ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ຊົ້ງທ້າຍຈູຈ້າວຄວງອິ້ນ ຜູ່ກໍ່ຕັ້ງລາຊະວົງຊົ້ງຂອງຈີນເມື່ອປີ 960 ແມ່ນໜຶ່ງໃນເຈົ້າຈັກກະພັດທີ່ມີຊື່ສຽງດົ່ງດັງໃນປະຫວັດສາດຈີນ, ພະອົງໄດ້ກໍ່ການລັດຖະປະຫານແລ້ວຂຶ້ນຄອງລາຊະບັນລັງ, ໄດ້ສ້າງພື້ນຖານໃຫ້ແກ່ການສິ້ນສຸດສະພາບການແບ່ງແຍກແລະໂຮມເຂົ້າເປັນເອກະພາບກັນ. ໃນລາຍການພາກນີ້, ຂ້າພະເຈົ້າຂໍສະເໜີຊົ້ງທ້າຍຈູຈ້າວຄວງອິ້ນສູ່ທ່ານຟັງ.
ກ່ອນຈ້າວຄວງອິ້ນຂຶ້ນຄອງລາຊະບັນລັງ, ຈີນພວມຕົກຢູ່ໃນຍຸກສະໄໝແບ່ງແຍກເປັນສີ່ບັ້ນຫ້າທ່ອນ. ລາຊະວົງຖາງທີ່ເຄີຍສະຫງ່າລາສີຖືກດັບສູນເມື່ອປີ 907, ໃນເວລາອັນສັ້ນໆຄື ພຽງ 50 ກວ່າປີ, ເຂດຍ່ານກາງແລະຍ່ານໃຕ້ແມ່ນ້ຳເຫຼືອງຂອງຈີນກໍມີ 5 ລາຊະວົງຜັດປ່ຽນກັນ, ສ່ວນຢູ່ພາກໃຕ້ແລະພາກເໜືອຍັງປະກົດມີອຳນາດການປົກຄອງທີ່ແບ່ງແຍກ 10 ແຫ່ງ, ຄົນຮຸ້ນຫຼັງເອີ້ນສະໄໝນີ້ເປັນສະໄໝ " 5 ລາຊະວົງ 10 ລັດ". ໃນສະໄໝນີ້, ບັນດາອຳນາດການປົກຄອງຕ່າງໂຈມຕີກັນ, ປະຊາຊົນຕົກທຸກໄດ້ຍາກ, ສັງຄົມວຸ້ນວາຍບໍ່ມີຄວາມສະຫງົບ.
ຈ້າວຄວງອິ້ນແມ່ນແມ່ທັບຂອງລາຊະວົງໂຮ້ວໂຈ່ວທີ່ປົກຄອງເຂດຍ່ານກາງແລະຍ່ານໃຕ້ແມ່ນ້ຳເຫຼືອງ, ຍ້ອນຈ້າວຄວງອິ້ນມີຄວາມສາມາດອັນພົ້ນເດັ່ນໃນການບັນຊາການທະຫານໃນສົງຄາມ, ຈຶ່ງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກເຈົ້າຊີວິດລາຊະວົງໂຮ້ວໂຈ່ວ, ແລະໄດ້ຮັບການເລື່ອນຊັ້ນເລື້ອຍໆ, ກາຍເປັນແມ່ທັບສູງສຸດຂອງກອງທະຫານອົງຄະລັກລາຊະວົງໂຮ້ວໂຈ່ວ. ປີ 959, ເຈົ້າຊີວິດລາຊະວົງໂຮ້ວໂຈ່ວສິ້ນພະຊົນ, ລາຊະທາຍາດເຊິ່ງມີພະຊົນມາຍຸ 5 ພັນສາຂຶ້ນຄອງລາຊະບັນລັງແທນ, ຈ້າວຄວງອິ້ນທີ່ມີອຳນາດການທະຫານເລີ່ມ ກຶກກອງກໍ່ການກະບົດ.
ຕົ້ນປີ 960, ຈ້າວຄວງອິ້ນປ່ອຍຂ່າວເທັດດ້ານການທະຫານ, ແລ້ວເຄື່ອນທັບເຮັດຕາງຕິອອກລົບ, ແລ້ວເຂົ້າປະຈຳຢູ່ເສິນສຽວອີ້ທີ່ມໍ່ລາຊະທານີຄ່າຍເຟິງ. ພະອະນຸຊາແລະຜູ່ໃກ້ຊິດຂອງຈ້າວຄວງອິ້ນປຸກປັ່ນການກະບົດໃນຄ້າຍທະຫານ, ເອົາເສື້ອຍ່າມສີເຫຼືອງຂອງຮ້ອງເຕ້ໃສ່ໃຫ້ຈ້າວຄວງອິ້ນ, ອຸ້ມຊູຈ້າວຄວງອິ້ນເປັນຮ້ອງເຕ້. ຈ້າວຄວງອິ້ນເລີຍນຳພາກອງທັບກັບຄືນລາຊະທານີ, ແລະຂຶ້ນຄອງລາຊະບັນລັງຢ່າງເປັນທາງການ, ຕັ້ງຊື່ປະເທດເປັນ "ຊົ້ງ", ໃນເວລານັ້ນ ຈ້າງຄວງອິ້ນມີພະຊົນມາຍຸ 33 ພັນສາ.
ໃນປະຫວັດສາດຈີນ, ພາຍຫຼັງເຈົ້າຈັກກະພັດທີ່ແຕ່ເດີມເປັນສາມັນຊົນ ໄດ້ສ້າງຕັ້ງລາຊະວົງໃໝ່ຂຶ້ນແລ້ວ, ເພື່ອປັບປຸງລາຊະບັນລັງຂອງຕົນໃຫ້ໝັ້ນຄົງ, ສ່ວນຫຼາຍຈະໃຊ້ພາຫະນະອັນໂຫດຫ້ຽມແລະນອງເລືອດມາເຂັ່ນຂ້າເສນາບໍດີທັງຫຼາຍທີ່ເຄີຍພ້ອມພຽງຮຽງໜ້າກັບພະອົງສູ້ລົບໃນເມື່ອກ່ອນ. ຕົວຢ່າງຄື ກະສັດເລົ້າປັ່ງທີ່ກໍ່ຕັ້ງລາຊະວົງຮັ້ນເມື່ອທ້າຍສະຕະວັດທີ 3 ກ່ອນຄ.ສ., ແລະກະສັດຈູ່ຢວນຈ່າງທີ່ກໍ່ຕັ້ງລາຊະວົງໝິງເມື່ອສະຕະວັດທີ 14. ແຕ່ໃນບັນຫາດັ່ງກ່າວ, ຈ້າວຄວງອິ້ນພັດໄດ້ໃຊ້ພາຫະນະທີ່ຕ່າງກັນກັບປະຖົມກະສັດລາຊະວົງອື່ນໆ, ອັນໄດ້ຮັບຄວາມຍ້ອງຍໍສໍລະເສີນຈາກຄົນຮຸ້ນຫຼັງ.
ກ່ອນອື່ນ, ຈ້າວຄວງອິ້ນໄດ້ເລື່ອນຊັ້ນໃຫ້ນາຍພົນທັງຫຼາຍທີ່ເຂົ້າຮ່ວມແລະສະໜັບສະໜູນການກະບົດເສິນສຽວ, ແລະອາໄສກຳລັງຂອງພວກເຂົາເຈົ້າ ໂຈມຕີການກະບົດທີ່ຄັດຄ້ານພະອົງ. ພາຍຫຼັງສະຖານະການການເມືອງໝັ້ນທ່ຽງແລ້ວ, ມີມື້ໜຶ່ງ, ຈ້າວຄວງອິ້ນໄດ້ພະລາຊະທານງານລ້ຽງນາຍພົນຊັ້ນສູງທັງຫຼາຍ. ໃນເວລາຄົນທັງຫຼາຍພວມດື່ມເຫຼົ້າຢ່າງມ່ວນຊື່ນນັ້ນ, ບັງເອີນ ພະອົງໄດ້ຕັດສັ່ງໃຫ້ພວກບໍລິວານຖອຍອອກໄປຢ່າງກະທັນຫັນ, ແລ້ວຊົງເວົ້າຕໍ່ນາຍພົນທັງຫຼາຍຢ່າງເສົ້າໝອງວ່າ: "ຖ້າບໍ່ແມ່ນພວກເຈົ້າອອກເຫື່ອເທແຮງ, ພະອົງເຮົາຈະເປັນຮ້ອງເຕ້ບໍ່ໄດ້ດອກ, ແຕ່ພາຍຫຼັງເປັນຮ້ອງເຕ້ແລ້ວ, ພະອົງເຮົາມື້ໃດກໍນອນບໍ່ຫຼັບ". ນາຍພົນທັງຫຼາຍໄດ້ຍິນແລ້ວກໍ່ຕື່ນຕົກໃຈທີ່ສຸດ, ແລະພ້ອມກັນກ່າວວ່າ: "ຂ້າພະບາດທັງຫຼາຍບໍ່ກ້າມີສອງຈິດສອງໃຈຕໍ່ພະເຈົ້າດອກ". ຈ້າວຄວງອິ້ນຊົງກ່າວວ່າ: "ເຖິງວ່າພວກເຈົ້າບໍ່ມີອຸບາຍຕໍ່ລາຊະບັນລັງກໍ່ຕາມ, ແຕ່ພະອົງເຮົາເປັນຫ່ວງນຳລູກນ້ອງຂອງພວກເຈົ້າຢາກລ້ຳລວຍແລະໄດ້ຍົດຖາບັນດາສັກ, ກໍ່ເອົາເສື້ອຍ່າມສີເຫຼືອງຄຸມໃສ່ພວກເຈົ້າ, ຮອດເວລານັ້ນ ພວກເຈົ້າກໍ່ປັດປ່າຍບໍ່ໄດ້ດອກ." ນາຍພົນທັງຫຼາຍກະວົນກະວາຍທີ່ສຸດ, ຖາມກະສັດຈ້າວຄວງອິ້ນວ່າເຮັດແນວໃດຈຶ່ງຈະເຮັດໃຫ້ພະອົງໄວ້ວາງໃຈໄດ້. ກະສັດຈ້າວຄວງອິ້ນຊົງຖອນໃຈຍາວແລ້ວຊົງກ່າວວ່າ: "ຄົນເຮົາເກີດມາ ມັກລ້ຳລວຍແນ່ນອນ, ຖ້າພວກເຈົ້າວາງອຳນາດການທະຫານ, ແລ້ວໄປຊື້ໄຮ່ນາແລະບ້ານຫລູຫລາຢູ່ຕ່າງຖິ່ນ, ພະອົງເຮົາຈະກ່ຽວດອງກັບພວກເຈົ້າອີກ, ໃຜໆກໍ່ດີໃຈໝົດ, ເປັນແນວນີ້ບໍ່ດີກວ່າຫວະ?" ນາຍພົນທັງຫຼາຍເຂົ້າໃຈພະອົງຈ້າວຄວງອິ້ນຢ່າງສົມບູນແລ້ວ. ມື້ລຸນມາ, ນາຍພົນຊັ້ນສູງໝົດທຸກຄົນໄດ້ຍື່ນຄຳຮ້ອງຂໍລາອອກຈາກຕຳແໜ່ງໃຫ້ພະອົງ, ພະອົງຈ້າວຄວງອິ້ນກໍ່ປົດຕຳແໜ່ງຂອງພວກເຂົາເຈົ້າອອກໃນທັນທີ, ແລະກ່ຽວດອງກັບພວກເຂົາເຈົ້າ. ຈາກນີ້ເຫັນໄດ້ວ່າ, ເມື່ອທຽບກັບປະຖົມກະສັດຂອງລາຊະວົງອື່ນໆແລ້ວ, ນັກຄົ້ນຄວ້າປະຫວັດສາດທັງຫຼາຍເຫັນວ່າ, ກະສັດຈ້າວຄວງອິ້ນແມ່ນສ້າງຕັ້ງປະເທດດ້ວຍຄວາມເມດຕາແລະຄວາມສັດທາ.
ກະສັດຈ້າວຄວງອິ້ນໄດ້ຖອດຖອນບົດຮຽນທາງລົບຈາກການດັບສູນຂອງລາຊະວົງຖາງແລະການເກີດການປັ່ນປ່ວນວຸ້ນວາຍຢ່າງບໍ່ຢຸດຢັ້ງໃນສະໄໝ 5 ລາຊະວົງ 10 ລັດ, ໃຊ້ພາຫະນະຫຼາຍຢ່າງ, ບັ່ນທອນອຳນາດການທະຫານແລະອຳນາດການເງິນຂອງອົງການປົກຄອງທ້ອງຖິ່ນ, ຜ່ານຈາກການປະຕິຮູບລະບອບຂຸນນາງແລະລະບອບການທະຫານ, ເຮັດໃຫ້ຂຸນນາງທັງຫຼາຍຕ່າງຖ່ວງດຶງກັນ, ໃນທີ່ສຸດ ອຳນາດທັງໝົດໄດ້ໂຮມສູນຢູ່ໃນກຳມືຂອງຮ້ອງເຕ້.
ປີຄ.ສ.976, ຈ້າວຄວງອິ້ນໄດ້ສະຫວັນລະຄົດຢູ່ກາງທາງເຄື່ອນທັບໄປປາບການກະບົດຢູ່ພາກເໜືອຈີນ, ມີພະຊົນມາຍູ 49 ພັນສາ. ຈ້າວກ່ວງອີ້ ພະອະນຸຊາຂອງພະອົງໄດ້ຂຶ້ນຄອງລາຊະບັນລັງແທນ. ເຖິງວ່າຈ້າວຄວງອິ້ນບໍ່ໄດ້ທ້ອນໂຮມຈີນເຂົ້າເປັນເອກະພາບກັນຢ່າງແທ້ຈິງກໍ່ຕາມ, ແຕ່ພະອົງໄດ້ສິ້ນສຸດສະພາບການປັ່ນປ່ວນວຸ້ນວາຍຍ້ອນສົງຄາມລະຫວ່າງລັດຕ່າງໆທີ່ເກີດຂຶ້ນມາເປັນເວລາຍາວນານແຕ່ທ້າຍລາຊະວົງຖາງເປັນຕົ້ນມາ.
|