ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 15:08:30    
ຂົວ​ອາ​ກາດ​060620(ສຽງ)​

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ອີກສະບັບໜຶ່ງຂອງ​ທ້າວ​ພອນ​​ແກ້ວ ​ແກ້ວ​ອຸດົມ ທີ່​ບ້ານ​ໂພນ​ສະຫວັນ ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ​.​ໃນ​ຈົດໝາຍຂອງ​ນ້ອງ​ພອນ​ແກ້ວ​ໄດ້​​ເລົ່າຄວາມ​ຮູ້ສຶກ​ຕໍ່​ລາຍການ​ຂອງ​ພວກ​ເຮົາ​,ນ້ອງຂຽນ​ວ່າ, ເຈົ້າ​ຢູ່​ແຫ່ງ​ໜຶ່ງ​,ຂ້ອຍ​ຢູ່​ອີກ​ແຫ່ງ​ໜຶ່ງ,ໜ່ວຍ​ໂລກ​ແລະ​ແຜ່ນດິນ​ນີ້​ແສນ​ກວ້າງ​ໄກ​ສຸດ​ຂອບ​ຟ້າ,ຂໍ​ຝາກ​ແດ​ສຽງ​ເວລາ​ຕາມ​ອາກາດ,ພວກ​ເຮົາ​ຄື​ເພື່ອນ​ມະນຸດ​ດ້ວຍ​ກັນ​ແລະ​ຢູ່​ຮ່ວມ​ໂລກ​ໜ່ວຍ​ດຽວ​ກັນ​ດ້ວຍ​ໄມ​ຕິ​ຈິດ​ມິດຕະພາບ​ອັນ​ງົດ​ງາມ​ແລະ​ພ່ອງ​​ໃສ​.

ນ້ອງ​ຂໍ​ອວຍ​ໃຊ​ໃຫ້​ພອນ​ອັນ​ປະ​ເສີດ​ເຖິງ​ບັນດາ​ທ່ານ​ແລະ​ອວຍພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ຄວາມສຸກ​ໂຊກ​ດີ,ມີ​ສຸຂະພາບ​ແຂງ​ແຮງ​ແລະ​ມີ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ​ວຽກ​ງານ​ຂອງ​ຕົນ​ທຸກ​ປະການ​ດ້ວຍ.

ນ້ອງ​ພອນ​ແກ້ວ​ແມ່ນ​ຜູ້​ຟັງ​ເກົ່າ​ຂອງ​ພວກ​ເຮົາ,ຂຽນ​ຈົດໝາຍ​ໃຫ້​ພວກ​ເຮົາ​ເລື້ອຍໆ,​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ວິທະຍຸCRIພວກ​ເຮົາ​ຈັດ​ຂຶ້ນ.ພວກ​ເຮົາຂໍ​ຂອບ​ໃຈ​ນ້ອງ​ພອນ​ແກ້ວຫຼາຍໆທີ່​ຕິດຕາມຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ,ພ້ອມ​ກັນ​ນີ້,ກໍ່​ຫວັງ​ວ່າ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ຄົງ​ຈະມາ​ເຂົ້າ​ຮ່ວມ​ລາຍການ​ຂອງ​ພວກ​ເຮົາ,ພວກ​ເຮົາ​ກໍ່​ຈະ​ເຮັດ​​ໃຫ້​ລາຍການ​ຂອງ​ພວ​ກ​ເຮົາ​ນັບ​ມື້​ນັບ​ອຸດົມສົມບູນ​ຂຶ້ນ.

ສຸດທ້າ​ຍນີ້,ພວ​ກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ນ້ອງພອນ​ແກ້ວ,​ແລະ​ກໍ​ຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ​ຢູ່ດ​ຽວນີ້.​ເພງ​ນີ້​ຊື່ວ່າ"ຕ້າວ​ສາວ​ເຢີ​ນ",​ແປ​ວ່າ"ຫຸ່ນ​ໄລ່​ກາ".