​ຢູ່​ນອກ​ໂຮງຮຽນຈົນ​ຮອດ​ເວລາ​ລູກ​ສຳ​ເລັດ​ການ​ສອບ​ເສັງ:

"ພໍ່​ແມ່​ແລະ​ລູກ​ລ້ວນ​ແຕ່​ເອົາ​ໃຈ​​ໃສ່ການ​ສອບ​ເສັງ​​ເທື່ອ​ນີ້,​​ເພາະວ່າໄດ້​ຮຽນມາ12ປີ​ແລ້ວ,ກໍ່​ແມ່ນ​ເພື່ອການ​ສອບ​ເສັງ​ເທື່ອ​ນີ້."

ການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ແມ່ນ​ຊ່ອງ​ທາງ​ຕົ້ນ​ຕໍ​ທີ່​ນັກຮຽນ​ຈີນ​ຫຼັງ​ຈາກ​ຈົບ​ການ​ຮຽນ​ຊັ້ນ​ອຸດົມ​ແລະ​ບຸກຄົນ​ສັງຄົມ​ເຂົ້າຮຽນ​ຢູ່​ມະຫາວິທະຍາ​ໄລ,ສະ​ນັ້ນ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຫຼາຍຈາກ​ຄົນ​ທັງຫຼາຍ.​ແຕ່ທ້າ​ຍຊຸມ​ປີ70ສະຕະວັດ​ທີ່​ແລ້ວຈີນຟື້ນ​ຟູການ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​​ໄລ​ເປັນ​ຕົ້ນ​ມາ,ການຮັບ​ເອົາ​ນັກຮຽນ​​ເຂົ້າ​ມະຫາວິທະຍາ​ໄລ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​​​ທຳ​ອິດ​ມີ​ແຕ່5%ດຽວ​ນີ້​ໄດ້ເພີ່ມ​ຂຶ້ນ​ຫຼາຍ​ກວ່າ50%.​ເຖິງຈະເປັນ​ແນວ​ນີ້ກໍ​ຕາມ,​ແຕ່ຍັງ​ມີ​ນັກຮຽນ​ຫຼາຍ​ຄົນ​ບໍ່​​ໄດ້ສົມ​ດັ່ງປາຖະໜາຢາກເຂົ້າຮຽນ​ມະຫາວິທະຍາ​​ໄລ​.

ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ແລ້ວ,ນັກຮຽນ​ທັງຫຼາຍ​ຍັງກໍ່ຈະ​ປະ​ເຊີນ​ກັບການ​ເລືອກອັນ​ຫຍຸ້ງຍາກຫຼາຍ​ຢ່າງ.ຕາມ​ການກຳນົດ,ພາຍຫຼັງ​​ໄດ້​ສຳ​ເລັດ​ການ​ສອບ​ເສັງ​ແລ້ວ,ຍັງ​ຕ້ອງຂຽນ​ໃບ​ສະໝັກ​ເຂົ້າຮ​ຽນມະຫາວິທະຍາ​ໄລ​ແລະ​ວິຊາ​ທີ່​ຕົນ​ມັກ​ແລະ​ຕາມ​ຄະ​ແນນ​ສອບ​ເສັງ​ຂອງ​ຕົນ.ແຕ່​ຍ້ອນ​ວ່ານັກຮຽນແຕ່​ລະຄົນຂຽນ​ຊື່​ມະຫາວິທະຍາ​ໄລ​ແລະ​ວິຊາ​ສະ​ເພາະ​ໃສ່​ໃບ​ສະໝັກ​ມີ​ໂອກາດ​ພຽງ​ເທື່ອ​ດຽວ​ທໍ່​ນັ້ນ,ສະ​ນັ້ນ​ນັກຮຽນ​ແລະ​ພໍ່​ແມ່​ລ້ວນ​ແຕ່​ສຸດທີ່ເອົາ​ໃຈ​ໃສ່​​ໂອກາດ​ນີ້.​ໃນ​ຈຸດສອບ​ເສັງ​ແຫ່ງ​ໜຶ່ງ​ຂອງ​ເຂ​ດຊີ​ຈິງ​ຊ່ານ​ປັກ​ກິ່ງ,ນັກ​ຂ່າວ​ລົມກັບ​ນັກຮຽນຍິງ​ສອງ​ຄົນ​ທີ່​ເຂົ້າຮ່ວມ​ກາ​ນສອບ​ເສັງ​ຄື​ນາງ​ໂຈ່​ວຢິງ​ແລະ​ນາງຫວານ​ຊິ່ນ:

ນາງ​ໂຈ່​ວຢິງບອກ​ນັກ​ຂ່າວ​ວ່າ,ນາງຈະຮຽນ​ວິຊາ​​​ທຳ​ມະ​ສາດ,ຍ້ອນ​ວ່າ​ຕົນ​ເອງ​ມັກ​ວິຊາ​ນີ້,​ສ່ວນ​ພໍ່​ແມ່​ຂອງ​ນາງກໍ່​​ເຫັນວ່າ​ເມື່ອ​ສຳ​ເລັດການຮຽນ​ວິຊາ​ນີ້​ຈະຫາ​ວຽກງ່າຍ.​ແຕ່​ນາງຫວານ​ຊິ່ນ​ເວົ້າ​ວ່າ​ນາງຈະ​ຮຽນວິຊາຄູ,ນາງ​ເວົ້າ​ວ່າ​ຕົນ​ເອງ​ມັກ​ວິຊາ​ນີ້,ພ້ອມ​ກັນ​ນັ້ນ​ເມື່ອ​ເປັນ​ຄູ​ແລ້ວ,ວັນພັກ​ກໍຫຼາຍ.

ໃນ​ເວລາ​ສຳພາດ,ນັກ​ຂ່າວ​ປະກົດ​ເຫັນ​ວ່າ,​ໃນ​ເວລາ​ຂຽນ​​ໃບ​ສະໝັກ,ນັກຮຽນມີແຕ່​ອີງ​ຕາມ​ຄວາມມັກຂອງ​ຕົນ,​ແຕ່​ພໍ່​ແມ່ຂ​ອງພວກ​​ເຂົາ​ເຈົ້າ​ພັດບໍ່​ເປັນ​​ແນວ​ນີ້,ພວກ​ເຂົາ​ເຈົ້າ​ພິຈາລະນາວິຊາ​ທີ່​ລູກ​ຮຽນ​ນັ້ນ​ແມ່ນ​ເພື່ອ​ວຽກ​ເຮັດ​ງານ​ທຳ​ຂອງ​ລູກ​ພາຍ​ຫຼັງ​ຈົບການ​ຮຽນ​ແລ້ວ.​ແລ້ວຄວາມ​ເຫັນ​ຂອງ​ພໍ່​ແມ່​ສ່ວນຫຼາຍ​ແມ່ນຄ້າຍຄື​ກັນ,​ສະ​ນັ້ນ,ບາງວິຊາທີ່​ຫາວ​ວຽກ​ງ່າຍ​ນັ້ນ,ກໍ່​ກາຍ​​ເປັນ​ເປົ້າ​ໝາຍທີ່​ນັກຮຽນ​ແລະ​ພໍ່​ແມ່​​ເຫີ​ກັນເລືອກ​ເອົາ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ນາງ​ເຈິ້ງ​ຊິ່ນ​ຢົງ ຜູ້​ຊ່ຽວຊານ​ການ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງກ່າວ​ວ່າ,​​ໃນ​ເວລາ​ຂຽນ​ໃບ​ສະໝັກ​ເຂົ້າ​ມະຫາວິທະຍາ​ໄລ,ເຖິງ​ແມ່ນ​ວ່າ​ນັກຮຽນ​ແລະ​ພໍ່​ແມ່ພິຈາລະນາ​​ເຖິງ​ວິຊາ​ໃດ​ເມື່ອ​ຮຽນ​ຈົບ​ແລ້ວ​ຈະ​ຫາວ​ຽກງ່າຍ​ຫຼື​ຍາກ​ກໍ​ຕາມ,ພວກ​ເຂົາ​ເຈົ້າ​ສ່ວນ​ຫຼາຍບໍ່​​ໄດ້​ສຳນຶກວ່າ​ງ່າຍ​ກັບ​ຍາກ​ນັ້ນ​ແມ່ນ​ທຽບ​ຖານ.

"​ມັນ​ຈະ​ແຈ້ງ​ແລ້ວ​ວ່າ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ມະຫາວິທະຍາ​ໄລ​ຈີນ​ທີ່​ເພີ່ມ​ຈຳ​ນວນ​ຮັບ​ເອົາ​ນັກສຶກສາ​ນັ້ນ​ໄດ້​ເຮັດ​ໃຫ້​ນັກ​ສຶກສາ​ທີ່​ສຳ​ເລັດ​ການ​ປະສົບ​ກຳລັງ​ໜີບ​ທີ່​ຫາວ​ວຽກ​ຍາກ,ສະພາບ​ການ​ນີ້​ໃຫ້​ນັກຮຽນ​ທີ່​ເຂົ້າ​ຮ່ວມ​ການ​ສອບເສັງ​ແລະ​ພໍ່​ແມ່​ແມ່ນ​ຫັນ​ແຈ້ງ​ຢູ່​ແລ້ວ,ພວກ​ເຂົາ​ເຈົ້າ​ເຫັນ​ວ່າ​ບາງ​ວິຊາ​​ອາດ​ຈະຫາວ​ຽກ​ງ່າຍ,ກາຍ​ເປັນ​ວິຊາ​ທີ່​ນິຍົມ​ກັນ.​ແຕ່​ວ່າ​,ໄປ​ອີກບໍ່​​ເທົ່າ​ໃດ​ປີ,ວິຊາ​ເຫຼົ່າ​ນີ້​ກໍ​ມີ​ຄົນ​ເຕັມ,ບາງທີ​ຍັງ​ເຫຼືອ.

ທ່ານ​ນາງ​ເຈິ້ງ​ກ່າວ​ວ່າ,ການ​ອາ​ໃສ່​ແຕ່​ການຂຽນ​ໃບ​ສະໝັກ​ມາ​ຕົກລົງວິຊາ​ຂອງ​ນັກຮຽນ​ໃນ​ຂ້າງ​ໜ້າ​ນີ້​ແມ່ນ​ບໍ່​ສອບ​ຄອບ​ປານ​ໃດ.ທ່ານ​ນາງສະ​ເໜີ​​ໃຫ້ມະຫາວິທະຍາ​ໄລ,ສັງຄົມ​ແລະ​ຂະ​ແໜງ​ການສະໜອງ​ຕ່ຳ​ແໜ່​ງນັ້ນ​ຄວນ​ເປັນ​ທີ່​ປຶກສາ​ຊີ້​ນຳໃຫ້​ນັກຮຽນ,ຊ່ອຍ​ພວກ​ເຂົາ​ເຈົ້າ​ຮູ້​ຈັກທ່ວງທ່າ​ພັດທະນາ​ຂອງ​ຄວາມ​ຕ້ອງການ​ຊັບ​ພະຍາກ​ອນມະນຸດ​ໃຫ້​ພວກ​ເຂົາ​ເຈົ້າ.​ເພິ່ນຍັງ​ສະ​ເໜີ​ມະຫາວິທະຍາ​ໄລ​ຕັ້ງ​ວິຊາ​​​ໃຫ້​ສົມ​ເຫດ​ສົມ​ຜົນ​ແລະຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດສັງຄົມ:

"ອັນສຳຄັນແມ່ນຕ້ອງສ້າງ​​ຂົວ​ແລກປ່ຽນ​ຂໍ້​ມູນ​ຂ່າວສານກັບ​ຫົວໜ່ວຍ​ຮັບ​ຄົນ​ໃນ​ນັ້ນ,ລວມທັງ​ມາດຖານຂອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ,ສ້າງ​​ລະບົບສະ​ໜອງ​ຂໍ້​ມູນ​ຂ່າວສານທີ່​ສັງຄົມຕ້ອງການນັ້ນຢ່າງ​ທັນ​ການ.
ຕາມ​ໄດ້​ຊາບ,ປັດຈຸບັນ​​ມະຫາວິທະຍາ​ໄລ​ບາງ​ແຫ່ງສັບຊ້ອນຫຼັກສູດວິຊາການ.ບໍ່ພ​ຽງ​ແຕ່​ໄດ້​ຍົກ​ເລີກ​ບາງວິຊາ​ທີ່​ມີ​ຄວາມ​ຮູ້ແຄບ,​ແລະ​ຕອບ​ສະໜອງ​ກັບ​ຄວາມຕ້ອງການ​ຂອງ​ສັງຄົມ​ຍາກ,ພ້ອມ​ກັນ​ນັ້ນ​ຍັງ​ເໜັ້ນໜັກ​ບຳລຸງສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຫຼາຍ​ວິຊາ​ນຳ​ນວນ​ໜຶ່ງ.ມະຫາວິທະຍາ​ໄລ​ຢຶນມິນ ​ເຊິ່ງ​ເປັນມະຫາວິທະຍາ​ໄລ​ຈຸດໜັກ​​ແຫ່ງ​ໜຶ່ງ​ຂອງ​ຈີນ​ຈະ​ຕັ້ງ​ປະລິນຍາ​ທີ່​ສອງ​ໃຫ້​ນັກ​ສຶກສາ​ທີ່​ຮຽນ​ພາສາ​ຕ່າງປະ​ເທດ​ໃນ​ປີ​ນີ້.ທ່ານ​ວາງ​ເພິ​ງ ຮອງ​ຫົວໜ້າ​ຫ້ອງການ​ຮັບ​ເອົາ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ນີ້​ແນະນຳ​ວ່າ,ມາດ​ຕະການນີ້​ຂອງ​ມະຫາວິທະຍາ​ໄລ​​ແມ່ນ​ເພື່ອ​ບຳລຸງສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາ​ມສາມາດ​ທີ່ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງສັງຄົມທັງ​ນັ້ນ.

"ບາງ​ວິຊາ​ການ​ຖ້າ​ກຳ​ພາສາ​​ໄດ້​ດີ​,ຖ້ານັກ​ສຶກສາ​ຂອງ​ສະ​ຖາ​ບັນ​ພາສາ​ຕ່າງປະ​ເທດປະສານ​ກັນ​ກັບ​ວິຊາ​ການປະ​ຢຸກ​ແລ້ວ,ຈະ​ມີ​ຜົນ​ດີ​​ຕໍ່ການ​ພັດທະນາ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ສັງຄົມ​ໃນ​ຕໍ່​ໄປ​ພາຍ​ໜ້າ​."

"​ເພື່ອ​ເຮັດ​ໃຫ້​ມະຫາວິທະຍາ​ໄລ​ບຳລຸງສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່ຕອບ​ສະໜອງ​ກັບ​ກາ​ນພັດທະນາ​ຂອງ​ສັງຄົມ​ດີກ​ວ່າ​ເກົ່າ,ຜູ້​ຊ່ຽວຊານ​ການ​ສຶກສາ​ບາງ​ຄົນ​ຍັງສົ່ງ​ເສີມ​ມະຫາວິທະຍາ​ໄລ​ຮັບ​​ເອົາສະໝັກ​ນັກ​ສຶກສາດ້ວຍ​ວິທີ​ຄ່ອງ​ແຄວ​ກວ່າ​ເກົ່າ.ນອກຈາກ​ສອບເສັງ​​ໃນທົ່ວ​ປະ​ເທດ​ແລ້ວ,ຍັງສາມາດ​ສອບ​ເສັງຮັບ​ໂດຍ​ຕົນ​ເອງ.ຕາມ​ໄດ້​ຊາບ,ປັດຈຸບັນ,​ຢູ່ຈີນ​ໄດ້​ມີ​ມະຫາວິທະຍາ​ໄລ50ກວ່າ​ແຫ່ງ​ທົດ​ລອງ​ການ​ສອບ​ເສັງ​ຮັບ​ເອົາ​ນັກ​ສຶກສາ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ,​ແຕ່​ຈຳນວນນັກ​ສຶກສາ​ທີ່​ຮັບ​ເອົາ​ນັ້ນ​ຈະ​ບໍ່​ໃຫ້​ກາຍ5%.

ຕໍ່​​ວິທີ​ຮັບ​ເອົານັກ​ສຶກສາ​ດັ່ງກ່າວ,ທ່ານ​ນາງ​ເຈິ້ງ​ຊິ່ນ​ຢົງ ຜູ້​ຊ່ຽວຊານ​ມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າວ່າ:

"ຂ້າພະ​ເຈົ້າ​ເຫັນວ່າວິທີ​ນີ້​​ດີຫຼາຍ,ນັກ​ສຶກສາ​ສາມາດ​ໃຊ້​ເວລາສ່ວນ​ຫຼາຍພັດທະນາ​ຄວາມ​ຮູ້ໃນ​ຫຼາຍດ້ານ​,ນີ້​ບໍ່​ແມ່ນ​​ການ​ຮຽນ​ໃນ​ມັດທະຍົມ​ປາຍເພື່ອ​ສອບເສັງ​ເຂົ້າ​ມະຫາວິທະຍາ​ໄລ,ອີກ​ດ້ານ​ໜຶ່ງ​ແມ່ນ​​ເຮັດ​ໃຫ້​ນັກ​ສຶກສາມີ​​ເວລາຫວ່າງ​ຫຼາຍ​ກວ່າ​ເກົ່າພັດທະນາ​ຕົນ​ເອງຢ່າງຮອບດ້ານ,​ເພາະ​ວ່າການ​ສຶກສາ​ຊັ້ນ​ສູງ​​ແມ່ນ​ເພື່ອບຳລຸງສ້າງ​ຜູ້​ມີ​ຄວາມ​ຮູ້ຮອບດ້ານ.