ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 19:16:57    
ປະ​ທາ​ນາ​ທິ​ບໍ​ດີ​ອັງ​ໂກ​ລາ​ເຈ​ລະ​ຈາ​ກັບ​ທ່ານ​ເວີນ​ເຈຍ​ປາວ

cri Author: da
ຕາມ​ຂ່າວCRI:ວັນ​ທີ20ມິຖຸນາ​ ຢູ່ລູອານ​ດາ ນະຄອນຫຼວງ​ອັງ​ໂກລາ ທ່ານ​ດົ​ສ ຊັນ​ດົ​ສ໌ ປະທານາທິບໍດີ​ອັງ​ໂກລາ​ໄດ້​ເຈລະຈາ​ກັບ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມຢາມ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ເປີດ​ກວ້າງ​ການ​ຮ່ວມ​ມືບົນ​ພື້ນຖານ​ສະ​ເໝີ​ພາບ​ແ​ລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນ.

​ໃນ​ການ​ເຈລະ​ຈາ,ທ່ານ​ດົ​ສ ຊັນ​ດົສ໌​ເວົ້າວ່າ,ສອງ​ຝ່າຍ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມືທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ສ່ວນ​ໜຶ່ງ​ແລ້ວ.ອັງ​ໂກ​ລາ​ຊົມ​ເຊີຍວິ​ສາ​ຫະກິດ​ໄປ​ລົງທຶນ​ຢູ່​ອັງ​ໂກລາ,ຍິນ​ດີ​​​ເປີດ​ກວ້າງ​ການໄປມາຫາສູ່​ກັນ​ແລະການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ທຸກ​ຂົງ​ເຂດ.ຝ່າຍ​ອັງ​ໂກລາ​ຫວັງ​ຢາກ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ພະລັງງານ.

ທ່ານ​ຍັງ​ກ່າວ​ວ່າ,ອັງ​ໂກ​ລາ​ສະໜັບສະໜູນ​ນະ​ໂຍບາຍ​ຕໍ່​ອາ​ຟຼີກາ​ຂອງ​ຈີນ,ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອາ​ຟຼີກາ​ກັບ​ຈີນ.

ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ,ລັດຖະບານ​ຈີນຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ອັງ​ໂກ​ລາທີ່​ຍຶດໝັ້ນນ​ະ​ໂຍບາຍ​ຈີນ​ດຽວ,ສະໜັບສະໜູນ​ວຽກ​ງານ​ສ້າງສາ​ຄືນ​ໃໝ່ຫຼັງ​ສົງຄາມຂອງ​ອັງ​ໂກລາ.ຝ່າຍ​ຈີນ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ອັງ​ໂກລາ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ ​ໂທລະ​ຄົມ​​ແລະ​ພະລັງງານ​ເປັນຕົ້ນ,ຝ່າຍ​ຈີນ​ຍັງ​ຍິນ​ດີ​​ໃຫ້​ການຊ່ອຍ​ເຫຼືອ​​ແກ່​ອັງ​ໂກລາຕາມ​ຄວາມ​ສາມາດ,​ແລະ​ສົ່​ງ​ເສີມ​ໃຫ້​ວິ​ສາ​ກະ​ກິດ​ຈີນ​ໄປ​ລົງທຶນ​ຢູ່​ອັງ​ໂກລາ.

ທ່ານ​ເວີນ​ເຈ​ຍປາ​ວຍັງ​ກ່າວ​​ເນັ້ນວ່າ,ຈີນ​ຈະ​ເພີ່ມ​ທະ​ວີການ​ຮ່ວມ​ມື​ກັບປະ​ເທດ​ອາ​ຟຼີກາໃນ​ຂົງ​ເຂດ​ພະລັງງານ​ ​ບົນ​ພື້ນຖານ​ສະ​ເໝີ​ພາບ​​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ການ​ຮ່ວມ​ມື​ດັ່ງກ່າວ​ພຽງ​​​ແຕ່ແມ່ນພາກສ່ວນ​ໜຶ່ງ​ຂອງ​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດລະຫວ່າງ​ຈີນ​ກັບ​ອາ​ຟຼີກາ​ໃນ​ຂົງ​ເຂດ​ອັນ​ກວ້າງ​ຂວາງ​ເທົ່າ​ນັ້ນ​,ບໍ່ຫ່ອນ​ກະທົບກະ​ເທືອ​ນ​ເຖິງ​ຝ່າຍ​ທີ​ສາມ​ໃດໆ.

ຫຼັງ​ຈາ​ກການ​ເຈລະຈາ​ສິ້ນ​ສຸດ​ລົງ​ແລ້ວ,ຜູ້ນຳ​ສອງ​ປະ​ເທດ​​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຕໍ່​ສອງຕ່າງໆ​ເຊັ່ນ ສົນທິສັນຍາ​ສົ່ງ​ຜູ້​ຮ້າຍຂ້າມ​ແດນ​ອັງ​ໂກລາ​ຈີນ ອະນຸ​ສັນ​ຍາ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ເຕັກນິກ​ລະຫວ່າງ​ອັງ​ໂກ​ລາ​ກັບ​ຈີນ​ເປັນຕົ້ນ.ສອງ​ປະ​ເທດ​ຍັງ​ໄດ້​ອອກ​ປະກາດ​ແຈ້ງ​ການ​ຮ່ວມ.