ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-19 20:44:12    
ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຊຽງ​ຮຸ່ງ​ແຂວງ​ຢຸນ​ນານ​ສ້າງ​ສຳ​ເລັດ​ໃນ​ປີ2009​ແລ້ວ​ຈະ​ສົ່ງ​ໄຟ​ຟ້າ​ໄປ​ໃຫ້​ໄທ

cri Author: da
ຕາມ​ຂ່າວໜັງສືພິມຢຸນນານ​ຢື້​ປ້າວ: ປະຈຸ​ບັນ ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊຽງຮຸ່ງ​ແຂວງ​ຢຸນນານ​ຈີນ ​ເຊິ່ງ​ເປັນ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະໜາດ​ໃຫຍ່ທີ່​ກຳລັງຕິດຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ 1 ລ້ານ 5 ​ແສນ​ກິ​ໂລ​ວັດພວມຢູ່​ໃນ​ໄລຍະ​ກໍ່ສ້າງ​ທີ່​​ເຄັ່ງຮ້ອນ.ຫຼັງ​ຈາກ​ສ້າງ​ສຳ​ເລັດ​ໃນ​ປີ2009​ແລ້ວ,​ພະລັງ​ໄຟຟ້າ​ທີ່​ຜະລິດ​ນັ້ນ​ຈະ​ສົ່ງ​​ໄປ​ໃຫ້​ໄທໝົດ.

ທ່ານ​ວັງ​ໝິນ​ເຈິ້ງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະການ​ປະຕິ​ຮູບ​ແຂວງ​ຢຸນນານ​ຈີນ​ເຫັນ​ວ່າ,​ເຕັກນິກ​ກໍ່ສ້າງ​​ເຂື່ອນ​ໄຟຟ້າ​ນ້ຳຕົກ​ທີ່​​ເຂດ​ສາມຫຼ່ຽມ​ປານ​ແມ່ນ້ຳຈູ​ຈ່ຽງຂອງ​ຈີນມີ​ຢູ່​ໃນ​ປະຈຸ​ບັນ​ໄດ້​ບັນລຸ​ລະດັບ​ສາກົນ​ແລ້ວ.ດຽວ​ນີ້,​ໄດ້​ມີ​ການ​ຮ່ວມ​ມື​​ເສດຖະກິດ​ພາກ​ພື້ນ​ດຽວ​ກັນ​ແລະ​ທ່າ​ແຮງ​ດ້ານ​ພູມີພາກ​​​ໃຫ້ກັນ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່ໄດ້​ສ້າງ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່​ວິ​ສາ​ຫະກິດ​ເຂດ​ສາມຫຼ່ຽມ​ປານ​​ແມ່ນ້ຳຈູ່ຈຽງ​ກັບ​ວິ​ສາ​ຫະກິດ​ຂອງ​ມຽນມາ ລາວ ​ໄທ ກຳປູ​ເຈຍ​ແລະ​ຫວຽດນາມດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງ​ໄຟຟ້າ.

ນອກຈາກ​ໄດ້​ສົ່ງ​ໄຟຟ້າ​ໄປ​ໃຫ້​ເຂດ​ແຂວງ​ທີ່​ຂາດ​ໄຟຟ້າ​ຢູ່​ຈີນ​ແລ້ວ,​ແຂວງ​ຢຸນນານ​ຍັງ​ໄດ້​​ເລີ່​ມສົ່ງ​ໄຟຟ້າ​ໃຫ້​ຫວຽດນາມ ລາວ ​ແລະ​ມຽນມາ​​ເປັນຕົ້ນ.ພຽງ​ແຕ່​ໃນ​ປີ2005,​ແຂວງ​ຢຸນນານ​ກໍ​ໄດ້​ສົ່ງ​ໄຟຟ້າ​ໄປ​ໃຫ້​ຫວຽດນາມລື່ນ​ກາຍ 400 ລ້ານ​ກິ​ໂລ​ວັດ​ຊົ່ວ​ໂມງ.