ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 15:46:34    
ແຄມທະເລນາມີບີທີ່ໜ້າອັດສະຈັນ

cri

ເບື້ຶອງຕາເວັນຕົກຂອງປະເທດນາມີບີ ປ່ິນໜ້າໃສ່ມະຫາສະໝຸດອັດລັງຕິກ,ມີແຄມທະ
ເລຍາວ1600ກິໂລແມັດ,ເຊ່ິງມີເອກະລັກພິເສດໂດຍຈຳເພາະຂອງມັນ,ຖ້າທ່ານມີໂອ
ກາດໄປທ່ຽວແຄມທະເລນາມີບີ,ທ່ານກໍຈະໄດ້ຊົມພາບອັນໜ້າອັດສະຈັນທ່ີຕ່າງໝູູ່ຫຼາຍ
ຢ່າງຫຼາຍແນວ.ຢູ່ແຄມທະເລນາມີບີ,ທ່ານຈະໄດ້ເຫັນພາບອັດສະຈັນແນວນ່ືງຄື:ຫຼຽວ
ເບ່ິງແຄມທະເລທ່ີຍືດຍາວຄາວໄກ,ເບື້ອງໜ້າແມ່ນທະເລສີຄາມອັນກ້ວາງໃຫຍ່ຈົນຫຼຽວ
ບ່ໍເຫັນຝັ່ງເຫັນແດນ,ເບື້ອງຫັຼງພັດແມ່ນທະເລຊາຍສີເຫືຼອງອັນກ້ວາງໃຫ່ຍສຸດສາຍຕາ,
ເພ່ິນເອີ້ນວ່າທະເລຊາຍນາມີບີ.ເວົ້າທ່ົວໄປແລ້ວ,ຢູ່ຕາມທ້ອງຖ່ິນແຄມທະເລແມ່ນມີນ້ຳ
ຝົນພຽງພໍ,ເຊ່ິງບ່ໍອາດຈະກາຍເປັນທະເລຊາຍໄດ້.ສ່ວນຢູ່ຕາມແຄມທະເລນາມີບີທ່ີຢູ່ມ່ໍ
ທະເລຊ້ຳພັດບ່ໍມີຝົນຕົກ.ເພາະສະນັ້ນຈ່ິງຈ່ໍຕົວຂຶ້ນເປັນພາບອັນໜ້າອັດສະຈັນ,ຄືທາງ
ໜ້າແມ່ນທະເລ,ທາງຫັຼງພັດແມ່ນທະເລຊາຍ,ທັງນີ້ແມ່ນຍ້ອນຫຍັງແທ້?ທ່ີຈິງແລ້ວ ຢູ່
ເຂດທະເລນາມີບີ,ມີກະແສລົມໜາວແຮງທ່ີສຸດໄຫຼຜ່ານ,ນຳ້ໄຫຼອັນເຍືອກເຢັນເຮັດໃຫ້
ອາຍນ້ຳທະເລລະເຫີຍຊ້າ, ຍ້ອນອຸນຫະພູມຕ່ຳ,ອາຍນ້ຳຈ່ິງລະເຫີຍບ່ໍແຮງ,ຖ້າມີລົມທະ
ເລພັດມາ, ອາຍນ້ຳກໍຈະຖືກລົມພັດໜີໄປງ່າຍ.ໃຜໆກໍຮູ້ວ່າ,ຝົນຕົກແມ່ນຍ້ອນອາກາດ
ຮ້ອນພາອາຍນ້ຳຂຶ້ນເມືອຮອດທ້ອງຟ້າ,ເມ່ືອມັນໄປພ້ໍອາກາດເຢັນແລ້ວ,ກໍເລີຍກາຍເປັນ
ເມັດນ້ຳຕົກລົງມາ.ສ່ວນຢູ່ແຄມທະເລນາມີບີນັ້ນ,ຍ້ອນມີຜົນກະທົບຈາກກະແສລົມໜາວ
ຢູ່ມະຫາສະໝຸດອັດລັງຕິກ,ໂດຍພື້ນຖານແລ້ວຈ່ິງບ່ໍມີເງ່ືອນໄຂຝົນຕົກ.ເມ່ືອບ່ໍມີນ້ຳຝົນ
ດິນແດນອັນກ້ວາງໃຫຍ່ຈ່ິງເລີຍກາຍເປັນທະເລຊາຍ.

ແຕ່ວ່າ ທະເລຊາຍນາມີບີພັດບ່ໍແມ່ນທະເລຊາຍເຮື້ອທີ່ບ່ໍມີບົດບາດຫຍັງໝົດ,ມັນແມ່ນ
ຊັບພະຍາກອນທ່ີມີມູນຄ່ານຳໃຊ້ແນວນ່ືງ.ຍ້ອນລົມທະເລໄດ້ພັດທະເລຊາຍໃຫ້ກາຍເປັນ
ຮູບຮ້ອຍຢ່າງພັນແນວ, ແລ້ວດູດດຶງເອົານັກທ່ອງທ່ຽວຢ່າງຫຼວງຫຼາຍພາຍມາກ.ດິນຊາຍ
ທ່ີຕັ້ງໂຈ້ໂກ້ຂຶ້ນເປັນໂພນເປັນພູຢູ່ທ້ອງຖ່ິນບາງແຫ່ງກໍແມ່ນບ່ອນສຳລັບໃຫ້ຄົນຫັດກາຍ
ຄັກທ່ີສຸດ.ບາງບ່ອນຍັງໃຫ້ກອງທະຫານໃຊ້ເປັນສະໜາມເຝິກແອບອີກດ້ວຍ,ນອກນີ້
ຍັງມີໂພນດິນຊາຍທ່ີມີຮູບແລະສີສັນຄືຢູ່ດວງພະຈັນແລະດວງດາວອ່ືນໆເຊ່ິງອາດໃຊ້
ມາຖ່າຍຮຸູບເງົາເຟີ້ຝັນວິທະຍາສາດອະວະກາດກໍໄດ້.

ຢູ່ເຂດໃນຂອງນາມີບີ,ປີນ່ືງມີ 4 ລະດູຄືລະດູໃບໄມ້ປ່ົງ,ລະດູຮ້ອນ ລະດູໃບໄມ້ຫ່ົຼນແລະ
ລະດູໜາວ, ແຕ່ວ່າ ຢູ່ເຂດແຄມທະເລ, ພັດບ່ໍມີ4ລະດູຢ່າງຈະແຈ້ງ,ໃນປີນ່ືງໆຄືມີແຕ່
ລະດູໃບໄມ້ປ່ົງແລະລະດູໃບໄມ້ຫ່ົຼນທ່ໍນັ້ນ,ກະແສລົມໜາວບ່ໍພຽງແຕ່ໄດ້ເຮັດໃຫ້ແຄມ
ທະເລນາມີບີແຫ້ງແລ້ງແລະຝົນບ່ໍຕົກທ່ໍນັ້ນ,ມັນຍັງຄືກັນກັບເຄ່ືອງປັບອາກາດທຳມະ
ຊາດອັນໃຫ່ຍໂຕເຄ່ືອງນ່ືງທີ່ປັບດິນຟ້າອາກາດແຄມທະເລໃນປີທຳມະດາບ່ໍໃຫ້ໜາວ
ໂພດແລະກໍບ່ໍໃຫ້ຮ້ອນໂພດ,ເຮັດໃຫ້ແຖບແຄມທະເລກາຍເປັນບ່ອນຕາກອາກາດໃນ
ຍາມຮ້ອນ.

ດິນຟ້າອາກາດແຄມທະເລແຫ່ງນີ້ແມ່ນພໍດີພໍງາມ, ແຕ່ວ່າແສງອຸນຕຼາວີໂອເລອັນແຮງ
ກ້າພັດທຳລາຍຜິວໜັງຂອງຄົນແຮງທ່ີສຸດ,ເຖິງວ່າຢູ່ບ່ອນໃດກໍມີແສງອຸນຕຼາວິໂອເລ,
ແຕ່ແສງອຸນຕຼາວີໂອເລຢູ່ແຫ່ງນີ້ເນ່ືອງຈາກນ້ຳທະເລແລະເມັດຊາຍສະທ້ອນແສງ,ສະ
ນັ້ນ ຈ່ິງທຳລາຍຜິວໜັງຂອງຄົນຮ້າຍແຮງຫຼາຍກວ່າບ່ອນອ່ືນ.ຕາມເວົ້າວ່າໃນໂລກມີ
ຫຼາຍບ່ອນມີແສງອຸນຕຼາວີໂອເລຈາກແສງແດດແຮງກ້າກວ່າໝູ່,ແຄມທະເລນາມີບີກໍ
ແມ່ນແຫ່ງນ່ືງໃນຈຳນວນດ່ັງກ່າວ.

ຢູ່ແຄມທະເລນາມີບິ, ມີລາຊະອານາຈັກນາກທະເລແຫ່ງນ່ືງ, ນີ້ແມ່ນເຂດສະຫງວນ
ນາກທະເລທຳມະຊາດທ່ີມີພຽງແຫ່ງດຽວໃນໂລກ. ເຂດສະຫງວນນາກທະເລທຳມະ
ຊາດທ່ີຕັ້ງຢູ່ພາກກາງບ້ຽນໄປທາງເໜືອຂອງແຄມທະເລ, ມີເນື້ອທ່ີບ່ໍຮອດ 1ຕາລາງກິ
ໂລແມັດ, ແຕ່ວ່າ, ຢູ່ເທິງຫາດຊາຍແຄບໆດ່ັງກ່າວພັດມີນາກທະເລແຕ່ 8ໝ່ືນຫາ 1
ແສນໂຕເຕົ້າໂຮມກັນຢູ່ຫັ້ນ,ເຫັນແຕ່ນາກທະເລຫຼາຍໝ່ືນໂຕນ່ັງແລະຢືນແຫຍ້ກັນຢູ່
ເທິງໂງ່ນຫີນແຄມທະເລຈົນມືດໝົດ,ຢູ່ກາງທະເລກໍມີນາກທະເລນັບເປັນພັນເປັນໝ່ືນ
ໂຕ,ບຶດມຸດນ້ຳບຶດໂປໂລຫົວຂຶ້ນເພ່ືອຊອກຫາຂອງກີນ.ຕາມເວົ້າວ່າພາບອັນໜ້າອັດສະ
ຈັນດ່ັງກ່າວ ກໍມີແຕ່ຢູ່ແຄມທະເລນາມີບີທ່ໍນັ້ນຈ່ິງເຫັນ. ນາກທະເລໂຕຜູ້ມີນ້ຳໜັກ150
ກ່ວາກິໂລ,ນາກທະເລໂຕແມ່ກໍມີນ້ຳໜັກ 75 ກິໂລ, ນາກທະເລແມ່ນກິນປາເປັນອາ
ຫານ ແລະກິນຫຼາຍທ່ີສຸດ.ຍ້ອນມີຈຳນວນຫຼາຍໂພດຈ່ິງເປັນການທຳລາຍຊັບພະຍາ
ກອນຫາປາ,ສະນັ້ນລັດຖະບານນາມີບີຈ່ິງກຳນົດໄວ້ວ່າ, ແຕ່ລະປີ ຕ້ອງຈັບນາກທະເລ
ໂຕນ້ອຍມາຂ້າປະມານ3ພັນໂຕ, ເພ່ືອອະນຸລັກຊີວະພາບທະເລໃຫ້ກ້ຳເກ່ິງກັນ.

ເປັນຫຍັງຢູ່ໃນຫາດຊາຍທະເລຜືນນ້ອຍໆນີ້ ຈ່ິງມີນາກທະເລຫຼາຍປານນີ້?ຕາມເວົ້າ
ວ່າ ສາຍເຫດຕົ້ນຕໍແມ່ນສ່ິງແວດລ້ອມທະເລໃນແຫ່ງນີ້ ເໝາະໃຫ້ຊີວະຊາດລອຍນ້ຳ
ອອກແມ່ແຜ່ລູກ, ຊີວະຊາດລອຍນ້ຳຈຳນວນຫຼວງຫຼາຍ ມັນອຳນວຍອາຫານອັນອຸດົມ
ສົມບູນໃຫ້ຈຳພວກປາ, ເພາະສະນັ້ນ ຢູ່ແຫ່ງນີ້ ຈ່ິງມີຈຳພວກປາຢ່າງຫຼາກຫຼາຍ,ສ່ວນ
ນາກທະເລທ່ີເອົາປາເປັນອາຫານ ຈ່ິງມີອາຫານກິນຢ່າງພຽງພໍ.ສະນັ້ນ ຈ່ິງມາເຕົ້າ
ໂຮມກັນຢູ່ແຫ່ງນີ້.

ແຫ່ງນີ້ຍັງແມ່ນບ້ານຂອງນົກຟະລາມມັງ,ຢູ່ທ່າເມືອງວອນວິສມີໜອງນ້ຳເຄັມໜອງນ່ືງ,
ກ້ວາງ 7 ພັນກວ່າເຮັກຕາ, ໂດຍສະເພາະແມ່ນນົກຟະລາມມັງຂອງອາຟິຼກກາພາກໃຕ້,
ມີ 3 ສ່ວນ 4 ແມ່ນມາເຮັດຮັງຢູ່ຫາດຊາຍແຫ່ງນີ້, ເຊ່ິງມີຈຳນວນທັງໝົດປະມານ 5
ໝ່ືນໂຕ, ໃນນັ້ນ ນົກຟະລາມມັງແມ່ນຫຼາຍກ່ວາໝູ່, ນົກຟະລາມມັງໂຕນ້ອຍກິນຈຳ
ນວນ1ສ່ວນ 3, ນົກຟະລາມມັງມີປີກສີແດງເປັ່ງ,ເວລາມັນພາກັນບິນເປັນໝູ່ເປັນຝູງຢູ່
ກາງທ້ອງຟ້າໃຕ້ແສງແດດ, ກໍຈະເຮັດໃຫ້ທ້ອງຟ້າເປັນສີແດງໄປເຄ່ິງນ່ືງ.

ເມ່ືອເດືອນມິຖຸນາປີ 1956,ລັດຖະບານນາມີບີໄດ້ປະກາດເອົາໜອງນ້ຳເຄັມວອນວິສ
ເປັນແຖບລາມຊາ,ເມ່ືອປີ 1971,ກອງປະຊຸມສາກົນກ່ຽວກັບດິນຊຸ່ມໄດ້ໄຂຂຶ້ນຢຸູ່ເມືອງ
ລາມຊາຂອງອີລັງ, ໃນກອງປະຊຸມດ່ັງກ່າວ ໄດ້ຕົກລົງວ່າ, ຖ້າແຖບດິນຊຸ່ມແຫ່ງໃດຫາກ
ມີຈຳນວນນົກນ້ຳຫຼາຍພໍຄວນ ເຊ່ິງກວມເອົາຍອດຈຳນວນນົກນ້ຳປະເພດດຽວກັນໃນ
ໂລກເຖິງອັດຕາອັນແນ່ນອນແລ້ວ,ກໍສາມາດປະກາດເປັນແຖບລາມຊາໄດ້.ຈຳນວນນົກ
ນ້ຳໃນໜອງນ້ຳເຄັມອ່າວວອນວິສ ແມ່ນລ່ືນກາຍມາດຖານຕຳ່ສຸດ 7ໝ່ືນໂຕ, ໃນນັ້ນ
ມີນົກນ້ຳ 18 ຊະນິດໄດ້ລ່ືນກາຍຍອດຈຳນວນນົກປະເພດນີ້ໃນໂລກ 1 ສ່ວນ 6, ສະ
ນັ້ນແຫ່ງດ່ັງກ່າວ ຈ່ິງໄດ້ກາຍເປັນແຖບລາມຊາຢ່າງສົມຊ່ື.