ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 18:31:40    
ຜູ້​ນຳ​ຫວຽດ​ນາມ​ກ່າວ​ເນັ້ນ​ວ່າ​ຍຶດ​ໝັ້ນ​ມິດ​ຕະ​ພາບ​ຫວຽດ​ຈີນ​ນາມ​ບໍ່​ຫວັ່ນ​ໄຫວ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ20​ມິຖຸນາ,ທ່ານ​ຟາມ​ເຖຫວຽດ ປະທານ​ຄະນະ​ປະ​ທານ​ແນວ​ໂຮມ​ປະ​ເທດຊາດ​ຫວຽດ​ນາມ​ກ່າວ​ເນັ້ນ​ວ່າ,ຫວຽດ​ນາມເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງຕໍ່​ການຂະ​ຫຍາ​ຍການ​ພົວພັນ​ກັບ​ຈີນ,ຍຶດ​ໝັ້ນ​ມີໄມ​ຕິ​ຈິດ​ຕໍ່​ຈີນບໍ່​ຫວັ່ນ​ໄຫວ,ຍິນ​ດີ​ພ້ອມ​ກັນ​ທຳ​ຄວາມ​ພະຍາ​ຍາມ​ກັບ​ຝ່າຍຈີນ,ຊຸກ​ຍູ້​ການ​ພົວພັນ​​ຮ່ວມ​ມື​ດ້ວຍ​ໄມ​ຕິ​ຈິດ​ລະຫວ່າງ​ສອງ​ພັກ​ສອງ​ລັດ​​ໃຫ້ຂະຫຍາຍ​ຕົວ​​ໄປໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ມື້​ດຽວ​ກັນ,​ໃນ​ເວລາ​ພົບປະ​ກັບ​ທ່ານ​ຮູ​ຊຽນ​ເວີນ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ,ທ່ານ​ຟາ​ມ​ເຖຫວຽດກ່າວ​ວ່າ,​ຫວຽດນາມ​ກັບ​ຈີນ​ຄວນ​ປັບປຸງ​ແລະລົງ​ເລິກ​ຄວາມ​​ເຂົ້າໃຈ​ກັນ​ແລະ​ມິດຕະ
ພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຕື່ມ​ອີກ.

ທ່ານ​ຟາມ​ເຖ​ຫວຽດຍັງ​ກ່າວ​ວ່າ,​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແລະ​ປະຊາຊົນ​ຫວຽດນາມ​ຂອບ​ໃຈຢ່າງ​ຈິງ​ໃຈ​ລັດຖະບານ​ຈີນ​ແລະ​ປະຊາຊົນ​ຈີນ​ທີ່ຊອກ​ຫາກ​ອບກູ້ຊາວ​ຫາ​ປາຫວ​ຽດນາມ​ທີ່ຫາຍ​ສາບ​ສູນ​ໃນ​ລົມ​​ໄຕ້​ຝຸ່ນ"​ໄຂ່​ມຸກ"ໃນຫວ່າງ​ກ່ອນນີ້,ນີ້​ສະແດງ​ໃຫ້ເຫັນໄມ​ຕິຈິດມິດຕະ​ພາບຖານ​​ສະຫາຍ​ທັງ​ເປັນ​ອ້າຍ​ນ້ອງ​ແລະການ​ພົວພັນ​ສະໜິດ​ແໜ້ນທີ່​ຮ່ວມ​ທຸກ​ຮ່ວມ​ສຸກນຳ​ກັນຂອງ​ສອງ​ປະ​ເທດ,ຝ່າຍ​ຫວຽດນາມ​ຈະ​ຈື່​ໃນ​ໃຈ​ຈົນ​ເທົ່າ​ໃດໆ.