ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 16:06:44    
ຊັດ​ດາມ​ອົດ​ອາ​ຫານ​ເພື່ອ​ປະ​ທ້ວງ​ທະ​ນາຍ​ຄວາມ​ຖືກ​ລວບ​ຂ້າ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 22 ມິ​ຖຸນາ, ທ່ານ​ຮາ​ລີ ອານ ດູ​ໄລ​ມີ ຫົວໜ້າ​ທະນາຍ​ຄວາມ​ຜູ້​ວ່າ​ຄວາມ​ຕາງ​ຂອງ​ທ່ານ​ຊັດ​ດາມ ອະດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີຣັກ​ເວົ້າ​ວ່າ, ທ່ານ​ຊັດ​ດາມ​ທີ່​ພວມ​ຖືກ​ໄຕ່​ສວນ​ແລະ​ຈຳ​ເລີຍ 7 ຄົນ​ອື່ນໆ​ເລີ່​ມອົດ​ອາຫານ, ​ເພື່ອ​ປະ​ທ້ວງ​ເລື່ອງ​ທ່ານ​ຮາ​ມິ​ສ ​ໂອ​ເບ​ດີ ທະນາຍ​ຄວາມ​ຜູ້ວ່າ​ຄວາມ​ຕາງຖືກ​ຜູ້​ປະກອບ​ອາວຸດ​ລັກ​ພາ​ຕົວ​ແລະ​ຖືກ​ຍິງ​ຕາຍ.

ທ່ານ​ຊັດ​ດາມ​ແລະຈຳ​ເລີຍ​ອື່ນໆ​ຍັງ​ສາບານ​ຕົວ​ວ່າ, ຈະ​ບໍ່​ເຊົາ​ອົດ​ອາຫານ​ກ່ອນ​ຄະ​ນະ​ທະ​ນາຍ​ຄວາມ​ຂອງ​​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປົກປ້ອງ​ຂອງ​ສາກົນ.

ວັນ​ທີ 21 ມິຖຸນາ, ​ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນ​ອີຣັກ​ຢືນ​ຢັນ​ວ່າ​, ທ່ານ​ໂອ​ເບ​ດີ ທະນາຍ​ຄວາມ​ວ່າ​ຄວາມ​ຕາງ​ຂອງ​ທ່ານ​ຊັດ​ດາມຖືກ​ຂ້າ​ຕາຍ​ຢູ່​ແບກ​ແດດ.