ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-20 18:09:14    
ຂົວ​ອາ​ກາດ​060619(ສຽງ)

cri

ອາທິດ​ແລ້ວ​ນີ້,​ຜູ້​ຟັງຫຼາຍທ່ານໄດ້​ໂທ​ມາ​ຖາມ​ສະພາບ​ກ່ຽວ​ກັບການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI"ທີ່​ພວ​ກ​ເຮົາ​ພວມ​ຈັດ​ຂຶ້ນ.ທ່ານ​ບຸນ​ມາ​ແລະ​ທ່ານ​ບຸນ​ມີ ທີ່​ມະຫາວິທະຍາ​ໄລ​ສຸພາ​ນຸວົງ ​ແຂວງ​ຫຼວງ​ພະ​ບາງ​​ໄດ້ໂທ​ມາບ​ອກວ່າ,ພວກ​ເພິ່ນ​ຮັບ​ຟັງ​ລາຍການ​ຂອງ​ພວກ​​ເຮົາ​ເລື້ອຍໆ,ທ່ານ​ບຸນ​ມາ​ເວົ້າ​ວ່າ,ທ່ານ​ມັກ​ຟັງ​ລາຍການ"ທ່ຽວ​​ເມືອງ​ຈີນ"ຫຼາຍ,ພວ​ກ​ເພິ່ນຍັງ​ຢາກ​ຮູ້​ຄຳ​ຖາມ​ໃນ​ການ​ເສັງ​ຄວາມ​ຮູ້​​​ເທື່ອ​ນີ້​ແລະ​ວິທີ​ເຂົ້າ​ຮ່ວມ​.ນອກ​ນີ້,ທ່ານ​ກິ​ຟຸກະ ທີ່ແຂວງ​ຫຼວງ​ພະ​ບາງ​ກໍ່​ໄດ້​​ໂທ​ມາ​ຖາມວ່າ​​​ເຮັດ​ແນວ​ໃດ​ຈິ່ງ​ຈະ​ໄດ້ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​​​ເທື່ອ​ນີ້.

ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈຶ່ງຂໍ​ປະກາດ​ຄຳ​ຖາມ8ຂໍ້​ໃນ​ການ​ເສັງ​ຄວາມ​ຮູ້​​ເທື່ອ​ນີ້ອີກ​ເທື່ອ​ໜຶ່ງ,​ກະລຸນາ​ໃຫ້​ທ່ານ​ຈົດ​ເອົາ​: 1.​ໂຄສົກ​ຜູ້​ທຳ​ອິດ​ຂອງ​ວິທະຍຸ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງຈີນ​ແມ່ນ​ໃຜ? 2​.​ເດືອນ​ເມສາ​ປີ1950,ວິທະຍຸ​ພວກ​ເຮົາ​ຊື່​ຫຍັງ? 3.ປະຈຸ​ບັນ,ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາ​ລວມມີ​ຫ້ອງການ​ນັກ​ຂ່າວ​ເທົ່າ​ໃດ​ແຫ່ງ? 4.ປະຈຸ​ບັນ,ວິທະຍຸສາກົນ​ແຫ່ງ​ປະ​ເທດຈີນ​ພວກ​ເຮົາ​ກະຈາຍ​ສຽງຕໍ່​ທົ່ວ​ໂລກຊູ່​ມື້​ດ້ວຍ​ເທົ່າ​ໃດ​ພາສາ​? 5.ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ສ້າງ​ວິທະຍຸFMພົ້ນ​ທະ​ເລ​​ແຫ່ງ​ທຳ​ອິດ​ຢູ່​ປະ​ເທດ​ໃດ? 6.​​ເວັ​ບ​ໄຊ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຊື່​ຫຍັງ? 7.ປະຈຸ​ບັນ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ສ້າງ​ສະ​ໂມ​ສອນ​ຜູ້​ຟັງ​ເທົ່າ​ໃດ​ແຫ່ງ​ຢູ່​ຕ່າງປະ​ເທດ? 8.ປີ2005,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຮັບ​ຈົດໝາຍ​ຂອງ​ຜູ້​ຟັງ​ເທົ່າ​ໃດ​ສະບັບ?

ຄຳ​ຖາມ8​ຂໍ້​ທີ່​ອ່ານ​ມາ​ນັ້ນ​ທ່ານ​ຟັງ​ແຈ້ງ​ແລ້ວ​ບໍ່?ສ່ວນ​ຄຳຕອບ​ນັ້ນ,ທ່ານ​ຈະຂຽນ​ໃບ​ຄຳ​ຖາມ​ທີ່​ພວ​ກ​ເຮົາ​ຝາກ​​ໃຫ້​ທ່ານກໍ​ໄດ້,​ຫຼື​ຂຽນ​ໃສ່ເຈ້ຍ​ທຳ​ມະ​ດາ​ໃບ​ໜຶ່ງ​,​ແລ້ວ​ຝາກ​ໃຫ້​ພວກ​ເຮົາກໍ່​ໄດ້,ກໍ່​ນັບ​ວ່າ​ທ່ານ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້ຄື​ກັນ.ຈົດໝາຍ​ຂໍ​ໃຫ້​ຝາກ​ມາ​ທີ່:​​China Radio International,The Laos Service,CRI13,ລະຫັດ​ໄປສະນີ​ແມ່ນ:100040,ຫຼື​ທ່າ​ນຈະສົ່ງE-mail​ໃຫ້​ພວກ​ເຮົາກໍ່​ໄດ້, E-mailຂອງ​ພວກ​ເຮົາ​ແມ່ນ: lao@chinabroadcast.cn.ພ້ອມ​ກັນ​ນັ້ນ,ພວ​ກ​ເຮົາກໍ່​ໄດ້​ຈັດ​ຄໍ​ລຳ​ພິ​ເສດ​ກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ຢູ່​ເວັບ​ໄຊ​ຂອງພວ​ກ​ເຮົາ,ທ່ານ​ຈະ​ຊອກ​ອ່ານ​ແລະ​ຮັບຟັງ​ລາຍການ​ຕ່າງໆ​ກ່ຽວ​ກັບ​ການ​ເສັງ​ຄວາມຮູ້ຢູ່​ອິນ​ເຕີນ​ເນັດກໍ​ໄດ້,ຖ້າທ່ານ​ຈະ​ຕອບ​ຄຳຖາມ​ຂອງ​ພວກ​ເຮົາ​ທາງ​ອິນ​ເຕີ​ເນັດ​ກໍ​ສະດວກ​ຄື​ກັນ.​ເວ​ບໄຊ​ຂອງ​ພວກ​ເຮົາ​ແມ່ນla.chinabroadcast.cn