ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 16:26:30    
ຈຳ​ນວນ​ສິດ​ທິ​ບັດ​ປະ​ດິດ​ສ້າງ​ຂອງ​ຈີນ​​ເປັນ​ທີ​4​ໃນ​ໂລກ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ວ່າ,ປີ​2005,ຈຳນວນ​ຮ້ອງ​ຂໍ​ສິດທິບັດ​ປະດິດ​ສ້າງ​ຂອງ​ຈີນ​ເປັນ​ທີ​ສີ່​ໃນ​ໂລກ,​ແຕ່​ຄິດ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ແລ້ວຍັງ​ຜິດ​ໂຕນ​ກັນຫຼາຍ​ເມື່ອທຽບ​ກັບປະ​ເທດ​ພັດທະນາ​ໃນ​ໂລກ.​ໃນ​ຂົງ​ເຂດ​ໄຮ​ເຕັກ​ຕ່າງໆ ​ເຊັ່ນ ​ໂທລະຄົມ​ເຄື່ອນ​ທີ່​ແລະ​​ວິ​ທະ​ຍຸ​ເປັນ​ຕົ້ນ,​ມາດ​ຕາ​ສ່ວນ​ຂອງ​ສິດ​ທິ​ບັດ​ປະ​ດິດ​ສ້າງ​ທີ່​ຕ່າງ​ປະ​ເທດ​ຮ້ອງ​ຂໍ​ນັ້ນ​ສູງ​ເຖິງ​90%​ຂຶ້ນ​ໄປ.

ສະຖິຕິຂອງກົມສິດຊັບສິນທາງປັນຍາແຫ່ງຊາດຈີນສະແດງໃຫ້ເຫັນວ່າ,ສິດທິບັດປະດິດ​ສ້າງ​ທີ່​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ຮ້ອງ​ຂໍ​ນັ້ນສ່ວນ​ຫຼາຍໂຮມສູນຢູ່​ຂົງ​ເຂດ​ຢາ​ພື້ນ​ເມືອງ​ຈີນ ເຄື່ອງ​ດື່ມ​ທີ່​ບໍ່​ມີ​ອານ​ໂກນ​ແລະ​ອາ​ຫານ​ເປັນ​ຕົ້ນ,​ສິດ​ທິ​ບັດ​ປະ​ດິດ​ສ້າງ​ທີ່​ຕ່າງ​ປະ​ເທດ​ຮ້ອງ​ຂໍ​ຢູ່​ຈີນ​ຕົ້ນ​ຕໍ​ໂຮມ​ສູນ​ຢູ່​ຂົງ​ເຂດ​ໄຮ​ເຕັກ.