"huar"(ຮວາເອີ)ແມ່ນຮູບການຮ້ອງເພງທີ່ມີເອກະລັກພິເສດຊະນິດໜຶ່ງ, ນິຍົມກັນໃນໝູ່ຊາວເຜົ່າຮຸຍຢູ່ເຂດຕາເວັນຕົກສຽງເໜືອຂອງຈີນ. ມັນມີທຳນອງສູງຫອງ, ເນື້ອເພງເຂົ້າໃຈງ່າຍ, ມີສີສັນຊົນເຜົ່າແລະທ້ອງຖິ່ນຢ່າງຈະແຈ້ງ. ໃນຫຼາຍປີມານີ້, ທ່ານຊູເອີຕົ່ງ ນັກຮ້ອງເຜົ່າຮຸຍໄດ້ເອົາເນື້ອໃນຂອງ"huar"ກັບວິທີຮ້ອງເພງສະໄໝປະສານສົມທົບກັນ, ອັນໄດ້ເຮັດໃຫ້ຮູບການສິລະປະດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບກວ່າເກົ່າຈາກຄົນທັງຫຼາຍ. ປັດຈຸບັນ, ໃນງານດອງແລະງານລ້ຽງອາຫານຂອງຊາວເຜົ່າຮຸຍ, ໄດ້ມີສຽງເພງຂອງທ່ານເລື້ອຍໆ.
ທ່ານຊູເອີຕົ່ງເປັນຄູສອນທີ່ເຂດຊິນຈ່ຽງເຜົ່າເວີຍອູເອີປົກຄອງຕົນເອງ ພາກຕາເວັນຕົກສຽງເໜືອຂອງຈີນ, ນອກໂມງເຮັດວຽກ, ລາວມັກແຕ່ງແລະຮ້ອງເພງ. ໃນ 10 ກວ່າປີມານີ້, ທ່ານໄດ້ອັດCD 5 ແຜ່ນຄື"ຊາວເຜົ່າຮຸຍ", "ດອກໝາກສີດາ"ເປັນຕົ້ນ, ໃນນັ້ນ ມີເພງ 120 ກວ່າເພງ. ແຕ່ຍາມຍັງນ້ອຍ, ທ່ານຊູເອີຕົ່ງກໍມັກຮ້ອງເພງ. ພາຍຫຼັງຮຽນຈົບມະຫາວິທະຍາໄລແລ້ວ, ທ່ານເລີ່ມແຕ່ງເພງ. ເວລານັ້ນ, ເພງທີ່ທ່ານແຕ່ງສ່ວນຫຼາຍແມ່ນເພງເຜົ່າກາຊັກແລະເພງເຜົ່າເວີຍວູເອີ. ພາຍຫຼັງມາ, ຍ້ອນປະສົບການໃນງານຊຸມນຸມໝູ່ຮຽນເທື່ອໜຶ່ງໄດ້ເຮັດໃຫ້ທ່ານເລີ່ມແຕ່ງເພງເຜົ່າຮຸຍ. ທ່ານຊູເອີຕົ່ງຫວນຄືນວ່າ: "ໃນງານຊຸມນຸມເທື່ອນັ້ນ, ມີໝູ່ຜູ້ໜຶ່ງເວົ້າຢອກວ່າ, ເຜົ່າຮຸຍບໍ່ມີເພງສະໄໝ, "huar"ເປັນເພງດັ້ງເດີມ ພວກເຮົາຟັງບໍ່ເຂົ້າໃຈ, ຄວາມເວົ້າຂອງໝູ່ເພື່ອນຜູ້ນັ້ນໄດ້ເຮັດໃຫ້ເຮົາບໍ່ຍອມຮັບ." ເຖິງວ່າໃນຍາມນັ້ນບໍ່ຍອມປານໃດ, ແຕ່ພາຍຫຼັງມາ, ທ່ານຊູເອີຕົ່ງຄິດວ່າຄຳເວົ້າຂອງໝູ່ເພື່ອນຜູ້ນັ້ນມີເຫດຜົນຢູ່. ເພາະວ່າເພງເຜົ່າຮຸຍທີ່ຄົນທັງຫຼາຍຮູ້ນັ້ນກໍມີແຕ່ປະເພດ"huar"ທໍ່ນັ້ນ. ເພງ"huar"ທີ່ຜູ້ເຖົ້າຜູ້ແກ່ຮ້ອງນັ້ນມີທຳນອງຢ່າງດຽວ, ເຄື່ອງເສບກໍໜ້ອຍ, ທັງຮ້ອງເປັນພາສາທ້ອງຖິ່ນ. ຊາວເຜົ່າຮຸຍທີ່ຮ້ອງເພງ"huar"ແລະຜູ້ຟັງເຂົ້າໃຈ"huar"ໄດ້ນັ້ນຊຳພັດນັບມື້ນັບໜ້ອຍ.
ສະນັ້ນ, ທ່ານຊູເອີຕົ່ງເລີ່ມກຶກກອງວ່າເຮັດແນວໃດໃຫ້ເພງເຜົ່າຮຸຍນິຍົມກັນຄັ້ງໃໝ່. "ເພງເຜົ່າອື່ນໆລ້ວນແຕ່ໄດ້ມີຂະຫຍາຍຕົວແລ້ວ, ໄດ້ເອົາດົນຕີແລະວັດທະນະທຳທີ່ກ້າວໜ້າຂອງຝ່າຍຕາເວັນຕົກຈຳນວນໜຶ່ງປະສານເຂົ້າໃນວັດທະນະທຳຂອງຕົນ, ແລ້ວໂຄສະນາແຜ່ຜາຍກວ້າງອອກ. ຂ້າພະເຈົ້າຄຶດວ່າ, ເຜົ່າຮຸຍກໍຄວນມີເພງສະໄໝຂອງຕົນ, ສະເໜີວັດທະນະທຳແລະຄຸນສົມບັດຂອງຊົນເຜົ່າຕົນດ້ວຍວິທີທັນສະໄໝໃຫ້ຄົນທັງຫຼາຍຮູ້."
ສະນັ້ນ, ທ່ານຊູເອີຕົ່ງເລີ່ມຄົ້ນຄວ້າວັດທະນະທຳແລະປະຫວັດສາດເຜົ່າຮຸຍ. ທ່ານປະກົດເຫັນວ່າ, ບຸກຄົນຜູ້ດີເດັ່ນຫຼາຍທ່ານໃນປະຫວັດສາດຈີນເຊັ່ນທ່ານເຈີ້ງເຫີ ນັກເດີນທະເລຂອງຈີນໃນສະໄໝບູຮານ, ທ່ານຜູສົ່ງລິງ ນັກປະພັນ, ທ່ານມາສານລີ້ ນັກ"ຊ້ຽງເສີງ"ໃນຍຸກປະຈຸບັນເປັນຕົ້ນ, ລ້ວນແຕ່ແມ່ນເຜົ່າຮຸຍ. ເຖິງວ່າຄົນເຫຼົ່ານີ້ມີຊື່ສຽງດົ່ງດັງຢູ່ຈີນແລະຕ່າງປະເທດ, ແຕ່ຈະຖາມວ່າພວກທ່ານແມ່ນຊົນເຜົ່າໃດ, ຜູ້ຮູ້ອາດຈະບໍ່ຫຼາຍປານໃດູ. ໃນຖານເປັນນັກດົນຕີ, ທ່ານຊູເອີຕົ່ງຄຶດວ່າ, ຈະເຮັດໃຫ້ຄົນທັງຫຼາຍຮູ້ຈັກູເຜົ່າຮຸຍດ້ວຍເພງໄດ້ບໍ່? ດ້ວຍເຫດນີ້, ທ່ານໄດ້ແຕ່ງເພງ"ຊາວເຜົ່າຮຸຍ".
ທ່ານຊູເອີຕົ່ງມັກເພງມັກດົນຕີ, ແຕ່ເສັ້ນທາງດົນຕີຂອງທ່ານພັດເຕັມໄປດ້ວຍຄວາມລຳບາກກາກກຳ. ໃນເວລາທ່ານໃຊ້ທຶນເອົາເອງຈັດກະແຊັດເຫຼັ້ມທຳອິດນັ້ນ, ຍ້ອນບໍ່ມີເງິນໂຄສະນາ, ການຈຳໜ່າຍຂອງກະແຊັດດັ່ງກ່າວບໍ່ໄດ້ຜົນກຳໄລປານໃດ. ທ່ານຊູເອີຕົ່ງກໍໂຄສະນາເອົາເອງ, ໄປຮອດບ່ອນໃດກໍໂຄສະນາຮ້ອງເພງຢູ່ບ່ອນນັ້ນ, ທ່ານຮ້ອງຢູ່ສະໜາມກິລາໂຮງຮຽນປະຖົມ, ຮ້ອງເພງຢູ່ສະໜາມໃຈກາງເມືອງ, ຮ້ອງໃຫ້ຊາວນາຟັງຢູ່ຕາມທົ່ງນາ. ບໍ່ວ່າຢູ່ບ່ອນໃດ, ທ່ານກໍຮ້ອງເພງຢ່າງເອົາຈິງເອົາຈັງແລະມີອາລົມເລິກເຊິ່ງທີ່ສຸດ. ທ່ານຊູເອີຕົ່ງຖືກຄົນທັງຫຼາຍຮັບເອົາເປັນເທື່ອລະກ້າວ. ທ່ານປ່າວຢູ້ເສີງ ໝູ່ເພື່ອນຂອງທ່ານບອກນັກຂ່າວວ່າ:
"ຂ້າພະເຈົ້າເຄີຍໄປຊົນນະບົດນຳທ່ານ, ສະພາບຢູ່ກັບບ່ອນເຮັດໃຫ້ຂ້າພະເຈົ້າກະຕຸ້ນໃຈຫຼາຍ, ຄວາມຮູ້ສຶກແນວນັ້ນບໍ່ເຄີຍມີຈັກເທື່ອ. ໄປໂຮງຮຽນເຜົ່າຮຸຍ, ນັກຮຽນໄດ້ອ້ອມລົດຂອງທ່ານຊູເອີຕົ່ງເພື່ອຂໍລາຍເຊັນ. ເມື່ອໄດ້ຟັງທ່ານຮ້ອງເພງແລ້ວ, ນັກຮຽນທັງຫຼາຍໄດ້ມີນ້ຳຕາໄຫຼອອກ. ປັດຈຸບັນ, ບໍ່ພຽງແຕ່ຊາວເຜົ່າຮຸຍທໍ່ນັ້ນ, ຊົນເຜົ່າອື່ນໆໃນເຂດຊິນຈ່ຽງເຊັ່ນເຜົ່າເວີຍອູເອີແລະເຜົ່າກາຊັກເປັນຕົ້ນ, ລ້ວນແຕ່ມັກເພງຂອງທ່ານ."
ຄວາມມັກຮັກຂອງມວນຊົນໄດ້ກະຕຸກຄວາມຫ້າວຫັນແຕ່ງເພງຂອງທ່ານຊູເອີຕົ່ງ. ຫຼັງຈາກນັ້ນບໍ່ດົນ, ທ່ານໄດ້ຫ້າງຫາທຶນອັດແຜ່ນVCDເຊັ່ນ"ຊາວເຜົ່າຮຸຍ"ແລະ"ສາວເຜົ່າຮຸຍ"ເປັນຕົ້ນ. ເມື່ອໄດ້ຟັງເພງ"ສາວເຜົ່າຮຸຍ", ຄົນທັງຫຼາຍຄືຈັ່ງວ່າໄດ້ເຫັນສາວເຜົ່າຮຸຍທີ່ສວຍງາມຈັບໃຈຄົນ. ເພງ"ໃຈແມ່"ມີເນື້ອເພງວ່າ: "ໃຈແມ່ຢູ່ກັບລູກ, ແຕ່ໃຈຂອງລູກພັດຢູ່ກັບກ້ອນຫີນ", ປະໂຫຍກນີ້ເຮັດໃຫ້ຜູ້ເປັນແມ່ເຜົ່າຮຸຍຫຼາຍໆຄົນມີນ້ຳຕາໄຫຼອາບແກ້ມ; ເພງ"ລູກເຂົ້າຮຽນ"ໄດ້ສະແດງໃຫ້ເຫັນໂສມໜ້າຂອງຊາວເຜົ່າຮຸຍຮຸ້ນໃໝ່ທີ່ມັກຮຽນ ບຸກບືນກ້າວໜ້າ. ຢູ່ເຂດຕາເວັນຕົກສຽງເໜືອຂອງຈີນ, ເພງຂອງທ່ານໄດ້ແຜ່ຜາຍຢ່າງກວ້າງຂວາງ, ທັງໄດ້ແຜ່ຜາຍໄປຮອດບ່ອນອື່ນທີ່ມີເຜົ່າຮຸຍອາໄສຢູ່.
ທ່ານມາເຈີລີ ໄທເມືອງປັກກິ່ງທີ່ເປັນເຜົ່າຮຸຍເວົ້າວ່າ, ນອກຈາກຕົນເອງມັກຟັງເພງຂອງທ່ານຊູເອີຕົ່ງແລ້ວ, ລູກຊາຍ ອາຍຸ 10 ປີຂອງທ່ານກໍມັກຟັງຄືກັນ. ເພາະວ່າ, ບາງເພງຂອງທ່ານຊູເອີຕົ່ງບໍ່ພຽງແຕ່ມ່ວນ, ຍັງມີຄວາມໝາຍສຶກສາອົບຮົບດີຫຼາຍ. ທ່ານເວົ້າວ່າ: "ໃນບາງເພງຂອງທ່ານຊູເອີຕົ່ງໄດ້ເລົ່າເລື່ອງປະຫວັດສາດເຜົ່າຮຸຍບາງເລື່ອງໃນເມື່ອກ່ອນ, ບາງເພງຍັງໄດ້ໂຄສະນາທັດສະນະຄະຕິຄື ເຄົາລົບຜູ້ເຖົ້າຜູ້ແກ່, ຄົນຕ້ອງມີອຸດົມການ, ຮັກແພງຜູ້ອື່ນ, ແລະອະນຸລັກສິ່ງແວດລ້ອມເປັນຕົ້ນ. ຂ້າພະເຈົ້າຄຶດວ່າມີຄວາມໝາຍຕັ້ງໜ້າຢ່າງຫຼວງຫຼາຍ."
ນັກວິຈານດົນຕີຫຼາຍທ່ານເຫັນວ່າ, ໃນເພງຂອງທ່ານຊູເອີຕົ່ງມີທຳນອງຂອງ"huar", ທັງມີຂໍ້ດີເດັ່ນຂອງເພງຊົນເຜົ່າອື່ນ, ຍັງມີຈັງຫວະເພງສະໄໝ, ອັນໄດ້ເຮັດໃຫ້ເພງເຫຼົ່ານີ້ມີບັນຍາກາດທັນສະໄໝແລະມີຊີວິດຊີວາ. ຄືເພງ"ຊາວເຜົ່າຮຸຍ"ທີ່ພວກເຮົາຈະໄດ້ຟັງຕໍ່ໄປກໍເປັນແນວນີ້.
ທ່ານຊູເອີຕົ່ງຂຶ້ນຊື່ລືນາມແລ້ວ, ແຕ່ທ່ານຍັງມັກຮ້ອງເພງຢູ່ພື້ນເມືອງ, ການສະແດງຂອງທ່ານສ່ວນຫຼາຍບໍ່ເອົາຄ່າຕອບແທນ, ບາງທີຍັງຈ່າຍຄ່າລົດເອົາເອງ. ທ່ານເວົ້າວ່າ, ປະຊາຊົນແມ່ນທີ່ດິນຂອງເພີ່ນ, ແມ່ນຮາກເຫງົ້າຂອງເພີ່ນ, ແລະກໍແມ່ນບໍ່ແຕ່ງເພງຂອງເພີ່ນ. ເພງຂອງທ່ານສ່ວນຫຼາຍແມ່ນມາຈາກປະສົບປະການຢູ່ຮາກຖານແລະການຊີ້ແງະຈາກມວນຊົນ. ທ່ານຫວັງໃຊ້ສຽງເພງເຮັດໃຫ້ຊີວິດຂອງມວນຊົນອຸດົມສົມບູນຂຶ້ນ, ເຮັດໃຫ້ພວກເຂົາເຈົ້າຮູ້ຈັກເຜົ່າຮຸຍແລະວັດທະນະທຳເຜົ່າຮຸຍໃນທ່າມກາງສຽງເພງ.
|