ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 16:14:54    
ທ່ານ​ຮໍ​ຄີງ​ບັນ​ລະ​ຍາຍ​"ແຫຼ່ງ​ກຳ​ເນີດ​ຂອງ​ຈັກ​ກະ​ວານ"​ຢູ່​ປັກ​ກິ່ງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ເຊົ້າວັນ​ທີ19​ມິ​ຖຸນາ,​ຢູ່ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ,ທ່ານສາສະ ດາຈານ​ສຕິ​ເຟນ ຮໍ​ຄີງ ອາຈານ​ໃຫຍ່​ດ້ານ​ວິທະຍາສາດ​ຂອງ​ໂລກ​​ໄດ້ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ຟີຊິກ​ສາດສາກົນແລະ​ກ່າວ​ບົດ​ລາຍ​ງານ​ວິຊາ​ການ.

ສະ​ຖາ​ບັນ​ຄົ້ນຄວ້າວິຊາຟີ​ຊິກ​ທິດ​ສະ​ດີ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ ​ໜຶ່ງ​ໃນຝ່າຍ​ເຈົ້າພາບ​ຈັດກອງ​ປະຊຸມ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ໄລຍະ​ຢູ່​ທີ່​ປັກກິ່ງ,ທ່ານ​ສາ​ສະ​ດາ​ຈານ​ຮໍ​ຄີງ​ຈະ​ຈັດການບັນ​ລະ​ຍາຍທີ່​ມີ​ຫົວ​ຂໍ້​ວ່າ"ແຫຼ່ງກຳ​ເນີ​ດຂອງ​ຈັດ​ກະ​ວານ"ສອງ​ເທື່ອ​ຕໍ່​ວົງ​ການ​ວິທະ ຍາສາດ​ແລະ​ສາທາລະນະ​ຊົນ.

ທ່ານ​ສຕິ​ເຟນ ຮໍ​ຄີງ​ປີ​ນີ້​ອາຍຸ64​ປີ,​ໄດ້​ຮັບ​ນາມມະຍົດ​ເປັນ​ບຸກຄົນ​ໜຶ່ງ​ໃນ​ຜູ້ມີ​ພອນ​ສະຫວັນ​ດ້ານ​ວິທະຍາສາດຜູ້​ຍິ່ງ​ໃຫຍ່​ກວ່າ​ໝູ່ໃນ​ຊູ່​ມື້​ນີ້,ດຽວ​ນີ້​ເປັນ​ສາ​ສະ​ດາ​ຈານ​ຕະ​ຫຼອດຊີວິດ​ຂອງ​ສະ​ຖາບັນຄະນິດສາດປະ​ຍຸກແລະ​ຟີ​ຊິດ​ສາດທິດ​ສະ​ດີ​ຂອງ​ມະຫາວິທະຍາ​ໄລ​​ແຄມ​ບຼິດ​ອັງ​ກິດ.​ເຖິງ​ວ່າ​ທ່ານ​ໄດ້​ເປັນພະຍາດ​ກ້າມ​ຊີ້ນ​ຫ່ຽວ​ແຫ້ງ,​ຮ່າງກາຍ​ເປ້ຍ​ລ່ອຍ​ກໍ​ຕາມ,​ແຕ່​ທ່ານ​ຍັງ​ເຮັດ​ວຽກ​ຄົ້ນຄວ້າ​ຢ່າງ​ຕັ້ງໜ້າ.ທ່ານ​ໄດ້​​ຂຶ້ນ​ຊື່​ລື​ລາມ​ໃນ​ວົງ​ການ​ວິ​ທະ​ຍາ​ສາດ​ຍ້ອນ​ມີ​ທິດ​ສະ​ດີກ່ຽວ​ກັບ​​ກາລະ ​ເທສະ ປ່ອງມືດ ແຫ່ຼງກຳ​ເນີ​ດ​ແລະ​ອະ​ນາ​ຄົດ​ຂອງ​ຈັກ​ກະ​ວານ.

ກ່ອນ​ໜ້າ​ນີ້,ທ່ານ​ສາສະ​ດາ​ຈານ​ຮໍ​ຄີງ​ເຄີຍ​ມາ​ຈີນ​ສອງ​ເທື່ອ​​ເມື່ອ​ປີ1985​ແລະ​ປີ2002.