ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 10:26:00    
ເຮືອ​ວັດ​ທະ​ນະ​ທຳ​ກວາງ​ຊີ​ເຂົ້າ​ສູ່​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ປັກ​ກິ່ງ

cri Author: sayvanny

ປັດ​ຈຸ​ບັນ,ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ແນະ​ນຳ​ວັດ​ທະ​ນະ​ທຳ​ເຂດ​ກວາງ​ຊີ​ຈີນ​ຢ່າງ​ຮອບ​ດ້ານ​ຕ່າງ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ຮຽນ​ຊັ້ນສູງ​ສີ່​ຫລັງ​ທີ່​ມີ​ຊື່​ສຽງ​ຂອງ​ປັກ​ກິ່ງ​ຄື ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ,ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ, ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ການບິນ​ແລະ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ.​ໃນ​ຖານ​ເປັນ​ພາກ​ສ່ວນ​ຫນຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ເຮືອ​ວັດ​ທະ​ນະ​ທຳ​​ເຂດ ກວາງ​ຊີ​ປັກ​ກິ່ງ​ປີ 2006,​ເຮືອ​ວັດ​ທະ​ນະ​ທຳ​ເຂດ​ກວາງ​ຊີ​ເຂົ້າ​ສູ່​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ປັກ​ກິ່ງ,​ໄດ້​ອຳ​ນວຍ​ອາ​ຫານ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ໃຫ້​ແກ່​ນັກ​ສຶກ​ສາ​ທັງ​ຫລາຍ.​

ຕອນ​ຄ່ຳ​ວັນ​ທີ 10 ມິ​ຖຸ​ນາ, ງານ​ວາງ​ສະ​ແດງ​ຮູບ​ເງົາ​​ເຂດ​ກວາງ​ຊີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ປະ​ຊຸມ​ປາຍ​ນຽນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ, ອັນ​ໄດ້​​ເປີດ​ສາກ​ການ​ເຄື່ອນ​ໄຫວ​ເຮືອ​ວັດ​ທະ​ນະ​ທຳ​​ເຂດ​ກວາງ​ຊີ​ເຂົ້າ​ສູ່​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ປັກ​ກິ່ງ.

ທ່ານ​ເສີນ​ຄາຍ​ເກີ​ແລະ​ທ່ານ​ຈ່າງ​ອີ້​ເຫມົາ ຜູ່​ກຳ​ກັບ​ການ​ສະ​ແດງ​ຮຸ່ນ​ທີ​ຫ້າ​ຂອງ​ຈີນ​ລ້ວນ​ແຕ່​ແມ່ນ​ເລີ່ມ​ສ້າງ​ພາລະ​ກິດ​ຢູ່​ໂຮງ​ຖ່າຍ​ຮູບ​ເງົາ​ກວາງ​ຊີ,ຮູບ​ເງົາ​ທີ່​ພວກ​ເຂົາ​ເຈົ້າ​ຖ່າຍ​ໃນ​ໄລ​ຍະ​ຕົ້ນ​ເຊັ່ນ ​ເລື່ອ​ງດິນ​ເຫລືອງ​ແລະ​ອີກ​​ເລື່ອງ​ຜູ່​ຫນຶ່ງ​ກັບ​ແປດ​ຄົນ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສືບ​ອັນ​ກ່ອນ​ຕໍ່​ອັນ​ລຸນ​ໃນ​ປະ​ຫວັດ​ວິ​ວັດ​ທະ​ນາ​ການ​ຂອງ​ຮູບ​ເງົາ​ຈີນ,​ແລະ​ໄດ້​ຊັກ​ນຳ​ຮູບ​ເງົາ​ຈີນ​ເດີນ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

1  2  3  4  5  6