ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 18:06:01    
ຈີນ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​​ເພື່ອ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ

cri Author: da
ຕາມ​ຂ່າວCRI:ວັນ​ທີ 22 ມິຖຸນາ ຢູ່​ປັກ​ກິ່ງ ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ວິຈານ​ເລື່ອງສປປ​ເກົາຫຼີ​ຈະ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີ​ທາງ​ໄກ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຮັດ​ເລື່ອງຫຼາຍ​ກວ່າ​ເກົ່າ​ທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ສຽງ​ເໜືອ,​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ເລື່ອງ​ນີ້.

ຕາມ​ຂ່າວ​ແຈ້ງວ່າ,ສປປ​ເກົາຫຼີ​ຈະ​ຍິງ​ສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີ​ທາງ​ໄກ​ໃນຫວ່າງ​ມໍ່ໆ​ນີ້,​​ແລະ​ເຫັນ​ວ່າ​ຕົນ​ເອງ​ມີ​ສິດພັດທະນາແລະທົດລອງຍິງສົ່ງລູກ​ສອນ​ໄຟ​ນຳ​ວິຖີ.ກ່ຽວ​ກັບ​ເລື່ອງ​ນີ້,ຝ່າຍ​ສປປ​ເກົາຫຼີ​ຫວັງ​ສົນທະນາ​ກັບ​ອາ​ເມ​ລິ​ກາ​ໂດຍ​ກົງ.

​ໃນ​ງານ​ຊຸ​ມນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ນາງ​ຈ່ຽງອີ​ກ່າວ​ເນັ້ນວ່າ,ການ​ປົກ​ປັກຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ແມ່ນ​ຫຼັກ​ໝັ້ນຂອງ​ຈີນ​ໂດຍ​ຕະຫຼອດ.​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ເລື່ອງ​ນີ້​ກັບ​ການ​ເຈລະຈາ 6 ຝ່າຍ,ທ່ານ​ນາງ​ຈ່ຽງອີ​ເວົ້າວ່າ,​ໃນ​ຖານ​ເປັນ​ກົນ​ໄກທີ່​ບັງ​ເກີດ​ຜົນ​ໃນ​ການ​ສົນທະນາ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໂດຍ​ສັນຕິ,ການ​ເຈລະຈາ6ຝ່າຍ​​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຢ່າງກວ້າງຂວາງຈາກ​ບັນດາ​ຝ່າຍ​ແລະ​ປະຊາ​ຄົມ​ໂລກ.ຝ່າ​ຍຈີນມີ​ເຈດ​ຈຳນົງ​ວ່າ,ບັນດາ​ຝ່າຍລ້ວນ​ແຕ່​ຕ້ອງ​ຍຶດໝັ້ນສົນທະນາ​ກັນ​​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼ​ມ​ເກົາຫຼີ​,ຍຶດໝັ້ນການ​ບັນລຸ​ເປົ້າໝາຍແຫຼມ​ເກົາຫຼີປອດ​ນິວ​ເຄຼຍ​ແລະ​ຍຶດໝັ້ນຊຸກຍູ້​ຂະ​ບວນການ​ເຈລະຈາ6ຝ່າຍນັ້ນຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ.