ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-17 20:04:06    
101​ປະ​ເທດ​ຂອງ​ເອີ​ລົບ​ ອາ​ຟິ​ລິ​ກາ​ແລະ​ອາ​ຊີ​ເຊັນ​ສັນ​ຍາ​ວິ​ທະ​ຍຸ​ໂທ​ລະ​ພາບ​ດີ​ຈີ​ຕອນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​ເມື່ອ​ໄດ້​ຫາລືກັນ​ຫ້າ​ອາທິດ​ແລ້ວ,ວັນ​ທີ16​ມິຖຸນາ,ຢູ່​ເຊີ​ແນວ,101 ປະ​ເທດ​ຂອງ​​ເອີ​ລົບ ອາ​ຟະ​ລິ​ກາ​ແລະ​ເຂດຕາ​ເວັນ​ອອກ​ກາງ​ໄດ້​ເຊັນ​ສັນຍາ,​ເຫັນ​ດີ​ຢຸດ​ຕິ ອອກ​ອາກາດ​ລາ​ຍການວິທະຍຸໂທລະພາບອະນາລົກ​ກ່ອນ​ປີ2015,ຫັນ​ເປັນ​ແບບ​ດີ​ຈີຕອນ​ຢ່າງຮອບດ້ານ.

ທ່ານ​ໂຢຊີ​ໂອ ອູ​ຊູ​ມີ ​ເລຂາທິການ​ໃຫຍ່​ສະຫະພັນ​ໂທລະ​ຄົມ​ສາກົນ​ເວົ້າວ່າ,ການຫັນ​ເປັນ​ແບບ​ດີ​ຈີ​ຕອນ​ຕ້ອງ​ເສຍ​ເງິນ​ຫຼາຍ,ປະ​ເທດ​ທຸກ​ຍາກ​ຍັງ​ຕ້ອງການ​ການ​ຊ່ອຍ​ເຫືຼອ.ຕາມ​​ໄດ້​ຊາບ,ບາງ​ປະ​ເທດ​ໄດ້​ຮຽກຮ້ອງ​ເລື່ອນ​ເວລາ​ທີ່​ຫັນ​ເປັນ​ແບບ​ດີ​ຈີ​ຕອນ​ຢ່າງຮອບດ້ານ​ນັ້ນ​ໄປ​ຮອດ2020.

ຍ້ອນ​ວ່າ​ສັນຍາ​ສະບັບ​ໃໝ່​ປະຕິບັດ​ຕາມດຖານ​ວິທະຍຸ​ໂທລະພາບ​ດີ​ຈີ​ຕອນ​ຂອງ​ເອີ​ລົບ,ສະ ນັ້ນອາເມ​ລິ​ກາ​ແລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ບໍ່​ໄດ້​ເຊັນ​ສັນຍາ​ສະບັບ​ນີ້.ຈີນ​ໄດ້​ມີ​ແຜນ​ຈະ​ເຜີຍ​ແຜ່​ວິທະຍຸ​ໂທລະພາບ​ດີ​ຈີ​ຕອນ​ຢ່າງຮອບດ້ານ​ໃນ​ປີ2008,​ແລະ​ຢຸດ​ຕິອອກ​ອາກາດ​ລາຍການວິທະຍຸ​ໂທລະພາບ​ອະ​ນາລົກ​ຢ່າງຮອບດ້ານ​ໃນ​ປີ2015.