ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 20:38:39    
ທ່ານ​ເວີນ​ເຈຍ​ປາວ​ຢ້ຽມ​ຢາມ​7ປະ​ເທດ​ອາ​ຟຼີກາ​ຈະ​ເປີດ​ເຂດ​ໃໝ່​ຂອງ​ການ​ລົງ​ທຶນ​ຝ່າຍ​ພົນ​ລະ​ເຮືອນ​​ຈີນ​ກັບ​ອາ​ຟຼີ​ກາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ການ​ຢ້ຽມຢາມ​ອາ​ຟຼີກາ​ຂອງ​ທ່ານ​ເວີນ​ເຈຍ​ປາວ​ນາຍົກລັດຖະມົນຕີຈີນ​ພາ​ໃຫ້​ອົງການ​ເສດຖະກິດພົນລະ​ເຮືອນ​​ແລະ​ວົງ​ການ​ວິ​ສາ​ຫະກິດ​ຂອງຈີນ​ແລະ​ອາ​ຟຼີກາ​​ເອົາ​ໃຈ​ໃສ່ຢ່າງ​ກວ້າງຂວາງ,ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ເທື່ອ​ນີ້ຈະ​ເປີດ​ເຂດ​ໃໝ່​ແຫ່ງ​ການ​ລົງທຶນຝ່າຍພົນລະ​ເຮືອນ​ເຊິ່ງກັນ​ແລະ​ກັນ​ລະຫວ່າງຈີນ​ກັບ​ອາ​ຟຼີກາ.

ວັນ​ທີ19ມິຖຸນາ ທ່ານ​ສູ​ຊູ້​ນຖາງ ຫົວໜ້າ​ພະ​ແນ​ກ​ພົວພັນ​ສັງ​ລວມສະພາ​ການ​ຄ້າ​ພົນລະ​ເຮືອນ​ຈີນ​ອາ​ຟຼີກາ​ໄດ້​​ໃຫ້ສຳພາດ​ຕໍ່ນັກ​ຂ່າວວ່າ,​ໃນຄະນະ​ຜູ້​ແທນ​ຢ້ຽມຢາມ​ອາ​ຟຼີກາ​ຂອງ​ທ່ານ​ເວີນ​ເຈຍ​ປາວ ມີ​ຜູ້​ແທນ​ວົງ​ການ​ວິ​ສາ​ຫະກິດ​​ເອກະ​ຊົນ​ຈີນ,​ໄປ​ຮອດ​ປະ​ເທດ​ໃດກໍ​ມີ​ວິ​ສາ​ຫະກິດ​​ເອກະ​ຊົນ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ,ການຢ້ຽມຢາມ​ເທື່ອ​ນີ້​ຍ່ອມ​ຈະ​ຊຸກຍູ້​ການ​ໄປມາຫາສູ່​ກັນທາງ​ເສດຖະກິດພົນລະ​ເຮືອນ​ລະຫວ່າງຈີນ​ກັບ​ອາ​ຟຼີກາ,ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ພົນລະ​ເຮືອນ​ຈີນຫຼາຍ​ກວ່າ​ເກົ່າ​ໄປ​ລົງທຶນ​ຢູ່​ບັນດາ​ປະ​ເທດ​ອາ​ຟຼີກາ.

ສະພາ​ການ​ຄ້າພົນລະ​ເຮືອນ​ຈີນ​ອາ​ຟຼີກາ​ທີ່​ມີ​ວັດຖຸ​ປະສົງຊັກ​ນຳ​ວິ​ສາ​ຫະກິດ​​ເອກະ​ຊົນ​​ຈີນ"ກ້າວ​ເຂົ້າອາ​ຟຼີກາ"ພວມ​ວາງ​ແຜນຕັ້ງສຳນັກງານ​ຢູ່​ປະ​ເທດ​ອາ​ຟຼີກາ​ເຊັ່ນນິ​ເຊ​ເລຍ ກາ​ນາ ຕານ​ຊາ​ນີ ​ໂມ​ຊຳ​ບິ​ກ ກຳ​ເມີ​ລູນ​ແລະ​ເກນ​ຢາ​ເປັນຕົ້ນ,ສະໜອງການສະໜັບສະໜູນ​ທຸກ​ລາຍ​ໃຫ້​​ແກ່ວິ​ສາ​ຫະກິດ​ຈີນ​ລົງທຶນ​ຢູ່​ອາ​ຟຼີກາ.ສະພາ​ດັ່ງກ່າວ​ຍັງ​ຈັດຕັ້ງນັກທຸລະກິດ​ເອກະ​ຊົນຈີນ​ໄປ​ສຳ​ຫຼວດຕະຫຼາດ​ຢູ່​ປະ​ເທດ​ອາ​ຟຼີກາ,ຜົນ​ການ​ສຳ​ຫຼວດ​ເຮັດ​ໃຫ້​ນັກທຸລະກິດ​ທັງຫຼາຍມີ​ຄວາມ​ຫ້າວຫັນ​ຫຼາຍ​ທີ່​ສຸດ​ຕໍ່​ການ​ລົງທຶນ​ຢູ່​ອາ​ຟຼີກາ.

ຕາມ​ໄດ້​ຊາບ,ປະຈຸ​ບັນ ການ​ລົງທຶນ​ຂອງ​ຈີນ​ຢູ່​ອາ​ຟຼີກາ ນັບ​ລວມ​ແລ້ວ​ໄດ້​ບັນລຸ 1 ຕື້ 180 ລ້ານ​ໂດ​ລາ​ສະຫະລັດ,ວິ​ສາ​ຫະກິດ​ຈີນ​ທີ່​ລົງທຶນ​ຢູ່​ອາ​ຟຼີກາ​ທີ່​ກະຊວງ​ການຄ້າ​ຈີນໄດ້​​ອະນຸມັດ​ແລະ​ຈົດ​ທະບຽນ​​ແລ້ວ​ມີ​ເກືອບ700ຫຼັງ.