ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 20:33:30    
ປະທາ​ນາ​ທິ​ບໍດີ​ກາ​ນາ​ເຈ​ລະ​ຈາ​ກັບ​ທ່ານ​ເວີນ​ເຈຍ​ປາວ

cri Author: da
ຕາມ​ຂ່າວCRI:ວັນ​ທີ 18 ມິຖຸນາ ຢູ່​ອັກ​ລາ​ ນະຄອນຫຼວງ​ກາ​ນາ ທ່ານ​ຄູ​ຟົວ ປະທານາທິບໍດີ​ກາ​ນາ​​ໄດ້​ເຈລະຈາ​ກັບ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມຢາມ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ມືລະຫວ່າງສອງ​ຝ່າຍ.

​ໃນ​ການ​ເຈລະຈາ,ທ່ານ​ຄູ​ຟົວ​ເວົ້າວ່າ,ກາ​ນາ​ຖື​ຈີນ​ເປັນ​ຄູ່​ຂາ​ຮ່ວມ​ມື​ທີ່​ສຳຄັນ,ຝ່າຍ​ກາ​ນາຍິນ​ດີ​​ຮ່ວມ​ມືກັບ​ຈີນ​ໃນ​ຂົງ​ເຂດສິ່ງ​ປັ່ນ​ທໍ​ ຊົນລະປະທານ ກະສິກຳ ການປະມົງ ຄົມມະນາຄົມ​ຂົນ​ສົ່ງ​ແລະ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ​ເປັນຕົ້ນ.ຫວັງ​ໃຫ້​ວິ​ສາ​ຫະກິດ​ຈີນ​​ເພີ່ມ​ການ​ລົງທຶນ​ຕໍ່​ກາ​ນາ,ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ກາ​ນາ.

ທ່ານ​ເວີນ​ເຈຍ​ປາວ​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ລັດຖະບານ​ກາ​ນາທີ່​​ໃຫ້​ຄວາມສະໜັບສະໜູນອັນລ້ຳຄ່າ​​ແກ່ຈີນ​ໃນ​ດ້ານຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ເປັນຕົ້ນ.ທ່ານ​ຍັງ​ກ່າວ​ເນັ້ນວ່າ,ຈີນ​ຍັງ​ຄົງ​ຍິນ​ດີ​ສະໜອງ​ການຊ່ອຍ​ເຫຼື​ດຕາມ​ຄວາມ​ສາມາດ​ໃຫ້​​ແກ່ປະ​ເທດ​ອາ​ຟຼີກາ.ຝ່າຍ​ຈີນ​ຕົກລົງ​ແຕ່ງ​ກອງ​ປິ່ນປົວ​​ໄປກາ​ນາ,ມອບຢາ​ປິ່ນປົວ​ພະຍາດ​ໄຂ້ຍຸງ,ຊ່ອຍ​ສ້າງ​ສູນ​ແບບຢ່າງ​ຕ້ານ​ພະຍາດ​ໄຂ້ຍຸງ​ແລະ​ໂຮງຮຽນ​ປະຖົມ​ຂັ້ນບ້ານ,ອົບຮົມ​ຜູ້​ມີ​ຄວາ​ມຮູ້​ຄວາມ​ສາມາດ​ປະ​ເພດ​ຕ່າງໆ​ໃຫ້ກາ​ນາ.

ຫຼັງຈາກ​ການ​ເຈລະຈາ​ສິ້ນ​ສຸດ​ລົງ​ແລ້ວ,ທ່ານ​ຄູ​ຟົວກັບ​ທ່ານ​ເວີນ​ເຈຍ​ປາວ​ໄດ້​ເຂົ້າຮ່ວມ​ພິທິລົງ​ນາມ​​ໃນ​ເອກະສານ​ຮ່ວມ​ມື​ສອງ​ຕໍ່​ສອງ​ເຊັ່ນ"ອະນຸ​ສັນຍາ​ຮ່ວມ​ມື​ທາງ​ເສດຖະກິດເຕັກນິກ​ລະຫວ່າງ​ລັດຖະບານ​ຈີນ​ກັບ​ກາ​ນາ".ສອງ​ຝ່າຍ​ຍັງ​ໄດ້​ອອກ​ປະກາດ​ແຈ້ງ​ການ​ຮ່ວມ.

ວັນ​ທີ 19ມິຖຸນາ,ທ່ານ​ຄູ​ຟົວ​ແລະ​ທ່ານ​ເວີນ​ເຈຍ​ປາວ​ຍັງ​ໄດ້​ເຂົ້າຮ່ວມ​ພິທີ​ມອບ​ຮັບໂຄ​ງການຈີນ​ຊ່ອຍດັດ​ສ້າງ​​ແລະສ້າງຂະຫຍາຍ​ທາງ​ຫຼວງ​ກາ​ນາ.