|
 |
(GMT+08:00)
2006-06-18 19:44:23
|
ປະເທດອາລາບຮຽກຮ້ອງໃຫ້ປະຊາຄົມໂລກປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ການຊ່ອຍເຫຼືອແກ່ຊາວອົບພະຍົບປາເລັດສະຕິນ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ17ມິຖຸນາ,ໃນງານປະສານງານທີ່ຈັດຂຶ້ນຢູ່ທີ່ອຳມານ ນະຄອນຫຼວງຊອກດານີ,ເຈົ້າໜ້າທີ່ຜູ້ຮັບຜິດຊອບວຽກງານຊາວອົບພະຍົບຂອງຊອກດານີ ເອຢິບ ຊີເລຍ ລີບັງ ປາເລັດສະຕິນແລະສັນນິບາດປະເທດອາລາບຮຽກຮ້ອງໃຫ້ປະຊາຄົມໂລກປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ການຊ່ອຍເຫຼືອຕົກເປັນເງິນ950ລ້ານໂດລາສະຫະລັດແກ່ຊາວອົບພະຍົບປາເລັດສະຕິນແຕ່ປີ2006ຫາປີ2007.
ເຈົ້າໜ້າທີ່ພະແນກວຽກງານຊາວອົບພະຍົບຂອງຊອກດານີເວົ້າວ່າ,ກອງປະຊຸມຄັ້ງນີ້ມີຈຸດປະສົງປະສານສົມທົບຫຼັກໝັ້ນກ່ຽວກັບການແກ້ໄຂບັນຫາຊາວອົບພະຍົບຂອງປາເລັດສະຕິນລະຫວ່າງປະເທດອາລາບທີ່ຮັບເອົາຊາວອົບພະຍົບກັບປະເທດອື່ນ,ແລະຮຽກຮ້ອງປະຊາຄົມໂລກປະຕິບັດໜ້າທີ່ຮັບຜິດຊອບຕາມມະຕິສາກົນ,ສະໜອງການຊ່ອຍເຫຼືອໃຫ້ສຳນັກງານຊາວອົບພະຍົມສະຫະປະຊາຊາດ,ເພື່ອຊ່ອຍເຫຼືອຊາວອົບພະຍົບຜູ້ຊັດເຊພະເນຈອນ.
|
|
|