|
 |
(GMT+08:00)
2006-06-18 17:13:41
|
 |
ສີ່ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງເຫັນດີນຳຂໍ້ສະເໜີຊ່ອຍເຫຼືອປາເລັສຕິນທີ່ສະຫະພາບເອີລົບສະເໜີອອກມາ
cri
ຕາມຂ່າວCRI,ວັນທີ17ມິຖຸນາ,ສີ່ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງຄືອາເມລິກາ ຣັດເຊຍ ສະຫະປະຊາຊາດແລະສະຫະພາບເອີລົບໄດ້ອອກຖະແຫຼງການ,ເຫັນດີນຳຂໍ້ສະເໜີຂອງສະຫະພາບເອີລົບກ່ຽວກັບການຊ່ອຍເຫຼືອປະຊາຊົນປະເລັສຕິນໂດຍເວີ້ງຂ້າມລັດຖະບານອົງການຮາມາສ.
ໃນຖະແຫຼງການຂຽນວ່າ,ເມື່ອຄຳນຶງເຖິງຄວາມຕ້ອງການຂອງປະຊາຊົນປາເລັສຕິນ,ສີ່ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງເຫັນດີແລະຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງສະໜອງການຊ່ອຍເຫຼືອໂດຍກົງໃຫ້ແກ່ປະຊາຊົນປາເລັສຕິນ.ການຊ່ອຍເຫຼືອເຫຼົ່ານີ້ຈະພົວພັນເຖິງຄວາມຕ້ອງການພື້ນຖານຂອງຊາວປາເລັສຕີນຄືສາທາລະນະສຸກເປັນຕົ້ນ.ພ້ອມກັນນັ້ນຖະແຫຼງການຍັງເຕືອນໃຫ້ລັດ ຖະບານອົງການຮາມາສຢຸດຕິການເຄື່ອນໄຫວດ້ວຍກຳລັງຮຸນແຮງ ຮັບຮອງສິດຢູ່ລອດຂອງອິດສຣາແອນ,ແລະເຄົາລົບສັນຍາທີ່ປາເລັສຕິນອິດສຣາແອນໄດ້ເຊັນກັນກ່ອນໜ້ານີ້.
|
|
|