ກ່ຽວກັບການເສຍໃນຊີວິດ
cri
Author: min
![]( /mmsource/images/2004/04/21/laba.gif) ສະບາຍດີ, ທ່ານຜູ້ຟັງທີ່ເຄົາລົບ, ດີໃຈຫຼາຍທີ່ໄດ້ພົບກັບທ່ານໃນລາຍການຄາລົມຄົມຄາຍອີກຕາມເຄີຍ.
ໃນລາຍການພາກນີ້, ກ່ອນອື່ນ, ຂ້າພະເຈົ້າຈະເລົ່ານິທານເລື່ອງໜຶ່ງສູ່ຟັງ.
ແຕ່ກີ້ແຕ່ກ່ອນ, ມີເຈົ້າຊີວິດອົງໜຶ່ງ, ມີທິດາ 7 ອົງ, ທິດາທັງ 7 ນີ້, ຜູ້ໃດກໍ່ມີເຂັມປັກປິ່ນເກົ້າພັນເຫຼັ້ມທີ່ຕີດ້ວຍເງິນ, ເພື່ອເອົາມາເໜັບຜົມ, ເຂັມເຫຼັ້ມໃດກໍ່ແລບໆ, ຝັງເພັດ, ເວລາເໜັບໃສ່ຜົມ, ມັນກໍເຫຼື້ອມມາບໆເໝືອນດັ່ງໝູ່ດາວເທິງທ້ອງຟ້າ.
ຕື່ນເຊົ້າມື້ໜຶ່ງ, ເມື່ອຍາມເຈົ້າຍິງຜູ້ກົກຫວີຜົມ, ໄດ້ປະກົດເຫັນວ່າ, ເຂັມເງິນເຫຼືອແຕ່ 999 ເຫຼັ້ມ, ມີເຫຼັ້ມໜຶ່ງຊອກບໍ່ເຫັນ, ຈຶ່ງຮູ້ສຶກໝອງໃຈຫຼາຍ, ຄຶດໄປຄຶດມາ, ເລີຍໄປໄຂແອບໃສ່ເຂັມເງິນຂອງເຈົ້າຍິງຜູ້ຖ້ວນ 2, ແລ້ວລັກເອົາເຂັມເງິນເຫຼັ້ມໜຶ່ງໄປດ້ວຍຄວາມເຫັນແກ່ຕົວ. ເຈົ້າຍິງຜູ້ຖ້ວນ 2 ເຫັນເຂັມເງິນຂອງຕົນເສຍໄປເຫຼັ້ມໜຶ່ງ, ກໍ່ໄປລັກເອົາຂອງເຈົ້າຍິງຜູ່ຖ້ວນ 3, ເຈົ້າຍິງຜູ້ຖ້ວນ 3 ກໍ່ຈຳໃຈລັກເອົາເຂັມເງິນຂອງເຈົ້າຍິງຜູ້ຖ້ວນ 4 , ເຈົ້າຍິງຜູ້ຖ້ວນ 4 ໄປລັກຂອງຜູ້ຖ້ວນ 5, ເຈົ້າຍິງຜູ້ຖ້ວນ 5 ໄປລັກເອົາຂອງຜູ້ຖ້ວນ 6, ເຈົ້າຍິງຜູ້ຖ້ວນ 6 ຊ້ຳໄປລັກເອົາຂອງຜູ້ຖ້ວນທີ 7 ອີກ, ຜູ້ຖືກລັກສຸດທ້າຍ, ແມ່ນເຈົ້າຍິງຫຼ້າ.
ພໍດີ, ມື້ອື່ນ, ເຈົ້າຊີວິດຈະມີແຂກຜູ້ມີກຽດມາຈາກທາງໄກ, ເຈົ້າຍິງຫຼ້າຍ້ອນຂາດເຂັມເງິນເຫຼັ້ມໜຶ່ງ, ມີຜົມຫຢອມໜຶ່ງບໍ່ມີເຂັມປັກ, ຈຶ່ງປ່ອຍຊະຢູ່, ເຈົ້າຍິງຫຼ້າກັບສາວສະໜົມຮ້ອນຮົນກະວົນກະວາຍຊ່ອຍກັນຊອກ, ຈົນເຈົ້າຍິງຫຼ້າເວົ້າວ່າ: "ຖ້າຜູ້ໃດຊອກເຫັນເຂັມເງິນເຫຼັ້ມນີ້, ເຈົ້າຍິງເຮົາກໍຈະແຕ່ງດອງກັບຜູ້ນັ້ນ." ແຕ່ບໍ່ວ່າຊອກຢູ່ໃສ, ສຸດທ້າຍກໍຍັງຊອກບໍ່ເຫັນ.
ແຂກຜູ້ມີກຽດທີ່ເດີນທາງມາຈາກແດນໄກໃນມື້ລຸນມານັ້ນແມ່ນເຈົ້າຊາຍອົງໜຶ່ງ, ໃນມືເຈົ້າຊາຍ, ໄດ້ຖືເຂັມເງິນມາເຫຼັ້ມໜຶ່ງ, ເຈົ້າຊາຍເວົ້າວ່າ: ນົກນ້ອຍຂີ້ດື້ໂຕໜຶ່ງໄດ້ເຮັດຮັງຢູ່ໃນໝວກຂອງເຈົ້າຊາຍເຮົາ, ຈຶ່ງໄດ້ປະກົດເຫັນເຂັມເງິນເຫຼັ້ມໜຶ່ງທີ່ຄວັດລວດລາຍຂອງເມືອງພະອົງໃສ່, ນີ້ບໍ່ແມ່ນເຂັມເງິນຂອງເຈົ້າຍິງອົງໃດບໍ່?
ເຈົ້າຍິງທັງ 6 ຟັງແລ້ວຈຶ່ງຮ້ອນໃຈ, ໃຜກໍຄຶດວ່າເຂັມເງິນເຫຼັ້ມນັ້ນຕ້ອງແມ່ນຂອງຕົນ, ແຕ່ຜົມຂອງເຈົ້າຍິງທັງຫົກໄດ້ຫວີລຽບລ້ອຍແລ້ວ, ໃນຂະນະນີ້, ເຈົ້າຍິງຫຼ້າທີ່ລີ້ຢູ່ໃນຫ້ອງຟ້າວແລ່ນອອກມາເວົ້າວ່າ, "ໂອ້, ນັ້ນແມ່ນເຂັມເງິນທີ່ເສຍໄປຂອງເຈົ້າຍິງເຮົາເອງ."
ເມື່ອເຈົ້າຊາຍຟັງແລ້ວ, ບໍ່ໄດ້ເອົາເຂັມເງິນສົ່ງຄືນໃຫ້ເຈົ້າຍິງໃນທັນທີ, ຫາກໄດ້ຍ່າງໄປຈູບເຈົ້າຍິງຢ່າງຊຶ້ງໃຈບາດໜຶ່ງ, ຍ້ອນຂາດເຂັມເງິນເຫຼັ້ມນີ້, ຜົມຍາວໆຂອງເຈົ້າຍິງຫຼ້າຍັງຫວີບໍ່ແລ້ວ, ມາຫຢອມໜຶ່ງຍັງປ່ອຍຊະລົງຈົນຈຸສົ້ນນ່ອງ.
ຜົນສຸດທ້າຍຂອງນິທານ, ກໍຄືກັນກັບນິທານເດັກທຸກເລື່ອງ, ແຕ່ນັ້ນໄປ, ເຈົ້າຊາຍກັບເຈົ້າຍິງຄູ່ນີ້ໄດ້ດຳລົງຊີວິດຢ່າງຜາສຸກຕະຫຼອດຊີວິດ.
ໃນຊີວິດຂອງແຕ່ລະຄົນ, ກໍອາດມີປັດໄຈຫຼາຍຢ່າງຄ້າຍກັບເຂັມເງິນໃນນິທານເລື່ອງນີ້, ເຄື່ອງທີ່ເສຍໄປນັ້ນ, ມັນອາດຈະເປັນສິ່ງນ້ອຍໆ, ແຕ່ຖ້າບໍ່ມີມັນ, ໃຜກໍ່ຊ່ອຍເຮົາບໍ່ໄດ້, ເຮົາເອງອາດຈະຮ້ອນຮົນກະວົນກະວາຍ, ແຕ່ບາດສຸດທ້າຍ, ມັນອາດຈະປ່ຽນແປງຊີວິດຂອງເຮົາ.
ເຈົ້າຍິງຜູ້ມີເຂັມເງິນຄົບພັນເຫຼັ້ມນັ້ນ, ກໍ່ບໍ່ເຫັນວ່າຈະໂຊກດີກວ່າເຈົ້າຍິງທີ່ເຂັມເງິນເສຍ. ທີ່ຈິງແລ້ວ, ເຂັມເງິນເສຍແມ່ນເລື່ອງບໍ່ດີ, ແຕ່ຊະຕາຂອງຄົນແມ່ນບໍ່ແນ່ນອນ, ສຸດທ້າຍ, ເລື່ອງບໍ່ເປັນຈັ່ງບຸນພັດໄດ້ນຳເອົາຜົນອັນດີງາມມາໃຫ້ເຈົ້າຍິງຫຼ້າ, ຂ້າພະເຈົ້າຄຶດວ່າ, ຫຼາຍຄົນອາດຈະເຄີຍມີປະສົບການຄ້າຍຄືກັນນີ້.
ນີ້ເຮັດໃຫ້ຂ້າພະເຈົ້າຄຶດເຖິງການເສຍໄປໃນຊີວິດ, ໃນຊີວິດເຮົາບໍ່ມີສິ່ງໃດທີ່ຈະເສຍໄປຕະຫຼອດ, ການເສຍໄປຕະຫຼອດນັ້ນມີແຕ່ເກີດຂຶ້ນຢູ່ກັບຄົນທີ່ຄຶດສຸດຄຶດສ້ວຍ, ທ່ານເບເຄິນ, ນັກປະພັນວັນນະຄະດີອັງກິດເວົ້າວ່າ: ຄົນເຮົາຖ້າບໍ່ມີການໄຫ້ກໍ່ຫົວບໍ່ເປັນ. ເດັກນ້ອຍເກີດມາກໍຮູ້ໄຫ້ໂລດ, ແລ້ວຈຶ່ງຄ່ອຍຫົວເປັນ. ຄົນຜູ້ໜຶ່ງຖ້າບໍ່ຮູ້ຄວາມໂສກເສົ້າ, ກໍ່ບໍ່ຫ່ອນຈະຮູ້ຄວາມມ່ວນຊື່ນ. ການເສຍໄປກໍ່ຄືກັນ, ຄົນເຮົາຖ້າບໍ່ເຄີຍມີຫຍັງເສຍໄປ, ກໍ່ຈະບໍ່ເຄີຍມີຄວາມມ່ວນຊື່ນແທ້ໆຍ້ອນໄດ້ຄືນ.
ເມື່ອຄຶດແນວນີ້ແລ້ວ, ທັດສະນະເບິ່ງເລື່ອງລາວໃດໆແລະຄວາມຮັກໃນຊີວິດ, ກໍ່ຈະຖືເປັນເລື່ອງທຳມະດາ, ມີຈິດໃຈສະຫງົບ. ຖ້າທຸກຄົນຖືສິ່ງທີ່ຕົນມີນັ້ນເປັນເຂັມເງິນພັນເຫຼັ້ມຄືໃນນິທານ, ຍາມໃດຖ້າເສຍໄປເຫຼັ້ມໜຶ່ງ, ກໍບໍ່ຕ້ອງເສຍໃຈ, ເພາະວ່າເຮົາຍັງມີອີກ 999 ເຫຼັ້ມ, ຍັງມີແສງແວວວາວຄືກັບໝູ່ດາວເທິງທ້ອງຟ້າ, ບາງທີຝົນຕົກ, ມີດວງໃດດວງໜຶ່ງອາດຖືກເຝື້ອບັງໄວ້ກໍບໍ່ເປັນຫຍັງ, ເພາະດວງອື່ນຍັງປະກາຍແສງແວວວາວຄືເກົ່າ.
|
|