ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 15:23:57    
ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ສາ​ກົນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​​ແຫ່ງຊາດ​ຈີນ​ວ່າ,ປີ2006,ຈຳນວນສີດ​ທິບັດ​ສາກົນທີ່ຈີນ​ຮ້ອງ​ຂໍ​ນັ້ນປະກົດ​ມີ​ທ່ວງທ່າ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ,​ໃນໝົດ​ປີນີ້,​ມີ​ຫວັງ​ຈະ​ລື່ນ​ກາຍ3​ພັນ​ສະບັບ.

ສະຖິຕິ​ຫຼ້າສຸດຂອງ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນຫ້າ​ເດືອນ​ຕົ້ນປີ​ນີ້,ຈຳນວນສິດທິບັດ​ສາກົນ​ທີ່​ຈີນ​ຮ້ອງ​ຂໍ​ນັ້ນໄດ້​ບັນລຸ1200​ສະບັບ,​ເພີ່ມ​ຂຶ້ນ​ເຄິ່ງໜຶ່ງຂຶ້ນ​ໄປ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2005.

ຕາມ​ໄດ້​ຊາບ,​ຈີນ​ໄດ້​ເຂົ້າຮ່ວມ​ສະຫະພັນ​ຮ່ວມ​ມື​ສິດທິ​ບັດ​ສາກົນ​ໃນ​ປີ1994​,​ໃນ​ປີ2005,ຈຳ​ນວນ​ສິດທິ​ບັດ​ສາກົນ​ທີ່ຈີນ​ຮ້ອງ​ຂໍ​ມີ2452​ສະບັບ,​​ເປັນ​ອັນ​ດັບທີ10ຂອງ​ໂລກ.